Homeຂ່າວໜ້າໜຶ່ງເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຢາມໂຮງຮຽນພັກສູນກາງພັກກອມມູນິດຈີນ

ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຢາມໂຮງຮຽນພັກສູນກາງພັກກອມມູນິດຈີນ

ໃນໂອກາດຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ, ໃນຕອນບ່າຍວັນທີ 4 ມິຖຸນາ 2026, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ຢ້ຽມຢາມ ໂຮງຮຽນພັກສູນກາງພັກກອມມູນິດຈີນ (ສະຖາບັນການປົກຄອງແຫ່ງຊາດຈີນ) ທີ່ ນະຄອນຫຼວງປັກກິ່ງ, ເຊິ່ງໂຮງຮຽນດັ່ງກ່າວ ແມ່ນສະຖາບັນການສຶກສາຂັ້ນສູງສຸດ ແລະ ເປັນຄັງຄວາມຄິດ-ປັນຍາ ທີ່ສຳຄັນທີ່ສຸດຂອງພັກ ແລະ ລັດຖະບານຈີນ.

ໃນໂອກາດດັ່ງກ່າວ ສະຫາຍ ເຊ້ຍ ຊຸ່ນ ທ່າວ, ກໍາມະການສູນກາງພັກ, ຮອງຫົວຫນ້າໂຮງຮຽນພັກສູນກາງ ພ້ອມດ້ວຍຄະນະພັກ-ຄະນະນໍາໂຮງຮຽນດັ່ງກ່າວ ໄດ້ໃຫ້ການຕ້ອນຮັບ ແລະ ລາຍງານສະພາບລວມຂອງໂຮງຮຽນພັກສູນກາງ ໃຫ້ຊາບ, ໂດຍສະເພາະ ພາລະບົດບາດສໍາຄັນຂອງໂຮງຮຽນ ໃນການບຳລຸງສ້າງພະນັກງານນຳພາ-ຄຸ້ມຄອງລະດັບສູງ ແລະ ກາງ ຂອງພັກ, ລັດຖະບານ, ກອງທັບຈີນ ແລະ ສະພາບການພົວພັນຮ່ວມມື-ແລກປ່ຽນບົດຮຽນກັບຕ່າງປະເທດຢ່າງກວ້າງຂວາງ, ລວມທັງການຕ້ອນຮັບຄະນະຜູ້ແທນຈາກ ພັກປະຕິວັດ ແລະ ພັກກຳອຳນາດຈາກທົ່ວໂລກ ມາຢ້ຽມຢາມ ແລະ ຖອດຖອນບົດຮຽນ ກ່ຽວກັບ ການພັດທະນາ ແລະ ການປົກຄອງປະເທດ ຢູ່ໂຮງຮຽນດັ່ງກ່າວ, ລວມທັງ ການຮ່ວມມືກັບພັກ, ລັດຖະບານລາວ.

ໃນໂອກາດນີ້, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ຕີລາຄາສູງ ຕໍ່ພາລະບົດບາດ ແລະ ການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງໂຮງຮຽນພັກສູນກາງ ທີ່ເປັນສູນກາງການຄົ້ນຄວ້າທິດສະດີມາກ-ເລນິນ, ແນວຄິດສີຈິ້ນຜິງ ແລະ ເປັນຄັງປັນຍາໃຫ້ແກ່ສູນກາງພັກກອມມູນິດຈີນ; ຕີລາຄາສູງ ການປະກອບສ່ວນຂອງໂຮງຮຽນພັກສູນກາງ ໃນການພົວພັນຮ່ວມມືກັບ ພັກ, ລັດຖະບານລາວ ເວົ້າລວມ, ເວົ້າສະເພາະກໍແມ່ນ ການຊ່ວຍເຫຼືອບໍາລຸງສ້າງພະນັກງານນໍາພາ-ຄຸ້ມຄອງຂອງລາວ ທາງດ້ານທິດສະດີ-ການເມືອງ, ການກໍ່ສ້າງພັກ, ການບໍລິຫານລັດ-ປົກຄອງປະເທດ ແລະ ອື່ນໆ.

ໃນຕອນບ່າຍຂອງວັນດຽວກັນ, ສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງພັກ, ລັດຖະບານລາວ ຍັງໄດ້ຢ້ຽມຢາມ ສູນຄົ້ນຄວ້າ ແລະ ວາງສະແດງເຕັກນິກອາວະກາດປັກກິ່ງ (Beijing Aerospace City), ເຊິ່ງແມ່ນສູນກາງເຕັກໂນໂລຊີ ແລະ ການຄົ້ນຄວ້າດ້ານອະວະກາດ ທີ່ສໍາຄັນທີ່ສຸດແຫ່ງໜຶ່ງ ຂອງປະເທດຈີນ ແລະ ໄດ້ພົບປະໂອ້ລົມກັບ ບັນດາອະດີດທູດ ແລະ ທະຫານອາສາສະໝັກຈີນ ທີ່ເຄີຍໄປຊ່ວຍລາວ ຕໍ່ສູ້ປົດປ່ອຍຊາດ ແລະ ກໍ່ສ້າງເສັ້ນທາງຢູ່ເຂດພາກເໜືອຂອງ ສປປ ລາວ ໃນຊຸມປີ 1960-1970

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments