Homeຂ່າວໜ້າໜຶ່ງກອງປະຊຸມພົບປະພາກທຸລະກິດ ລາວ - ອິນເດຍ 2026 (Laos – India Business Forum) ໃນວັນທີ 3...

ກອງປະຊຸມພົບປະພາກທຸລະກິດ ລາວ – ອິນເດຍ 2026 (Laos – India Business Forum) ໃນວັນທີ 3 ມິຖຸນາ 2026 ທີ່ ນະຄອນຫຼວງນິວແດນລີ, ປະເທດອິນເດຍ

ໃນໂອກາດການຢ້ຽມຢາມ ສາທາລະນະລັດ ອິນເດຍ ຢ່າງເປັນທາງການ ຂອງ ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໃນລະຫວ່າງວັນທີ 1-3 ມິຖຸນາ 2026, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ສະພາການຄ້າອິນເດຍ ຮ່ວມກັບ ສອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສ.ອິນເດຍ ພ້ອມດ້ວຍຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂອງສອງປະເທດ ໄດ້ຈັດກອງປະຊຸມພົບປະພາກທຸລະກິດ ລາວ – ອິນເດຍ ຄັ້ງທີ 2 ຂຶ້ນໃນຕອນບ່າຍຂອງວັນທີ 3 ມິຖຸນາ 2026 ທີ່ ນະຄອນຫຼວງນິວແດນລີ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນລະຫວ່າງ ລາວ ແລະ ອິນເດຍ ໃຫ້ຂຶ້ນສູ່ລະດັບໃໝ່ ກໍຄື ເປັນການປະກອບສ່ວນສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງ ສປປລາວ ແລະ ສ.ອິນເດຍ ໃນປີ 2026 ນີ້ ໂດຍການໃຫ້ກຽດເຂົ້າຮ່ວມເປັນແຂກກິດຕະມະສັກ ຂອງ ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ Prashant Agrawal, ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດອິນເດຍ ພ້ອມດ້ວຍ ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ເອກອັກຄະລັດຖະທູດທັງສອງປະເທດ ແລະ ຜູ້ຕາງຫນ້າຈາກພາກທຸລະກິດລາວ-ອິນເດຍເຂົ້າຮ່ວມ ຫລາຍກວ່າ 50 ຄົນ.

ກອງປະຊຸມຄັ້ງນີ້ ມີຈຸດປະສົງເພື່ອສ້າງເຄືອຂ່າຍໃຫ້ແກ່ພາກທຸລະກິດສອງປະເທດ ໃນການສົ່ງເສີມການຮ່ວມມືກັນທາງດ້ານການລົງທຶນ, ການຄ້າ, ການບໍລິການ, ຂົງເຂດເຕັກໂນໂລຊີ, ກະສິກໍາ, ພະລັງງານສະອາດ ແລະ ຂົງເຂດອື່ນໆ ປິ່ນອ້ອມຂົງເຂດການພັດທະນາເສດຖະກິດ-ສັງຄົມ. ກອງປະຊຸມພົບປະກັນຄັ້ງນີ້ ຍັງເປັນການທົບທວນຄືນການຈັດຕັ້ງປະຕິບົດບັນທຶກຄວາມເຂົ້າໃຈວ່າດ້ວຍການເປັນຄູ່ຮ່ວມມືລະຫວ່າງສະພາກຄ້າຂອງສອງປະເທດ ທີ່ໄດ້ລົງນາມຮ່ວມກັນໃນປີ 2024 ແລະ ປຶກສາຫາລືແລກປ່ຽນຄວາມຄິດເຫັນນໍາກັນກ່ຽວກັບການຮ່ວມມືໃນຕໍ່ໜ້າ.

ໃນໂອກາດດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ໃຫ້ກຽດກ່າວເປີດກອງປະຊຸມດັ່ງກ່າວ ໂດຍໄດ້ຕີລາຄາສູງການຈັດກອງປະຊຸມພາກທຸລະກິດໃນຄັ້ງນີ້ ພ້ອມທັງເນັ້ນໃຫ້ເຫັນຄວາມມີສະຖຽນລະພາບທາງດ້ານການເມືອງ ແລະ ທີ່ຕັ້ງຍຸດທະສາດຂອງ ສປປ ລາວ ໃນອະນຸພາກພື້ນແມ່ນໍ້າ, ການເປັນສູນກາງຂອງການເຊື່ອມໂຍງທາງດ້ານການຄ້າ, ການບໍລິການ ແລະ ໂລຈິດສຕິກ ໃນພາກພື້ນ ອາຊຽນ ແລະ ສປ ຈີນ. ນອກນັ້ນ, ຍັງໄດ້ເນັ້ນເຖິງ ທ່າແຮງບົ່ມຊ້ອນ ແລະ ເງື່ອນໄຂ ທີ່ເອື້ອອຳນວຍໃຫ້ແກ່ການລົງທຶນຈາກຕ່າງປະເທດ ໂດຍສະເພາະນັກລົງທຶນຈາກປະເທດອິນເດຍ. ພ້ອມດຽວກັນນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ເຊື້ອເຊີນບັນດາຫົວຫນ່ວຍທຸລະກິດ ແລະ ນັກລົງທຶນອິນເດຍ ເຂົ້າມາສຶກສາກາລະໂອກາດ ແລະ ຄວາມເປັນໄປໄດ້ ໃນການດຳເນີນທຸລະກິດຢູ່ ສປປ ລາວ ໃຫ້ນັບມື້ ນັບຫຼາຍຂື້ນ ໂດຍລັດຖະບານລາວ ຈະໃຫ້ການສະໜັບສະໜູນຊ່ວຍເຫຼືອຕາມລະບຽບການ.

ກອງປະຊຸມພົບປະທຸລະກິດ ລາວ – ອິນເດຍ ຄັ້ງນີ້ ແມ່ນຈັດຂຶ້ນເປັນ ຄັ້ງທີ 2, ຄັ້ງທຳອິດໄດ້ຈັດຂຶ້ນຢູ່ ສປປ ລາວ ໃນປີ 2024 ແລະ ຖືເປັນໜຶ່ງໃນກິດຈະກໍາອັນສຳຄັນຂອງວຽກງານການສົ່ງເສີມການທູດເສດຖະກິດ ຂອງ ລັດຖະບານລາວ. ກອງປະຊຸມ ໄດ້ດຳເນີນໄປດ້ວຍບັນຍາກາດອັນເປັນມິດ ແລະ ໄດ້ຮັບຜົນສຳເລັດຕາມຄາດໝາຍ. ຜ່ານການພົບປະແລກປ່ຽນຂໍ້ມູນກ່ຽວກັບການດຳເນີນທຸລະກິດຢູ່ ສປປ ລາວ ໄດ້ສ້າງຄວາມໝັ້ນໃຈໃຫ້ແກ່ນັກທຸລະກິດອິນເດຍມີຄວາມສົນໃຈ ມາລົງທຶນ ຢູ່ ສປປ ລາວ ເພິ່ມຂຶ້ນ. ສະພາການຄ້າ ຂອງ ອິນເດຍ ໄດ້ເນັ້ນໜັກວ່າ ກອງປະຊຸມສໍາມະນາຄັ້ງນີ້ ເປັນເວທີອັນສຳຄັນເພື່ອປຶກສາຫາລືຮ່ວມກັນຂອງພາກທຸລະກິດຂອງ ສອງປະເທດ ໃຫ້ສາມາດກາຍເປັນຄູ່ຮ່ວມມືຍຸດທະສາດດ້ານການຄ້າ, ການລົງທຶນ ແລະ ການບໍລິການ ໃນຕໍ່ໜ້າ ແລະ ມີເເຜນຈະນໍາພານັກທຸລະກິດຂອງ ອິນເດຍ ເດີນທາງມາເຮັດວຽກກັບຝ່າຍ ສປປ ລາວ ໃນໄວໆນີ້ ເພື່ອປຶກສາຫາລືກ່ຽວກັບຊ່ອງທາງການຮ່ວມມືດ້ານການລົງທຶນ, ການຄ້າ ແລະ ການບໍລິການ ໂດຍສະເພາະ ດ້ານການບິນພົນລະເຮືອນ ເພື່ອສົ່ງເສີມ ແລະ ອໍານວຍຄວາມສະດວກ ໃຫ້ແກ່ ການທ່ອງທ່ຽວ ແລະ ການພົວພັນລະຫວ່າງ ປະຊາຊົນ ແລະ ຂົງເຂດອື່ນໆ ທີ່ອິນເດຍ ມີທ່າແຮງ. ລັດຖະບານ ອິນເດຍ ມີຍຸດທະສາດ ໃນການຍົກລະດັບສາຍພົວພັນກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (Act East Policy) ທາງດ້ານເສດຖະກິດ, ຍຸດທະສາດ ແລະ ວັດທະນະທໍາ ໃນຂອບການຮ່ວມມື ອະນຸພາກພື້ນ ແລະ ພາກພື້ນ ຊຶ່ງ ສປປ ລາວ ເປັນປະເທດໜຶ່ງທີ່ມີທີ່ຕັ້ງຍຸດທະສາດ ອັນສໍາຄັນໃນພາກພື້ນແມ່ນໍ້າຂອງ ແລະ ສູນກາງແຫ່ງການເຊື່ອມໂຍງທາງບົກ ໄປສູ່ປະເທດອ້ອມຂ້າງ ແລະ ເປັນກາລະໂອກາດອັນດີໃຫ້ແກ່ບັນດານັກທຸລະກິດ ອິນເດຍ ໃນການຂະຫຍາຍການລົງທຶນຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນໃນຕໍ່ໜ້າ.

ຂ່າວ-ພາບ: ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments