ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ໄດ້ລົງນາມ ໂດຍປະກາດວ່າ: ເພື່ອແກ້ໄຂ ອັດຕາພາສີ ຕາມມາດຕາ 232 ແຫ່ງພະລາຊະບັນຢັດ ການຂະຫຍາຍການຄ້າປີ 1962 (Trade Expansion Act of 1962) ສຳລັບ ການນໍາເຂົ້າ ອະລູມິນຽມ ເຫລັກ ແລະ ທອງແດງ, ໂດຍຈະມີຜົນບັງຄັບໃຊ້ ຕັ້ງແຕ່ ວັນທີ 8 ມິຖຸນາ ໄປຈົນເຖິງ ວັນທີ 31 ທັນວາ ປີ 2027.
ຕາມເນື້ອໃນເອກະສານ ຂອງ ທຳນຽບຂາວ, ການປັບໂຄງສ້າງ ພາສີ ໃນຄັ້ງນີ້ ຄວບຄຸມ ອຸປະກອນ ທາງການກະສິກຳ ເຊັ່ນ: ເຄື່ອງເກັບກ່ຽວ ທັນຍາພືດ ແລະ ເຄື່ອງກ່ຽວນວດ ໂດຍປັບຫລຸດ ອັດຕາພາສີ ຈາກ 25% ເຫລືອ 15%. ນອກຈາກ ການປະກາດ ສະບັບດັ່ງກ່າວ ທ່ານ ຍັງຂະຫຍາຍ ປະເພດ ຂອງ ອຸປະກອນທີ່ມີຢູ່ ພາຍໃຕ້ ອັດຕາພາສີ 15% ພ້ອມທັງ ຄວບຄຸມ ເຄື່ອງກົນຈັກ ອຸດສາຫະກຳ ເຄື່ອນທີ່ເຊັ່ນ: ລົດຈົກດິນ ແລະ ລົດຄະລິຟ.
ມາດຕະການດັ່ງກ່າວ ຍັງຫລຸດເກນຂັ້ນຕໍ່າ ສຳລັບ ສິນຄ້າ ນໍາເຂົ້າ ທີ່ຈະໄດ້ຮັບ ການຮັບຮອງວ່າ ຜະລິດຈາກອະລູມິນຽມເຫລັກ ຫລື ທອງແດງຂອງ ສ.ອາເມລິກາທັງໝົດ ຈາກເດີມ 95% ເຫລືອພຽງ 85% ຊຶ່ງເປັນ ການຫລຸດຜ່ອນ ເງື່ອນໄຂ ທີ່ ກຳນົດໄວ້ ໃນການ ປະກາດພາສີ ເມື່ອວັນທີ 2 ເມສາ ທີ່ຜ່ານມາ.

