Homeຂ່າວພາຍໃນສາຫາລື ການສະໝັກເຂົ້າເປັນສະມາຊິກ ຂອງອົງການການຮ່ວມມືປັນຍາປະດິດໂລກ

ສາຫາລື ການສະໝັກເຂົ້າເປັນສະມາຊິກ ຂອງອົງການການຮ່ວມມືປັນຍາປະດິດໂລກ

ກອງປະຊຸມປຶກສາຫາລື ກ່ຽວກັບການເຊື້ອເຊີນ ຂອງ ສປ ຈີນ ໃຫ້ ສປປ ລາວ ເຂົ້າເປັນສະມາຊິກຂອງອົງການການຮ່ວມມືປັນຍາປະດິດໂລກ ໂດຍການຮ່ວມເຊັນສັນຍາສ້າງຕັ້ງອົງການ ການຮ່ວມມືປັນຍາປະດິດໂລກ ທີ່ຈະເປີດໃຫ້ເຊັນໃນເດືອນ 7 ປີ 2026 ທີ່ຈະມາເຖິງ ຈັດຂຶ້ນໃນວັນທີ 2 ມິຖຸນາ 2026, ຢູ່ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໂດຍການເປັນປະທານຂອງ ທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີ ກຕສ ມີບັນດາຄະນະກົມ/ທຽບເທົ່າ ແລະ ຜູ້ຕາງຈາກບັນດາກະຊວງ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ໄຊຊະນະ ສິດທິພອນ ໄດ້ກ່າວວ່າ: ປັນຍາປະດິດ (AI) ໄດ້ກາຍມາເປັນເຕັກໂນໂລຊີ ທີ່ມາປະຕິວັດຂະແໜງການຕ່າງໆ ແລະ ສົ່ງຜົນກະທົບອັນໃຫຍ່ຫລວງຕໍ່ການພັດທະນາເສດຖະກິດ ແລະ ສັງຄົມຂອງໂລກ ແຕ່ໃນລະດັບສາກົນ ຍັງບໍ່ມີອົງການຮ່ວມມືດ້ານ AI ຢ່າງເປັນທາງການເກີດຂຶ້ນ. ໃນພິທີເປີດການປະຊຸມ World Artificial Intelligence Conference ທີ່ນະຄອນຊຽງໄຮ້, ເດືອນກໍລະກົດ, ປີ 2025 ທີ່ຜ່ານມາ, ທ່ານ ລີ ຊຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໄດ້ສະແດງຊັດເຈນວ່າ ສປ ຈີນ ປາຖະນາທີ່ຈະສ້າງໂອກາດ ໃນການຈັດຕັ້ງ “ອົງການຮ່ວມມືປັນຍາປະດິດໂລກ” ເພື່ອເປັນແພລດຟອມສາກົນ ສຳລັບການປຶກສາຫາລື, ການກຳນົດມາດຕະຖານ ແລະ ການຮ່ວມມືໃນການພັດ ທະນາ AI ຢ່າງປອດໄພ ແລະ ເປັນປະໂຫຍດຕໍ່ມວນມະນຸດ ໃນທົ່ວໂລກ. ພາຍຫລັງການປະຊຸມດັ່ງກ່າວ, ກະຊວງການຕ່າງປະເທດ ຂອງ ສປ ຈີນ ໄດ້ເປັນເຈົ້າພາບໃນການຮ່າງສັນຍາ ສ້າງຕັ້ງ “ອົງການຮ່ວມມືປັນຍາປະດິດໂລກ” ແລະ ຈັດກອງປະຊຸມປຶກສາຫາລື ກ່ຽວກັບຮ່າງສັນຍາດັ່ງກ່າວ ໂດຍເຊີນປະເທດຕ່າງໆ ເຂົ້າຮ່ວມເຊັ່ນ: ສປປ ລາວ, ກຳປູເຈຍ, ໄທ, ມາເລເຊຍ, ລັດເຊຍ, ບຣາຊິວ, ອາຟຣິກາໃຕ້, ບັນດາປະເທດອາຊີກາງ ແລະ ເອເມລິກາລາຕິນ ລວມປະມານ 40 ປະເທດ. ມາຮອດປັດຈຸບັນ, ສປ ຈີນ ໃນຖານະປະເທດເຈົ້າພາບ ໄດ້ສົ່ງຮ່າງສັນຍາສຸດທ້າຍ ເພື່ອສະເໜີໃຫ້ບັນດາປະເທດລົງນາມເຂົ້າເປັນສະມາຊິກ. ດັ່ງນັ້ນ, ກຕສ ຈຶ່ງໄດ້ຈັດກອງປະຊຸມຄັ້ງນີ້ຂຶ້ນ ເພື່ອປຶກສາຫາລື ກ່ຽວກັບຂໍສະເໜີ ດັ່ງກ່າວ ໃຫ້ມີຜົນປະໂຫຍດສູງສຸດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments