Homeບຸນປະເພນີວັນວິສາຂະບູຊາ ວັນແຫ່ງ 3 ເຫດການອັດສະຈັນ ທີ່ໂລກຍົກຍ້ອງເປັນ “ວັນສຳຄັນສາກົນ”

ວັນວິສາຂະບູຊາ ວັນແຫ່ງ 3 ເຫດການອັດສະຈັນ ທີ່ໂລກຍົກຍ້ອງເປັນ “ວັນສຳຄັນສາກົນ”

ວັນວິສາຂະບູຊາ ນັບເປັນວັນສຳຄັນສູງສຸດວັນໜຶ່ງຂອງພຸດທະສາສະໜາ ທີ່ພຸດທະສາສະນິກະຊົນທົ່ວໂລກຮ່ວມກັນຈັດກິດຈະກຳສະຫຼອງ ແລະ ປະຕິບັດສາສະນະກິດ ເພື່ອລະນຶກເຖິງ 3 ເຫດການອັນຍິ່ງໃຫຍ່ໃນພຸດທະປະຫວັດ ທີ່ເກີດຂຶ້ນກົງກັບວັນເພັງ 15 ຄ່ຳ ເດືອນ 6 ຫຼື ເດືອນວິສາຂະ ແມ່ນຈະເກີດຂຶ້ນຄົນລະປີກັນກໍຕາມ.

3 ເຫດການອັດສະຈັນດັ່ງກ່າວ ປະກອບດ້ວຍ ວັນປະສູດຂອງເຈົ້າຊາຍສີທັດຖະ, ວັນຕັດສະຮູ້ ເມື່ອພຣະອົງບັນລຸອະນຸດຕະຣະສໍາມາສຳໂພທີຍານ ແລະ ກາຍເປັນພຣະພຸດທະເຈົ້າ, ພ້ອມທັງ ວັນປະຣິນິບພານ ອັນເປັນວັນທີ່ພຣະພຸດທະເຈົ້າສະເດັດດັບຂັນທະປະຣິນິບພານ.

ດ້ວຍຄວາມສຳຄັນທາງຈິດວິນຍານ ແລະ ຄຸນຄ່າຕໍ່ມະນຸດຊາດ, ຊາວພຸດໃນທົ່ວໂລກໄດ້ຖືເອົາວັນນີ້ເປັນວັນແຫ່ງການລະນຶກເຖິງພຣະຄຸນ ແລະ ຄຳສອນຂອງພຣະສຳມາສຳພຸດທະເຈົ້າ ຈົນໄດ້ຮັບການຍົກຍ້ອງໃຫ້ເປັນ “ວັນສຳຄັນສາກົນຂອງໂລກ” ຫຼື United Nations Day of Vesak.

ຫຼັກທຳສຳຄັນທີ່ຄວນນ້ອມນຳໃນວັນວິສາຂະບູຊາ ວັນສຳຄັນນີ້ ບໍ່ພຽງແຕ່ເປັນການລະນຶກເຖິງເຫດການທາງພຸດທະປະຫວັດເທົ່ານັ້ນ ແຕ່ຍັງເປັນໂອກາດໃຫ້ພຸດທະສາສະນິກະຊົນໄດ້ທົບທວນ ແລະ ນ້ອມນຳຫຼັກທຳຄຳສອນມາປະພຶດປະຕິບັດ ໂດຍສະເພາະ:

• ຄວາມກະຕັນຍູ ທີ່ພຣະພຸດທະເຈົ້າຊົງຍົກຍ້ອງວ່າ ເປັນເຄື່ອງໝາຍແຫ່ງຄົນດີ.

• ອະຣິຍະສັດ 4 ໄດ້ແກ່ ທຸກຂ໌, ສະມຸໄທ, ນິໂຣດ ແລະ ມັກຄ໌ ເຊິ່ງເປັນແນວທາງແຫ່ງການເຂົ້າໃຈທຸກ ແລະ ການຫຼຸດພົ້ນຈາກທຸກ.

• ຄວາມບໍ່ປະໝາດ ຫຼື ການມີສະຕິຮູ້ຕົວຢູ່ກັບປັດຈຸບັນ ເພາະພຣະພຸດທະເຈົ້າຊົງສອນວ່າ “ຄວາມປະໝາດ ຄື ທາງແຫ່ງຄວາມຕາຍ”.

ຈາກວັນທາງສາສະໜາ ສູ່ວັນສຳຄັນຂອງມະນຸດຊາດ ໃນປີ 1999 ອົງການສະຫະປະຊາຊາດ (UN) ໄດ້ຮັບຮອງວັນວິສາຂະບູຊາ ເປັນ “ວັນສຳຄັນສາກົນຂອງໂລກ” ຜ່ານມະຕິເລກທີ 54/115 ໂດຍເຫັນເຖິງຄຸນຄ່າອັນຍິ່ງໃຫຍ່ຂອງພະພຸດທະສາສະໜາ ທີ່ມີຕໍ່ສັງຄົມໂລກມາກວ່າ 2.500 ປີ.

ການຮັບຮອງດັ່ງກ່າວ ສະທ້ອນໃຫ້ເຫັນ 3 ມິຕິສຳຄັນ ຄື:

1. ດ້ານຈິດວິນຍານ ແລະ ວັດທະນະທຳໂລກ ສະຫະປະຊາຊາດຮັບຮູ້ວ່າ ພະພຸດທະສາສະໜາເປັນໜຶ່ງໃນສາສະໜາທີ່ເກົ່າແກ່ທີ່ສຸດຂອງໂລກ ແລະ ມີບົດບາດສຳຄັນຕໍ່ການພັດທະນາດ້ານຈິດວິນຍານຂອງມະນຸດ.

2. ດ້ານສັນຕິພາບ ແລະ ການຢູ່ຮ່ວມກັນ ຫຼັກຄຳສອນເລື່ອງຄວາມເມດຕາ, ການບໍ່ໃຊ້ຄວາມຮຸນແຮງ ແລະ ການເຄົາລົບສັກສີຄວາມເປັນມະນຸດ ສອດຄ່ອງກັບພາລະກິດຂອງ UN ແລະ UNESCO ໃນການສ້າງສັນຕິພາບ ແລະ ຄວາມຮ່ວມມືລະຫວ່າງປະເທດ.

3. ດ້ານການພັດທະນາແບບຍືນຍົງ ແນວຄິດເລື່ອງ “ຄວາມເຊື່ອມໂຍງຂອງທຸກສິ່ງ” ແລະ ການດຳລົງຊີວິດຢ່າງພໍປະມານ ໄດ້ຖືກນຳມາເຊື່ອມໂຍງກັບເປົ້າໝາຍການພັດທະນາຍືນຍົງ (SDGs) ໂດຍສະເພາະ SDG 16 ທີ່ມຸ່ງສ້າງສັງຄົມສະຫງົບສຸກ, ຍຸຕິທຳ ແລະ ການອະນຸລັກສິ່ງແວດລ້ອມ.

ວັນແຫ່ງສັນຕິພາບ ແລະ ຄຸນຄ່າສາກົນ ວັນວິສາຂະບູຊາ ຈຶ່ງບໍ່ແມ່ນພຽງແຕ່ວັນສຳຄັນທາງພຸດທະສາສະໜາເທົ່ານັ້ນ ແຕ່ຍັງເປັນ “ວັນແຫ່ງຄຸນຄ່າສາກົນ” ທີ່ສົ່ງເສີມສັນຕິພາບ, ການສົນທະນາຂ້າມວັດທະນະທຳ ແລະ ການຮ່ວມມືແກ້ໄຂບັນຫາທ້າທາຍຂອງໂລກ.

ໃນໂອກາດວັນວິສາຂະບູຊາ ພຸດທະສາສະນິກະຊົນທົ່ວໂລກຈຶ່ງພ້ອມໃຈກັນນ້ອມລະນຶກເຖິງພຣະພຸດຄຸນ ແລະ ນຳຫຼັກທຳຄຳສອນມາປະພຶດປະຕິບັດ ເພື່ອສ້າງສັງຄົມທີ່ສະຫງົບສຸກ, ເຕັມໄປດ້ວຍຄວາມເມດຕາ ແລະ ຄວາມເຂົ້າໃຈອັນດີຕໍ່ກັນ.

ຂໍ້ມູນຂ່າວ: ສນຊ

ວຽງຈັນໃໝ່/VientianeMai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments