Homeຂ່າວການເມືອງປົກປ້ອງຊັບສິນຂອງລັດ ຄື ປົກປ້ອງຜົນປະໂຫຍດລວມຂອງປະຊາຊົນ

ປົກປ້ອງຊັບສິນຂອງລັດ ຄື ປົກປ້ອງຜົນປະໂຫຍດລວມຂອງປະຊາຊົນ

ການສໍ້ລາດບັງຫຼວງແມ່ນບັນຫາທີ່ສົ່ງຜົນກະທົບຮ້າຍແຮງຕໍ່ການພັດທະນາ ຂອງປະເທດຊາດ ແລະ ຕໍ່ຄວາມເຊື່ອໝັ້ນ ຂອງປະຊາຊົນ, ຕໍ່ອົງການຈັດຕັ້ງຕ່າງໆ, ພຶດຕິກໍາດັ່ງກ່າວບໍ່ພຽງແຕ່ເຮັດໃຫ້ຊັບສິນຂອງລັດສູນເສຍເທົ່ານັ້ນ, ແຕ່ຍັງສ້າງຄວາມບໍ່ເປັນທໍາໃນສັງຄົມ, ຂັດຂວາງການພັດທະນາດ້ານເສດຖະກິດ ແລະ ບັ່ນທອນຄຸນຄ່າດ້ານສິນທຳ. ດັ່ງນັ້ນ, ການພ້ອມກັນສະກັດກັ້ນ ແລະ ຕໍ່ສູ້ກັບການສໍ້ລາດບັງຫຼວງ ຈຶ່ງເປັນໜ້າທີ່ຂອງທຸກພາກສ່ວນໃນສັງຄົມ.

ການສໍ້ລາດບັງຫຼວງສາມາດປາກົດໃນຫຼາຍຮູບແບບ ເຊັ່ນ: ການຍັກຍອກຊັບສິນຂອງລັດ, ການຮັບສິນບົນ, ການສວຍໃຊ້ໜ້າທີ່ຕຳແໜ່ງ ເພື່ອຫາຜົນປະໂຫຍດສ່ວນຕົວ ຫຼື ການປະຕິບັດໜ້າທີ່ດ້ວຍຄວາມບໍ່ໂປ່ງໃສ. ເຊີ່ງສາເຫດຂອງການສໍ້ລາດບັງຫຼວງ ເກີດຈາກຫຼາຍປັດໄຈ ທັງດ້ານຈິດສຳນຶກຂອງບຸກຄົນ, ການຂາດລະບົບກວດກາທີ່ເຂັ້ມງວດ ແລະ ການບໍ່ປະຕິບັດກົດໝາຍຢ່າງຈິງຈັງ, ຖ້າບໍ່ມີການຄວບຄຸມແກ້ໄຂຢ່າງທັນການ ບັນຫານີ້ຈະກາຍເປັນອຸປະສັກສຳຄັນຕໍ່ການສ້າງສາປະເທດຊາດ, ການສະກັດກັ້ນການສໍ້ລາດບັງຫຼວງຈຳເປັນຕ້ອງອາໄສການນຳພາຂອງພັກ, ການຄຸ້ມຄອງຂອງລັດ ແລະ ການມີສ່ວນຮ່ວມຢ່າງກວ້າງຂວາງຂອງປະຊາຊົນ, ອົງການຈັດຕັ້ງທຸກລະດັບຄວນເສີມສ້າງການສຶກສາອົບຮົມດ້ານຄຸນນະທຳ, ຈັນຍາບັນ ແລະ ຄວາມຮັບຜິດຊອບໃຫ້ແກ່ພະນັກງານ. ພ້ອມກັນນັ້ນ, ຄວນມີການເປີດເຜີຍຂໍ້ມູນການບໍລິຫານ ແລະ ການໃຊ້ງົບປະມານຢ່າງໂປ່ງໃສ ເພື່ອໃຫ້ປະຊາຊົນ ສາມາດຕິດຕາມ ແລະ ກວດກາໄດ້.

ສໍາລັບພະນັກງານ ຄວນຍຶດໝັ້ນໃນຫຼັກການຮັບໃຊ້ປະຊາຊົນ, ຮັກສາກຽດສັກສີ ແລະ ຄຸນນະທຳຂອງຕົນເອງ, ການປະຕິບັດໜ້າທີ່ດ້ວຍຄວາມສັດຊື່ບໍລິສຸດ ແລະ ຮັບຜິດຊອບ ແມ່ນເກາະປ້ອງກັນອັນສຳຄັນຕໍ່ການສໍ້ລາດບັງຫຼວງ, ບຸກຄົນໃດທີ່ລະເມີດກົດໝາຍ ຫຼື ອາໄສໜ້າທີ່ຕຳແໜ່ງ ເພື່ອຫາຜົນປະໂຫຍດສ່ວນຕົວ ຕ້ອງຖືກດໍາເນີນການຕາມກົດໝາຍຢ່າງເດັດຂາດ ແລະ ເທົ່າທຽມ. ສ່ວນປະຊາຊົນ ກໍມີບົດບາດສຳຄັນໃນການຕໍ່ສູ້ກັບການສໍ້ລາດບັງຫຼວງ, ການບໍ່ຮ່ວມມືໃນການໃຫ້ສິນບົນ, ກ້າແຈ້ງເບາະແສ ແລະ ການຮ່ວມກວດກາການດຳເນີນວຽກຂອງອົງການຕ່າງໆ ຈະຊ່ວຍສ້າງສັງຄົມທີ່ໂປ່ງໃສ ແລະ ຍຸດຕິທຳຫຼາຍຂຶ້ນ ເມື່ອທຸກຄົນຮ່ວມໃຈກັນ ບັນຫາການສໍ້ລາດບັງຫຼວງ ກໍຈະຖືກຫຼຸດຜ່ອນລົງຢ່າງເປັນຮູບປະທຳ.

ການສໍ້ລາດບັງຫຼວງ ແມ່ນສັດຕູຂອງການພັດທະນາ ແລະ ເປັນອຸປະສັກຕໍ່ຄວາມກ້າວໜ້າຂອງສັງຄົມ, ການພ້ອມກັນສະກັດກັ້ນ ແລະ ຕໍ່ຕ້ານການສໍ້ລາດບັງຫຼວງ ຈະຊ່ວຍຮັກສາຜົນປະໂຫຍດລວມຂອງຊາດ, ສ້າງຄວາມເຊື່ອໝັ້ນໃນສັງຄົມ ແລະ ນໍາພາປະເທດໄປສູ່ການພັດທະນາທີ່ຍືນຍົງ. ດັ່ງນັ້ນ, ທຸກຄົນຄວນຮ່ວມມືຮ່ວມໃຈກັນ ສ້າງວັດທະນະທໍາແຫ່ງຄວາມສັດຊື່ ແລະ ຄວາມໂປ່ງໃສ ເພື່ອອະນາຄົດທີ່ດີຂອງປະເທດຊາດ.

ໂດຍ: ໂຊເລ້ ບຸນເຮືອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments