ກອງບັນຊາການທະຫານອາກາດ ລາວ-ຣັດເຊຍ ຈັດກອງປະຊຸມພົບປະ ປຶກສາຫາລື ແລະ ຄົ້ນຄວ້າເອກະພາບເນື້ອໃນຮ່າງສັນຍາ ໃນຂົງເຂດວຽກງານຄວາມປອດໄພທາງດ້ານການບິນ ໃນວັນທີ 3 ມິຖຸນາຜ່ານມາ, ໂດຍມີສະຫາຍ ພັນເອກ ບົວວັນ ກັນຍາວົງ ຮອງຫົວໜ້າກອງບັນຊາການທະຫານອາກາດ ຫົວໜ້າຫ້ອງອົບຮົມການບິນ ກອງບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ແລະ ສະຫາຍ ພັນເອກ ອາເລັກຊັນເດີ ເຢບໂດກີມົບ ຮອງຫົວໜ້າກົມ (ໜ່ວຍງານ) ຄວາມປອດໄພດ້ານການບິນ ກຳລັງປະກອບອາວຸດ ແຫ່ງ ສ.ຣັດເຊຍ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ໃນກອງປະຊຸຸມ, ທັງສອງຝ່າຍໄດ້ຮ່ວມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄໍາຄິດຄໍາເຫັນໃສ່ຮ່າງສັນຍາຮ່ວມມື ໃນຂົງເຂດວຽກງານຄວາມປອດໄພທາງດ້ານການບິນຢ່າງກົງໄປກົງມາ ບົນພື້ນຖານຄວາມສອດ ຄ່ອງກັບລະບຽບຫຼັກການ ແລະ ກົດໝາຍຂອງທັງສອງປະເທດ. ເນື້ອໃນຫຼັກຂອງຮ່າງສັນຍາ ແມ່ນມຸ່ງເນັ້ນໃສ່ການສ້າງຂອບການຮ່ວມມືທີ່ຊັດເຈນ ໃນການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ, ເຕັກໂນໂລຊີ ແລະ ການຍົກລະດັບຄວາມຮູ້ຄວາມສາມາດ ໃຫ້ນາຍທະຫານນັກບິນ ກໍຄື ເຈົ້າໜ້າທີ່ເຕັກນິກການບິນ ຂອງກອງທັບປະຊາຊົນລາວ ເພື່ອຮັບປະກັນຄວາມປອດໄພ ໃນການປະຕິບັດໜ້າທີ່ການບິນທະຫານໃຫ້ມີປະສິດທິພາບສູງ.
ຜ່ານການປຶກສາຫາລື, ທັງສອງຝ່າຍໄດ້ມີຄວາມເປັນເອກະພາບ ຕໍ່ເນື້ອໃນສ່ວນໃຫຍ່ໃນຮ່າງສັນຍາດັ່ງ ກ່າວ. ຊຶ່ງດຳເນີນໄປດ້ວຍບັນຍາກາດແຫ່ງຄວາມເຂົ້າອົກເຂົ້າໃຈ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນດີງາມ ທີ່ມີມາແຕ່ດົນນານລະຫວ່າງສອງປະເທດ ລາວ-ຣັດເຊຍ ໂດຍສະເພາະແມ່ນສອງກອງທັບ ໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ. ໃນພິທີ, ຫົວໜ້າຄະນະຜູ້ແທນທັງສອງຝ່າຍ ໄດ້ຮ່ວມກັນລົງນາມເຊັນບົດບັນທຶກຜົນການພົບປະປຶກສາຫາລືຮ່ວມກັນຢ່າງເປັນທາງການ.
ຂ່າວ: ກອງທັບ

