ສະຖານເອກອັກຄະລັດຖະທູດກູບາ ຈັດພິທີສະເຫລີມສະຫລອງ ວັນເກີດ ຄົບຮອບ 95 ປີ ຂອງຜູ້ນໍາປະຫວັດສາດ ແຫ່ງ ການປະຕິວັດກູບາ ທ່ານ ພົນເອກ ຣາອູນ ກັດສະໂຕຣ ຣຸດ ແລະ ວັນຄ້າຍວັນເກີດ ຄົບຮອບ 100 ປີ ຂອງຜູ້ນໍາປະຫວັດສາດ ແລະ ຜູ້ບັນຊາການສູງສຸດ ທ່ານ ຟີແດນ ກັດສະໂຕຣ ຣຸດ ໃນວັນທີ 3 ມິຖຸນາ 2026 ໂດຍມີ ທ່ານ ນາງ ເອນນາ ແອັດສະແຕ ວຽນ ວານເດັດສ໌ ເອກອັກຄະລັດຖະທູດກູບາ ປະຈຳລາວ, ທ່ານ ຈະເລີນ ເຍຍປາວເຮີ ປະທານສະມາຄົມມິດຕະພາບລາວ-ກູບາ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ເອນນາ ແອັດສະແຕ ວຽນ ວານເດັດສ໌ ໄດ້ກ່າວວ່າ: ທ່ານ ພົນເອກ ຣາອູນ ກັດສະໂຕຣ ຣຸດ ແລະ ທ່ານ ຟີແດນ ກັດສະໂຕຣ ຣຸດ ເປັນສອງອ້າຍນ້ອງທີ່ໄດ້ຮ່ວມກັນຕໍ່ສູ້ ແລະ ຢືນຄຽງບ່າຄຽງໄຫລ່ກັນຢ່າງໃກ້ຊິດ; ທັງສອງທີ່ໄດ້ສ້າງຜົນງານອັນໃຫຍ່ຫລວງ ໃນພາລະກິດການປະຕິວັດກູບາ. ປະຫວັດສາດຂອງກູບາ ຈະບໍ່ສາມາດປະກົດຂຶ້ນໄດ້ ຫາກປາສະຈາກພວກເພິ່ນ, ເພາະພວກເພິ່ນຄືຮາກຖານ, ຄືເສົາຄ້ຳ ແລະ ຄືສາຍເລືອດ ແຫ່ງຂະບວນການຕໍ່ສູ້. ຜູ້ນຳ ຟີແດນ ແລະ ພົນເອກ ຣາອູນ ເປັນຫລາຍກວ່າອ້າຍນ້ອງຮ່ວມສາຍເລືອດ ພວກເພິ່ນເປັນມິດສະຫາຍຮ່ວມອຸດົມການ, ຮ່ວມຮົບທີ່ຕັດແຍກອອກຈາກກັນບໍ່ໄດ້ ໃນຂະບວນການປະຕິວັດ ນັບແຕ່ເຫດການບຸກໂຈມຕີຄ້າຍທະຫານ ມອນກາດາ, ການເດີນເຮືອ ກຣານມາ, ບັ້ນຮົບ ຊຽຣາ ມາເອສຕຣາ ແລະ ໃນທຸກໆສະໜາມຮົບ ພວກເພິ່ນລ້ວນແຕ່ຄຽງຂ້າງກັນສະເໝີ ທ່ານ ຟີແດນ ຄືນັກຍຸດທະສາດການເມືອງ ແລະ ທ່ານ ຣາອູນ ຄືນັກຈັດຕັ້ງບັນຊາການທະຫານ, ທ່ານ ຟີແດນ ຄືສຽງຮຽກຮ້ອງທີ່ສ້າງແຮງບັນດານໃຈ, ສ່ວນ ທ່ານ ຣາອູນ ຄືກຳລັງແຮງທີ່ຮັບປະກັນໄຊຊະນະ. ສອງບູລຸດແຕ່ມີອຸດົມການໜຶ່ງດຽວນັ້ນກໍຄື ອິດສະລະພາບຂອງກູບາ ຄວາມສາມັກຄີກົມກຽວຂອງພວກເພິ່ນ ຄືພະລັງແຮງສຳຄັນ ທີ່ເຮັດໃຫ້ການປະຕິວັດມີຄວາມເຂັ້ມ ແຂງ.

ໂອກາດນີ້, ທ່ານ ຈະເລີນ ເຍຍປາວເຮີ ໄດ້ຕາງໜ້າໃຫ້ສະມາຄົມມິດຕະພາບລາວ-ກູບາ, ປະ ຊາຊົນລາວບັນດາເຜົ່າ ສົ່ງຄຳອວຍພອນອັນປະເສີດໄປຍັງ ທ່ານ ພົນເອກ ຣາອູນ ກັດສະໂຕຣ ຣຸດ ຈົ່ງມີສຸຂະພາບແຂງແຮງ, ອາຍຸໝັ້ນຢືນຍາວ ສືບຕໍ່ຊີ້ນຳ-ນຳພາປະຊາຊົນປົກປັກຮັກສາ, ເສີມຂະຫຍາຍໝາກຜົນຂອງການປະຕິວັດກູບາ ແລະ ນໍາພາສ້າງສາພັດທະນາປະເທດຊາດຢ່າງຕໍ່ເນື່ອງ. ພ້ອມນີ້, ຍັງໄດ້ສະແດງຄວາມຍິນດີ ແລະ ພາກພູມໃຈທີ່ສາຍພົວພັນຮ່ວມມືລາວ-ກູບາ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ.

