ໃນໂລກແຫ່ງຄວາມເປັນຈິງ, ມິດຕະພາບທີ່ແທ້ຈິງລະຫວ່າງປະເທດບໍ່ໄດ້ວັດແທກກັນພຽງແຕ່ຈາກຈຳນວນຂໍ້ຕົກລົງ ຫຼື ໂຄງການຮ່ວມມືຂະໜາດໃຫຍ່ເທົ່ານັ້ນ, ຍັງວັດແທກໄດ້ຈາກຄວາມໃກ້ຊິດ ແລະ ຄວາມເຂົ້າອົກເຂົ້າໃຈລະຫວ່າງປະຊາຊົນ. ໃນຫຼາຍປີຜ່ານມາ ການພົວພັນຮ່ວມມືລະຫວ່າງ ລາວ ແລະ ຈີນ ໄດ້ພັດທະນາຈາກການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງ ຍາວນານ ຕາມທິດ 4 ດີ ກາຍມາເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ.
ການພົວພັນດັ່ງກ່າວບໍ່ໄດ້ຢຸດຢູ່ໃນລະດັບລັດຖະບານ, ຫາກໄດ້ລົງເລິກເຖິງລະດັບປະຊາຊົນ ຜ່ານການແລກປ່ຽນດ້ານການຄ້າ, ການສຶກສາ, ວັດທະນະທຳ ແລະ ການທ່ອງທ່ຽວ. ສອງຝ່າຍໄດ້ຂະ ຫຍາຍການແລກປ່ຽນໃນຂົງເຂດເຫຼົ່ານີ້ເພື່ອສ້າງໂອກາດໃຫ້ປະຊາຊົນຂອງທັງສອງປະເທດໄດ້ເດີນທາງ, ຮຽນຮູ້ເຊິ່ງກັນ ແລະ ກັນ, ພ້ອມທັງລົງເລິກຄວາມເຂົ້າ ໃຈເຊິ່ງກັນ ແລະ ກັນ. ການພົວພັນທີ່ເພີ່ມຂຶ້ນເຫຼົ່ານີ້ ໄດ້ເຮັດໃຫ້ສາຍພົວພັນລະຫວ່າງປະຊາຊົນແໜ້ນແຟ້ນຍິ່ງຂຶ້ນ ແລະ ເພີ່ມພະລັງຊີວິດໃຫ້ແກ່ການພົວພັນລະຫວ່າງສອງປະເທດທີ່ເປັນບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນມາແຕ່ບູຮານນະການ.
ໜຶ່ງໃນຕົວຢ່າງທີ່ຈັບຕ້ອງໄດ້ທີ່ສຸດຂອງມິດຕະພາບ ລາວ-ຈີນ ກໍຄື ເສັ້ນທາງລົດໄຟ ລາວ-ຈີນ, ໃນຖານະເປັນສັນຍະລັກທີ່ໂດດເດັ່ນຂອງການຮ່ວມມື ກໍຄື ມິດຕະພາບ ລາວ-ຈີນ, ເສັ້ນທາງລົດໄຟ ລາວ-ຈີນ ທີ່ເປີດນໍາໃຊ້ມາໄດ້ 4 ປີ ກວ່າແລ້ວ, ບໍ່ໄດ້ມີບົດບາດເປັນພຽງຕົວຊ່ວຍປັບປຸງການເຊື່ອມຕໍ່ດ້ານຄົມມະນາຄົມຂົນສົ່ງເທົ່ານັ້ນ, ຍັງໄດ້ເຊື່ອມຕໍ່ປະຊາຊົນເຂົ້າຫາກັນ, ສົ່ງເສີມການແລກປ່ຽນວັດທະນະທຳ ແລະ ເປີດໂອກາດໃໝ່ໃຫ້ແກ່ການທ່ອງທ່ຽວ.

ເສັ້ນທາງລົດໄຟລາວ-ຈີນ ທີ່ມີຄວາມຍາວທັງໝົດ 1.035 ກິໂລແມັດ ໄດ້ເຊື່ອມຕໍ່ນະຄອນ ຫຼວງວຽງຈັນຂອງລາວກັບນະຄອນຄຸນໝິງ, ແຂວງຢຸນນານຂອງຈີນ, ນັບແຕ່ເປີດບໍລິການມາຮອດວັນທີ 27 ພຶດສະພາ 2026, ໄດ້ບໍລິການລົດໄຟໂດຍສານຫຼາຍກວ່າ 1 ແສນຖ້ຽວ, ຂົນສົ່ງຜູ້ໂດຍສານ 73 ລ້ານເທືຶ່ອຄົນ, ໃນນັ້ນຂົນສົ່ງຜູ້ໂດຍສານຂ້າມຊາຍແດນທີ່ມາຈາກຫຼາຍກວ່າ 120 ປະເທດ ແລະ ເຂດແຄວ້ນໄດ້ຫຼາຍກວ່າ 8,4 ແສນເທື່ອຄົນ, ເວລາໃນການເດີນທາງໄດ້ຫຼຸດລົງເຫຼືອ 9 ຊົ່ວໂມງ 36 ນາທີ.
ອີງຕາມຂໍ້ມູນຈາກກະຊວງວັດທະນະທໍາ ແລະ ທ່ອງທ່ຽວຂອງລາວ ໃຫ້ຮູ້ວ່າ: ສະເພາະປີ 2025, ນັກທ່ອງທ່ຽວຈີນເຂົ້າມາທ່ຽວລາວຫຼາຍກວ່າ 1,1 ລ້ານຄົນ, ຢູ່ອັນດັບ 2 ຂອງນັກທ່ອງທ່ຽວຕ່າງປະເທດທີ່ມາທ່ຽວລາວທັງໝົດ. ຂະນະທີ່ ເວັບໄຊຂອງໂທລະພາບສາກົນຈີນ ຫຼື CGTN ລາຍງານວ່າ: ໃນປີ 2025, ສິບສອງພັ່ນນາ, ແຂວງຢຸນນານຂອງຈີນ ໄດ້ຕ້ອນຮັບນັກທ່ອງທ່ຽວເກືອບ 73 ລ້ານເທື່ອຄົນ ແລະ ສ້າງລາຍຮັບຈາກການທ່ອງທ່ຽວຫຼາຍກວ່າ 80 ຕື້ຢວນ ໃນຂະນະທີ່ຈໍານວນນັກທ່ອງທ່ຽວຈາກຕ່າງປະເທດເພີ່ມຂຶ້ນກວ່າ 110% ເມື່ອທຽບໃສ່ປີ 2024.
ລົດໄຟສາຍນີ້ ໄດ້ກາຍເປັນເສັ້ນທາງແຫ່ງການແລກປ່ຽນລະຫວ່າງປະຊາຊົນ. ດ້ວຍການເຮັດໃຫ້ການເດີນທາງສະດວກສະບາຍ ແລະ ວ່ອງໄວຂຶ້ນ, ເຮັດໃຫ້ປະຊາຊົນລາວ ແລະ ຈີນມີໂອກາດສຳ ຜັດວັດທະນະທຳຂອງກັນ ແລະ ກັນໂດຍກົງ ເຊິ່ງຊ່ວຍເສີມສ້າງສາຍພົວພັນ ແລະ ຄວາມເປັນມິດໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ການສຶກສາເປັນອີກໜຶ່ງເສົາຄ້ຳສຳຄັນຂອງມິດຕະພາບ ລາວ-ຈີນ, ແລະ ເປັນໜຶ່ງໃນວິທີທີ່ມີປະສິດທິຜົນໃນການສ້າງຄວາມເຂົ້າໃຈລະຫວ່າງປະ ຊາຊົນມາແຕ່ດົນນານ. ປັດຈຸບັນໃນປະເທດລາວ, ສະຖາບັນຂົງຈື້ 2 ແຫ່ງ ຄື: ສະຖາບັນຂົງຈື້ມະຫາ ວິທະຍາໄລແຫ່ງຊາດລາວ ແລະ ສະຖາບັນຂົງຈື່ມະຫາວິທະຍາໄລສຸພານຸວົງ ໄດ້ກາຍເປັນເວທີສຳຄັນສຳລັບການຮຽນພາສາຈີນ, ການແລກປ່ຽນວັດທະນະທຳ ແລະ ການສ້າງບຸກຄະລາກອນຂອງລາວ.

ນັບແຕ່ສ້າງຕັ້ງໃນປີ 2010, ສະຖາບັນຂົງຈື້ມະຫາວິທະຍາໄລແຫ່ງຊາດລາວ ໄດ້ສ້າງບຸກຄະລາກອນລາວແລ້ວຫຼາຍກວ່າ 9 ໝື່ນຄົນ ແລະ ເປີດຫຼັກສູດປະລິນຍາຕີສໍາລັບຄູສອນພາສາຈີນ ເຊິ່ງເປັນໂຄງການທຳອິດຂອງໂລກທີ່ດຳເນີນງານໂດຍສະຖາບັນຂົງຈື້. ສ່ວນສະຖາບັນຂົງຈື້ມະຫາວິທະຍາໄລສຸພານຸວົງທີ່ສ້າງຕັ້ງໃນປີ 2018 ໄດ້ປະສົມປະສານການສອນພາສາກັບການຝຶກອາຊີບ ຜ່ານໂຄງການຕ່າງໆ ເຊັ່ນ: “ພາສາຈີນ+ເຕັກໂນໂລຊີລົດໄຟ” ແລະ “ພາສາຈີນ + ວິສະວະກຳເຄື່ອງຈັກ” ຊ່ວຍໃຫ້ນັກສຶກສາພັດທະນາທັງທັກສະດ້ານພາສາ ແລະ ວິຊາຊີບທີ່ຈຳເປັນສຳລັບການຮ່ວມມືຂ້າມຊາຍແດນ.
ຄຽງຄູ່ກັນນີ້, ສະຖາບັນຍັງໄດ້ພັດທະນາປຶ້ມຮຽນສອງພາສາ ລາວ-ຈີນ ຫຼາຍຊຸດ, ລວມທັງປຶ້ມຮຽນດ້ານວິສະວະກຳໄຟຟ້າ ເຊິ່ງເປັນປຶ້ມຮຽນສະເພາະທາງດ້ານອຸດສາຫະກຳ ລາວ-ຈີນ ເຫຼັ້ມທຳອິດຂອງລາວ, ຈັດກິດຈະກຳວັດທະນະທຳຕາມແນວທາງລົດໄຟ ລາວ-ຈີນ. ດ້ວຍການນຳສະເໜີອົງປະກອບວັດທະນະທຳຈີນແບບດັ້ງເດີມ ເຊັ່ນ: ການຂຽນຕົວໜັງສືຈີນ, ການເຊີດສິງໂຕ ແລະ ມັງກອນ ຄວບຄູ່ກັບລັກສະນະວັດທະນະທຳລາວ, ກິດຈະກຳເຫຼົ່ານີ້ໄດ້ສ້າງໂອກາດໃຫ້ປະຊາຊົນທັງສອງປະເທດໄດ້ຮຽນຮູ້ ແລະ ຊື່ນຊົມວັດທະນະທຳຂອງກັນ ແລະ ກັນ.
ນອກຈາກບົດບາດຂອງສະຖາບັນຂົງຈື້ທັງສອງແຫ່ງ, ການແລກປ່ຽນດ້ານການສຶກສາທີ່ເພີ່ມຂຶ້ນຍັງໄດ້ເຮັດໃຫ້ນັກຮຽນ ແລະ ນັກສຶກສາລາວມີໂອກາດໄປສຶກສາ, ຢ້ຽມຢາມ ແລະ ສຳຜັດຊີວິດໃນປະເທດຈີນຜ່ານໂຄງການວິຊາການ, ໂຄງການແລກປ່ຽນນັກຮຽນ-ນັກສຶກສາ, ການທັດສະນະສຶກສາ ແລະ ອື່ນໆ. ປັດຈຸບັນມີນັກນັກສຶກສາລາວເກືອບ 1 ໝື່ນຄົນກຳລັງສຶກສາຢູ່ຈີນ. ທັງໝົດນີ້ໄດ້ຊ່ວຍເສີມສ້າງການພົວພັນດ້ານການສຶກສາ ແລະ ວັດທະນະທຳລະຫວ່າງລາວ-ຈີນ ນັບມື້ເຂັ້ມແຂງຂຶ້ນ.

ການແລກປ່ຽນວັດທະນະທຳ ຖືເປັນອີກໜຶ່ງຂົວເຊື່ອມຕໍ່ຈິດໃຈຂອງປະຊາຊົນລາວ ແລະ ຈີນ. ໃນຊຸມປີຜ່ານມານີ້ ກິດຈະກຳແລກປ່ຽນວັດທະນະທຳລະຫວ່າງ ລາວ-ຈີນ ໄດ້ຈັດຂຶ້ນຢ່າງຕໍ່ເນື່ອງ. ງານສະແດງສິລະປະ, ງານວາງສະແດງຮູບແຕ້ມ, ການສາຍຮູບເງົາ ແລະ ອື່ນໆ ລ້ວນເປັນໂອກາດເຮັດໃຫ້ປະຊາຊົນສອງປະເທດໄດ້ເຂົ້າໃຈຄຸນຄ່າ ແລະ ເອກະລັກທາງວັດທະນະທໍາຂອງກັນ ແລະ ກັນ. ສະເພາະໃນປີນີ້, ຫຼາກຫຼາຍກິດຈະກໍາໄດ້ເຊື່ອມປະຊາຊົນເຂົ້າໃກ້ກັນຜ່ານສິນລະປະ, ຮູບເງົາ ແລະ ວັດທະນະທຳດັ້ງເດີມທີ່ຈັດຂຶ້ນເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີແຫ່ງມິດຕະພາບ ລາວ-ຈີນ 2026.
ກິດຈະກໍາ “ການສະແດງສິລະປະເທິງລົດໄຟລາວ-ຈີນ” ເນື່ອງໃນບຸນກຸດຈີນ ໄດ້ຈັດຂຶ້ນໃນວັນທີ 4 ກຸມພາ 2024 ເທິງຂະບວນລົດ ໄຟຈາກສະຖານີນະຄອນຫຼວງວຽງຈັນ ຫາ ຫຼວງພະບາງ ພາຍໃຕ້ຄໍາຂວັນ “ຕະຫຼອດເສັ້ນທາງມີສຽງເພງ, ຕະຫຼອດເສັ້ນທາງມີໄມຕີຈິດ”. ຜ່ານການສະແດງ, ການຮ່ວມກິດຈະກຳວັດທະນະທຳພື້ນບ້ານ ແລະ ການແບ່ງປັນເລື່ອງລາວຕ່າງໆ ເຮັດໃຫ້ ລົດໄຟລາວ-ຈີນໄດ້ກາຍເປັນເວທີເຄື່ອນທີ່ແຫ່ງການແລກປ່ຽນວັດທະນະທຳທີ່ມີຊີວິດຊີວາ. ເມື່ອປະຊາຊົນລາວໄດ້ຮູ້ຈັກປະເພນີ ແລະ ວັດທະນະທໍາຂອງຈີນ ແລະ ປະຊາຊົນຈີນໄດ້ຮັບຮູ້ກ່ຽວກັບປະເພນີ ແລະ ວັດທະນະທໍາຂອງລາວ, ຄວາມເຂົ້າໃຈ ແລະ ຄວາມເຄົາ ລົບເຊິ່ງກັນ ແລະ ກັນກໍ່ເພີ່ມຂຶ້ນ ຕາມລຳດັບ.
ມິດຕະພາບລາວ-ຈີນໃນປັດຈຸບັນ, ບໍ່ໄດ້ເປັນພຽງຄໍາຂວັນ ຫຼື ແນວຄິດທາງການທູດ, ຫາກເປັນ ຄວາມສຳພັນທີ່ປະຊາຊົນສອງປະເທດສາມາດສຳຜັດໄດ້ໃນຊີວິດປະຈຳວັນ. ຈາກລົດໄຟທີ່ເຊື່ອມຕໍ່ປະຊາຊົນເຂົ້າຫາກັນ, ຈາກຫ້ອງຮຽນທີ່ສອນພາສາ ແລະ ຄວາມຮູ້, ຈົນຮອດກິດຈະກຳທາງວັດທະນະທຳທີ່ສ້າງຮອຍຍິ້ມ ແລະ ຄວາມປະທັບໃຈ, ທຸກຢ່າງລ້ວນເປັນສິ່ງທີ່ຢືນຢັນຢ່າງຈະແຈ້ງວ່າ: ການພົວພັນລະຫວ່າງປະຊາຊົນສອງປະເທດ ລາວ-ຈີນ ກຳລັງແໜ້ນແຟ້ນຍິ່ງຂຶ້ນ, ທັງເປັນກໍາລັງຂັບເຄື່ອນທີ່ສໍາຄັນໃນການສ້າງຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ສືບຕໍ່ຫຼໍ່ລ້ຽງມິດຕະພາບທີ່ເຕັມໄປດ້ວຍຄວາມມີຊີວິດຊີວາ. ເມື່ອປະຊາຊົນເຊື່ອມຕໍ່ກັນດ້ວຍຄວາມຈິງໃຈ, ມິດຕະພາບກໍ່ສາມາດເບັ່ງບານ ຈົນເຖິງຮຸ່ນລູກຮຸ່ນຢ່າງຍືນຍົງຕະຫຼອດໄປ.
ໂດຍ: BT,

