ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ສູນສຸຂະພາບແຫ່ງຊາດມົງໂກນໄດ້ປະກາດວ່າ, ໄດ້ເລີ່ມໃຊ້ສັນຍາລັກສຳລັບແມ່ຍິງຖືພາທົ່ວປະເທດ. ໂຄງການດັ່ງກ່າວມີຈຸດປະສົງເພື່ອເສີມຂະຫຍາຍຄວາມປອດໄພ, ການສະໜັບສະໜູນທາງສັງຄົມ ແລະ ການເປັນຢູ່ທີ່ດີສຳລັບແມ່ຍິງຖືພາ, ພ້ອມທັງຍົກສູງຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃນພື້ນທີ່ສາທາລະນະ. ໂດຍສັນຍາລັກດັ່ງກ່າວຖືກແຈກຢາຍຜ່ານສູນຄອບຄົວ ແລະ ສູນສຸຂະພາບປະຈຳເມືອງ.
ສູນດັ່ງກ່າວລະບຸວ່າ: ໂຄງການນີ້ມີຈຸດປະສົງເພື່ອສ້າງເງື່ອນໄຂທີ່ເອື້ອອຳນວຍຕໍ່ການຊ່ວຍເຫຼືອ ແລະ ການປິ່ນປົວທີ່ເໝາະສົມແກ່ແມ່ຍິງຖືພາໃນພື້ນທີ່ສາທາລະນະ, ລະບົບຂົນສົ່ງສາທາລະນະ ແລະ ໃນສະຖານທີ່ບໍລິການຕ່າງໆ. ໂດຍຫວັງວ່າສັນຍາລັກດັ່ງກ່າວຈະຊ່ວຍໃຫ້ຜູ້ອື່ນຮັບຊາບໃນກໍລະນີທີ່ການຖືພາຍັງບໍ່ທັນປະກົດໃນໄລຍະເລີ່ມຕົ້ນ.
ປະເທດມົງໂກນ ມີປະຊາກອນ 3.5 ລ້ານຄົນ ແລະ ຍັງສືບຕໍ່ປະສົບກັບອັດຕາການເກີດທີ່ຫຼຸດລົງຢ່າງຕໍ່ເນື່ອງ, ໂດຍຈຳນວນສະເລ່ຍຂອງແມ່ຍິງເກີດລູກໃນແຕ່ລະປີຫຼຸດລົງຈາກ 80,000 ຄົນໃນເມື່ອກ່ອນ ມາເປັນ 54,000 ຄົນ ໃນປີ 2025.

