ການແຂ່ງຂັນ “ບານໂລກ 2026” ຫຼື FIFA World Cup 2026 ຮອບສຸດທ້າຍ ຈະໄດ້ເປີດສາກຂຶ້ນຢ່າງເປັນທາງການແລ້ວ ເຊິ່ງຄັ້ງນີ້ຖືວ່າເປັນຄັ້ງປະຫວັດສາດ ເພາະມີທີມເຂົ້າຮ່ວມເພີ່ມຂຶ້ນເປັນ 48 ທີມ ແລະ ຈະຈັດຂຶ້ນໃນ 3 ປະເທດເຈົ້າພາບຮ່ວມ ຄື:ການາດາ ເມັກຊິໂກ ແລະ ສະຫະລັດອາເມຣິກາ ໂດຍມີສະໜາມແຂ່ງທັງໝົດ 16 ສະໜາມ ແລະ 16 ເມືອງດ້ວຍກັນ ໂດຍການແຂ່ງຂັນແມ່ນຈະເລີ່ມແຕ່ວັນທີ 11 ມິຖຸນາ ຫາ 19 ກໍລະກົດ 2026 ນີ້.
ການແຂ່ງຂັນ FIFA World Cup 2026 ໄດ້ປະກາດຕາຕະລາງແຂ່ງຂັນຮອບແບ່ງກຸ່ມ 32 ທີມສຸດທ້າຍ ເຊິ່ງຈະແຂ່ງຂັນກັນ 17 ວັນຕິດຕໍ່ກັນ ໂດຍຈະເລີ່ມເປີດສາກການແຂ່ງຂັນຕັ້ງແຕ່ວັນທີ 11 ມິຖຸນາ 2026 ແລະ ສິ້ນສຸດຮອບແບ່ງກຸ່ມ ໃນວັນທີ 27 ມິຖຸນາ 2026 (ຕາມເວລາທ້ອງຖິ່ນ).

ຕາຕະລາງການແຂ່ງຂັນ ວັນທີ 11 ມິຖຸນາ: ເມັກຊິໂກ ພົບ ອາຟຣິກາໃຕ້ ແລະ ສ ເກົາຫຼີ ພົບ ສ ເຊັກ ວັນທີ 12 ມິຖຸນາ: ການາດາ ພົບ ບອດສະເນຍ ແລະ ສະຫະລັດອາເມຣິກາ ພົບ ປາຣາກວາຍ ວັນທີ 13 ມິຖຸນາ: ກາຕາ ພົບ ສະວິດ ເບຣຊິນ ພົບ ໂມຣັອກໂກ ເຮຕີ ພົບ ສະກັອດແລນ ແລະ ອົດສະຕຣາລີ ພົບ ຕວັກກີ ວັນທີ 14 ມິຖຸນາ: ເຢຍລະມັນ ພົບ ກູຣາຊາວ ໂຮນລັງ ພົບ ຍີ່ປຸ່ນ ໄອແລນ ພົບ ເອກວາດໍ ແລະ ຊູແອດ ພົບ ຕູນິເຊຍ ວັນທີ 15 ມິຖຸນາ: ແອັດສະປາຍ ພົບ ເຄບເວີດ ແບນຊິກ ພົບ ເອຢິບ ຊາອຸດິ ອາຣາເບຍ ພົບ ອູຣູກວາຍ ແລະ ອີຣານ ພົບ ອົດສະຕຣາລີ ວັນທີ 16 ມິຖຸນາ: ຝຣັ່ງ ພົບ ເຊເນການ ອີຣັກ ພົບ ນ໊ອກແວ ອາກຊັງຕິນ ພົບ ອັນຈີເຣຍ ແລະ ໂອຕີດ ພົບ ຊອກດານີ.
ວັນທີ 17 ມິຖຸນາ: ປ໋ອກຕຸຍການ ພົບ ຄອງໂກ ອັງກິດ ພົບ ໂຄອາຊີ ການາ ພົບ ປານາມາ ແລະ ອຸສເບກິສຖານ ພົບ ໂຄລັມບີ ວັນທີ 18 ມິຖຸນາ: ເຊັກໂກ ພົບ ອາຟຣິກາໃຕ້ ສະວິດ ພົບ ບອດສະເນຍ ການາດາ ພົບ ກາຕາ ແລະ ເມັກຊິໂກ ພົບ ສ ເກົາຫຼີ ວັນທີ 19 ມິຖຸນາ: ສະຫະລັດອາເມຣິກາ ພົບ ອົດສະຕຣາລີ ສະກັອດແລນ ພົບ ໂມຣັອກໂກ ເບຣຊິນ ພົບ ເຮຕີ ແລະ ຕັວກກີ ພົບ ປາຣາກວາຍ ວັນທີ 20 ມິຖຸນາ: ໂຮນລັງ ພົບ ຊູແອດ ເຢຍລະມັນ ພົບ ໄອແລນ ເອກວາດໍ ພົບ ກູຣາຊາວ ແລະ ຕູນິເຊຍ ພົບ ຍີ່ປຸ່ນ ວັນທີ 21 ມິຖຸນາ: ແອັດສະປາຍ ພົບ ຊາອຸດິ ອາຣາເບຍ ແບນຊິກ ພົບ ອີຣານ ອູຣູກວາຍ ພົບ ເຄບເວີດ ແລະ ອົດສະຕຣາລີ ພົບ ເອຢິບ ວັນທີ 22 ມິຖຸນາ: ອາກຊັງຕິນ ພົບ ອອສເຕຣຍ ຝຣັ່ງ ພົບ ອີຣັກ ນໍເວ ພົບ ເຊເນການ ແລະ ຈໍແດນ ພົບ ອັລຈີເຣຍ ວັນທີ 23 ມິຖຸນາ: ປ໋ອກຕຸຍການ ພົບ ອຸສເບກິສຖານ ອັງກິດ ພົບ ການາ ປານາມາ ພົບ ໂຄອາຊີ ແລະ ໂຄລັມເບຍ ພົບ ຄອງໂກ.

ວັນທີ 24 ມິຖຸນາ: ສະວິດ ພົບ ການາດາ ບອດສະເນຍ ພົບ ກາຕາ ແລະ ສະກັອດແລນ ພົບ ເບຣຊິນ ວັນທີ 25 ມິຖຸນາ: ກູຣາຊາວ ພົບ ໄອແລນ ເອກວາດໍ ພົບ ເຢຍລະມັນ ຍີ່ປຸ່ນ ພົບ ຊູແອດ ຕູນິເຊຍ ພົບ ໂຮນລັງ ຕັວກກີ ພົບ ສະຫະລັດ ແລະ ປາຣາກວາຍ ພົບ ອົດສະຕຣາລີ ວັນທີ 26 ມິຖຸນາ: ນໍເວ ພົບ ຝຣັ່ງ ເຊເນການ ພົບ ອີຣັກ ເຄບເວີດ ພົບ ຊາອຸດິ ອາຣາເບຍ ແລະ ອູຣູກວາຍ ພົບ ອີຣານ ວັນທີ 27 ມິຖຸນາ: ປານາມາ ພົບ ອັງກິດ ໂຄອາຊີ ພົບ ການາ ໂຄລັມບີ ພົບ ຄອງໂກ ອຸສເບກິສຖານ ພົບ ຄອງໂກ ອັລຈີເຣຍ ພົບ ອອສເຕຣຍ ແລະ ຈໍແດນ ພົບ ອາກຊັງຕິນ.

