ກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຈັດງານວາງສະແດງສິນຄ້າກະສິກຳ ຍົກລະດັບສິນຄ້າຊຸມຊົນສູ່ຕະຫລາດທັນສະໄໝ ຂອງຊາວກະສິກອນ, ສະ ຫະກອນ ແລະ ກຸ່ມຜູ້ຜະລິດ ເພື່ອສະເຫລີມສະຫລອງວັນສະຫະກອນ ຄົບຮອບ 48 ປີ ໃນລະຫວ່າງວັນທີ 4-5 ມິຖຸນາ 2026 ຢູ່ສູນການຄ້າລາວໄອເຕັກ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີຮອງລັດຖະມົນຕີ, ຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ, ບັນດາຫົວໜ້າກົມ, ຮອງກົມ, ທູດ, ອົງການຈັດຕັ້ງສາກົນ, ສະພາອຸດສະກຳການຄ້າ, ສະມາຄົມ, ກຸ່ມ, ສະຫະກອນ ແລະ ຜູ້ປະກອບການ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ອານົງສອນ ພົມມະຈັນ ຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ໄດ້ໃຫ້ຮູ້ວ່າ: ເພື່ອເປັນການເຕົ້າໂຮມກຳລັງການຜະລິດຂອງພໍ່ແມ່ປະຊາຊົນ ລັດຖະບານແຫ່ງ ສປປ ລາວ ໄດ້ມີແນວຄິດລິເລີ່ມ ສ້າງຕັ້ງສະຫະກອນແຕ່ປີ 1970 ຊຶ່ງເລີ່ມຈາກໃນເຂດປົດປ່ອຍ ເພື່ອເປັນການປະ ກອບສ່ວນເຂົ້າໃນການຕໍ່ສູ້ປົດປ່ອຍຊາດ ແລະ ຮັບປະກັນທາງດ້ານສະບຽງອາຫານ, ທຸກການຜະລິດ ເພື່ອແນວໜ້າໄດ້ເກີດມີສະຫະກອນລວມໝູ່ ຫລື ສະຫະກອນນາລວມ ເລີ່ມຕົ້ນແມ່ນຢູ່ແຂວງຫົວພັນ, ນັບແຕ່ປີ 1975 ມາຮອດປີ 1979 ສະຫະກອນ ໄດ້ສ້າງຕັ້ງຂຶ້ນ ຈໍານວນ 2.452 ສະຫະກອນ, ຊຶ່ງ ໄລຍະດັ່ງກ່າວແມ່ນຄຸ້ມຄອງໂດຍ ສໍານັກງານນາຍົກລັດຖະມົນຕີ, ມາຮອດປີ 1983 ໄດ້ເກີດມີຄະນະກຳມະການຂັ້ນສູນກາງ ເພື່ອພັດທະນາສະຫະກອນ ແລະ ໃນປີ 1986 ໄດ້ມີການຫັນປ່ຽນ ເສດຖະ ກິດໃໝ່ ຈາກເກື້ອກູນ ກ້າວເປັນສູ່ເສດຖະກິດຕະຫລາດແບບສັງຄົມນິຍົມ ແລະ ມີສະຫະກອນ 3.980 ສະຫະກອນ ຊຶ່ງແມ່ນ ກະຊວງກະສິກຳປ່າໄມ້ ແລະ ສະຫະກອນ ເປັນຜູ້ຄຸ້ມຄອງ, ໃນໄລຍະປັບໂຕຕາມທິດກົນໄກໃໝ່ ຈາກການວາງແຜນເສດຖະກິດລວມສູນ ໄປສຸເສດຖະກິດຕະຫລາດ ໃນຊຸມປີ 1991-2009 ເຮັດໃຫ້ສະຫະກອນທີ່ມີຄ່ອຍສະຫລາຍຕົວລົງ ຈົນມາຮອດຕົ້ນປີ 2010 ລັດຖະ ບານ ແຫ່ງ ສປປ ລາວ ຈຶ່ງໄດ້ຫວນຄືນນໍາໃຊ້ຫລັກການສະຫະກອນ ສ້າງວິສາຫະກິດລວມໝູ່ເພື່ອເປັນທາງ ເລືອກຊ່ອຍຜູ້ທຸກຍາກໃຫ້ມີທີ່ຢືນໃນສັງຄົມ ຈົນຮອດປັດຈຸບັນ.

ມາຮອດຕົ້ນປີ 2010 ລັດຖະບານແຫ່ງ ສປປ ລາວ ໄດ້ ອອກດໍາລັດສະຫະກອນ ເລກທີ 136/ນຍ, ແລະ ປັບປຸງ ມາເປັນ ດຳລັດວ່າດ້ວຍກຸ່ມ ແລະ ສະຫະກອນ ສະບັບເລກທີ 606/ລບ, ເຮັດໃຫ້ວຽກງານພັດທະນາສະຫະກອນຖືກນໍາອອກສູ່ວົງກວ້າງ ຊຶ່ງມີກຸ່ມຜະລິດ ທັງໝົດ 4.193 ກຸ່ມ ແລະ ສະຫະກອນ 36 ສະຫະກອນ ເຮັດໃຫ້ວຽກງານພັດທະນາສະຫະກອນ ຖືກນໍາອອກສູ່ວົງກວ້າງ ຊຶ່ງມີ ກຸ່ມຜະລິດທັງໝົດ 4.193 ກຸ່ມ ແລະ ສະຫະກອນ 36 ສະຫະກອນ ແລະ ມາຮອດປັດຈຸບັນ ໄດ້ມີການພັດທະນາດໍາລັດ 606/ລບ ມາເປັນ ກົດໝາຍວ່າດ້ວຍສະຫະກອນ ວ່າດ້ວຍສະຫະກອນ ສະບັບເລກທີ 54/ລບ, ລົງວັນທີ 28 ມິຖຸນາ 2024.
ມາຮອດປັດຈຸບັນ, ທຸກພາກສ່ວນໄດ້ໃຫ້ຄວາມຮ່ວມມືພັດທະນາມາຢ່າງບໍ່ຢຸດຢັ້ງ ແລະ ຕໍ່ເນື່ອງ ກຸ່ມ ແລະ ສະຫະກອນ ເພີ່ມຂຶ້ນຢ່າງໄວ້ ມີຈໍານວນກຸ່ມການຜະລິດ 3.705 ກຸ່ມ ແລະ ສະ ຫະກອນ 114 ສະຫະກອນ. ໃນນັ້ນ, ມີ 6 ປະເພດສະຫະກອນ ເຊັ່ນ: ສະຫະກອນກະສິກຳ ແລະ ປ່າໄມ້ ມີ 58 ສະຫະກອນ; ສະຫະກອນສິນເຊື່ອ ແລະ ການເງິນຝາກປະຢັດ ມີ 32 ສະຫະກອນ; ສະຫະ ກອນການຄ້າ ມີ 7 ສະຫະກອນ; ສະຫະກອນການຫັດຖະກຳ ແລະ ປຸງແຕ່ງ ມີ 4 ສະຫະກອນ; ສະ ຫະກອນບໍລິການ ມີ 13 ສະຫະກອນ ແລະ ສະຫະກອນອື່ນໆ. ພ້ອມນີ້, ຍັງຈະສູ້ຊົນ ສ້າງຕັ້ງກຸມການຜະລິດ ໃຫ້ໄດ້ 1.500-2.000 ກຸ່ມ, ຊຸກຍູ້, ປັບປຸງກຸ່ມການຜະລິດທີ່ມີແລ້ວ ໃຫ້ມີຄວາມເຂັ້ມແຂງ ກາຍເປັນສະກອນ, ສູ້ຊົນສ້າງຕັ້ງສະຫະກອນກະສິກຳ ໃຫ້ໄດ້ຕື່ມ 100 ສະຫະກອນ. ຄຽງຄູ່ກັນນັ້ນ, ຕ້ອງໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມສະມາຄົມ ແລະ ເຄືອຂ່າຍການຜະລິດ ໃຫ້ມີການເຄື່ອນໄຫວຢ່າງແຂງ ແຮງ, ໄປຄ່ຽງຄູ່ກັບການຄົ້ນຄວ້າ ແລະ ການຖ່າຍຖອດເຕັກນິກ, ເຕັກໂນໂລຊີ ກ່ຽວກັບການນໍາໃຊ້ວິ ທະຍາສາດ, ເຕັກໂນໂລຊີ ຫັນເປັນອຸດສາຫະກຳ ແລະ ທັນສະໄໝ ເຂົ້າໃນການປູກ, ການລ້ຽງ.

ພາຍໃນງານຍັງໄດ້ຈັດກອງປະຊຸມຄັ້ງຖົມມະລືກ ຂອງຄະນະກຳມະການສົ່ງເສີມສະຫະກອນ, ຈັດເວທີສົນທະນາກ່ຽວກັບການພັດທະນາສະຫະກອນ, ການສະໜັບສະໜູນສະຫະກອນ ໃນການດຳ ເນີນງານ, ນະໂຍບາຍການສົ່ງເສີມ ແລະ ແຜນພັດທະນາສະຫະກອນ, ການເຂົ້າຫາແຫລ່ງທຶນ ແລະ ການຈັດຕັ້ງປະຕິບັດວຽກງານສະຫະກອນ. ພ້ອມນີ້, ຍັງໄດ້ຈັດກອງປະຊຸມພົບປະແລກປ່ຽນ ລະຫວ່າງຜູ້ຜະລິດ ແລະ ຜູ້ປະກອບການ ປະເພດຜະລິດຕະພັນເຂົ້າ ແລະ ກາເຟ, ພ້ອມທັງຈະມອບໃບຍ້ອງຍໍ ໃຫ້ສະຫະກອນ ທີ່ມີຜົນງານດີເດັ່ນ ປະຈຳປີ 2025 ຕື່ມອີກ.

