ການຂຶ້ນເຮືອນໃໝ່ ບໍ່ວ່າຈະເປັນເຮືອນຫຼັງທຳອິດ, ຄອນໂດ ຫຼື ການຍ້າຍເຂົ້າທີ່ຢູ່ໃໝ່ ຖືເປັນຈຸດໝາຍສຳຄັນຂອງຊີວິດທີ່ໃຜໆ ກໍຢາກໃຫ້ທຸກຢ່າງເລີ່ມຕົ້ນໄດ້ຢ່າງຈົບງາມ ນອກຈາກຄວາມພ້ອມດ້ານສະຖານທີ່ແລ້ວ “ຄວາມເຊື່ອ” ເລື່ອງການກຽມສິ່ງຂອງມົງຄຸນ ຍັງເປັນສິ່ງທີ່ຄົນເຮົາໃຫ້ຄວາມສຳຄັນ ເພື່ອເສີມຄວາມເປັນສິລິມົງຄຸນ, ປັດເປົ່າສິ່ງບໍ່ດີ ແລະ ຮຽກພະລັງງານບວກໃຫ້ໄຫຼວຽນເຂົ້າສູ່ເຮືອນ ມື້ນີ້ ເຮົາຈະພາໄປເບີ່ງ 10 ສິ່ງຂອງມົງຄຸນ ທີ່ຄວນຈັດກຽມໄວ້ໃນມື້ທຳອິດທີ່ເຂົ້າຢູ່ເຮືອນໃໝ່ ເພື່ອເລີ່ມຕົ້ນຊີວິດໃໝ່ໃຫ້ເຮັງ ແລະ ປັງຕະຫຼອດໄປ!
10 ສິ່ງຂອງມົງຄຸນທີ່ຕ້ອງມີເມື່ອຂຶ້ນເຮືອນໃໝ່ ການເລີ່ມຕົ້ນຊີວິດໃນເຮືອນຫຼັງໃໝ່ໃຫ້ມີຄວາມສຸກ ແລະ ຈະເລີນຮຸ່ງເຮືອງ ສິ່ງຂອງແຕ່ລະຢ່າງທີ່ຄົນບູຮານເຊື່ອຖື (ແນວຄິດ) ທີ່ດີຫຼາຍ ເຊິ່ງທ່ານສາມາດກຽມໄດ້ງ່າຍໆ ຄື:
1. ເຂົ້າສານ : ສັນຍາລັກແຫ່ງຄວາມອຸດົມສົມບູນ ຄືກັບການມີກິນມີໃຊ້ບໍ່ຂາດມື ແນະນຳໃຫ້ກຽມເຂົ້າສານເຕັມຖັງໄວ້ໃນເຮືອນຄົວເປັນສິ່ງທຳອິດໆ ໝາຍເຖິງຄວາມມັ່ງຄັ່ງຂອງຄອບຄົວ.
2. ນ້ຳສະອາດ : ສື່ເຖິງຄວາມຢູ່ເຢັນເປັນສຸກ ໃຫ້ຊີວິດໃນເຮືອນຫຼັງໃໝ່ມີແຕ່ຄວາມສຸກກາຍສະບາຍໃຈ ແນະນຳໃຫ້ກຽມໄຫນ້ຳ ຫຼື ແອ່ງນ້ຳ ວາງໄວ້ໃນເຮືອນຕັ້ງແຕ່ມື້ທຳອິດ ເພື່ອໃຫ້ຄວາມຈະເລີນໄຫຼມາເທມາ.
3. ເງິນຄຳ : ນຳເງີນໃໝ່ ມາໃສ່ກະເປົາເງິນ ຫຼື ຈານງາມໆ ໄວ້ຢູ່ໃນເຮືອນ ໝາຍເຖິງໂຊກລາບ ແລະ ການເງິນທີ່ມັ່ງຄັ່ງ ເສີມຄວາມເປັນສິລິມົງຄຸນດ້ານຊັບສິນເງິນທອງ.
4. ພະພຸດທະຮູບ ຫຼື ສິ່ງສັກສິດ : ອັນເຊີນເຂົ້າເຮືອນເພື່ອເປັນສູນລວມຈິດໃຈ ແລະ ເປັນສິລິມົງຄຸນສູງສຸດ ຊ່ວຍຄຸ້ມຄອງເບີ່ງແຍງຜູ້ຢູ່ອາໄສໃຫ້ຮົ່ມເຢັນເປັນສຸກ.
5. ໝາກໄມ້ມຸງຄຸນ : ການກຽມໝາກໄມ້ ຊ່ວຍເສີມຮວງຈຸ້ຍໃນເຮືອນໄດ້ເປັນຢ່າງດີ ເຊັ່ນ:
ໝາກກ້ຽງ: ຄວາມໂຊກດີ, ມັ່ງຄັ່ງ
ໝາກພິລາ: ຄວາມອຸດົມສົມບູນ, ຄອບຄົວອົບອຸ່ນ
ໝາກກ້ວຍ: ຄວາມກ້າວໜ້າ, ມີບໍລິວານ ແລະ ລູກຫຼານຄອຍສະໜັບສະໜູນ
6. ຕົ້ນໄມ້ມຸງຄຸນ : ຊ່ວຍປັບພະລັງງານພາຍໃນເຮືອນ ເຊັ່ນ: ຕົ້ນເງິນໄຫຼມາ (ເສີມໂຊກລາບ), ຕົ້ນວາດສະໜາ (ເສີມຄວາມກ້າວໜ້າ), ຕົ້ນກວັກມໍລະກົດ (ເອີ້ນເງິນທອງ) ແລະ ຕົ້ນໄຜ່ກວນອິນ (ເສີມຄວາມຮົ່ມເຢັນ).
7. ເກືອ : ຕາມຄວາມເຊື່ອບູຮານ ເກືອຊ່ວຍປັດເປົ່າສິ່ງອັບມົງຄຸນ ແລະ ຮັກສາຄວາມສົມດຸນຂອງພະລັງງານໃນເຮືອນ ແນະນຳໃຫ້ວາງເກືອໄວ້ຕາມມຸມຕ່າງໆ ຂອງເຮືອນໃນຊ່ວງຍ້າຍເຂົ້າໃໝ່ໆ.
8. ເຂົ້າໜົມຫວານມຸງຄຸນ : ໝາຍເຖິງຊີວິດທີ່ຫວານຊື່ນ ແລະ ເຕັມໄປດ້ວຍຄວາມມັ່ງຄັ່ງຮັ່ງມີ.
9. ຟອຍກວດເຮືອນໃໝ່ : ເປັນສັນຍາລັກຂອງການເລີ່ມຕົ້ນໃໝ່ ຈະປັດກວດສີ່ງບໍ່ດີອອກໄປ ເພື່ອໃຫ້ເຫຼືອພຽງສິ່ງດີໆ ແລະ ພະລັງງານທີ່ສະອາດພາຍໃນເຮືອນ.
10. ຫຼອດແສງສະຫວ່າງ : ມື້ທຳອິດທີ່ເຂົ້າຢູ່ຄວນເປີດໄຟທຸກດວງໃຫ້ສະຫວ່າງສະໄຫວ ໝາຍເຖິງຄວາມຮຸ່ງເຮືອງ, ສົດໃສ ແລະ ພະລັງງານທີ່ກະຕືລືລົ້ນໃນການດຳເນີນຊີວິດ.
ສະຫຼຸບສົ່ງທ້າຍ ການກຽມສິ່ງຂອງມົງຄຸນຂຶ້ນເຮືອນໃໝ່ ບໍ່ພຽງແຕ່ຊ່ວຍເສີມຄວາມສະບາຍໃຈເທົ່ານັ້ນ ແຕ່ຍັງຖືເປັນກົນອຸບາຍທີ່ຊ່ວຍໃຫ້ເຮົາໄດ້ຈັດເຮືອນໃຫ້ເປັນລະບຽບຕັ້ງແຕ່ມື້ທຳອິດທີ່ຍ້າຍເຂົ້າຢູ່ແນວໃດກໍຕາມ ເໜືອກວ່າສິ່ງອື່ນໃດ ຄວາມສຸກທີ່ແທ້ຈິງແມ່ນເກີດຈາກການເບີ່ງແຍງເອົາໃຈໃສ່ ແລະ ສ້າງບັນຍາກາດທີ່ດີພາຍໃນຄອບຄົວ ຫາກເລີ່ມຕົ້ນດ້ວຍຈິດໃຈທີ່ດີ ແລະ ສິ່ງມົງຄຸນເຫຼົ່ານີ້ ຮັບຮອງວ່າຊີວິດໃນເຮືອນຫຼັງໃໝ່ຂອງທ່ານຈະເຕັມໄປດ້ວຍຄວາມສຸກຢ່າງແນ່ນອນ!

