Homeຂ່າວໜ້າໜຶ່ງຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ເຂົ້າຮ່ວມກອງປະຊຸມສາກົນ ຄັ້ງທີ 2 ທີ່ເມືອງ ເບຣັດສທ໌, ປະເທດ ເບລາຣຸດຊີ

ຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ເຂົ້າຮ່ວມກອງປະຊຸມສາກົນ ຄັ້ງທີ 2 ທີ່ເມືອງ ເບຣັດສທ໌, ປະເທດ ເບລາຣຸດຊີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງພັກເບລາຢາຣຸດສ໌, ຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ນຳໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕາງໜ້າໃຫ້ ສູນກາງພັກ ປປ ລາວ ເຂົ້າຮ່ວມກອງປະຊຸມສາກົນ ຄັ້ງທີ 2 ໃນຫົວຂໍ້: “ອະທິປະໄຕແຫ່ງລັດ ແລະ ຫຼັກການພົວພັນສາກົນ ໃນສະພາບການຂອງໂລກຫຼາຍຂົ້ວອຳນາດ ແລະ ຄວາມຫຼາກຫຼາຍ ໃນສະຕະວັດທີ 21” (State Sovereignty and Principles of International Relations in the Context of Multipolarity and Diversity in the 21st Century) ແຕ່ວັນທີ 27-30 ພຶດສະພາ 2026 ທີ່ ສ. ເບລາຣຸດຊີ.

ກອງປະຊຸມດັ່ງກ່າວ ແມ່ນຂໍ້ລິເລີ່ມຂອງ ພັກເບລາຢາຣຸດສ໌ ທີ່ໄດ້ຈັດຂຶ້ນເປັນຄັ້ງທໍາອິດໃນປີ 2025 ເພື່ອເປັນເວທີປຶກສາຫາລື, ແລກປ່ຽນທັດສະນະ ແລະ ຖອດຖອນບົດຮຽນ ລະຫວ່າງ ພັກການເມືອງ, ຜູ້ນຳທາງການເມືອງ, ນັກຄົ້ນຄວ້າ, ນັກວິຊາການ, ກຳລັງຮັກຊາດ ແລະ ກ້າວໜ້າຂອງບັນດາພັກການເມືອງໃນໂລກ ກ່ຽວກັບການປົກປ້ອງອະທິປະໄຕແຫ່ງລັດ, ຕ້ານການແຊກແຊງກິດຈະການພາຍໃນຂອງບັນດາລັດເອກະລາດ ເຊັ່ນ: ການເລືອກຕັ້ງ, ການຕ້ານລັດທິລ່າເມືອງຂຶ້ນແບບໃໝ່, ການປົກປ້ອງຜົນປະໂຫຍດແຫ່ງຊາດ, ບັນຫາຄວາມໝັ້ນຄົງຂອງພາກພື້ນ ແລະ ສາກົນ ໃນໂລກທີ່ມີຫຼາຍຂົ້ວອຳນາດ ຊຶ່ງມີຄະນະຜູ້ແທນຈາກ 17 ພັກການເມືອງ, ຫຼາຍກວ່າ 40 ທ່ານ ເຂົ້າຮ່ວມ ໂດຍມາຈາກທະວີບເອີີຣົບ, ອາຊີ, ອາຟຣິກາ ແລະ ອາເມຣິກາລາຕິນ.

ໃນກອງປະຊຸມ, ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ພັກເບລາຢາຣຸດສ໌ ຕໍ່ການເຊື້ອເຊີນ ແລະ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແກ່ຄະນະຜູ້ແທນພັກ ປະຊາຊົນປະຕິວັດລາວ ແລະ ຕີລາຄາສູງ ຕໍ່ພັກເບລາຢາຣຸດສ໌ ໃນການຈັດກອງປະຊຸມທີ່ມີຄວາມໝາຍ, ຄວາມສຳຄັນໃນຄັ້ງນີ້, ພ້ອມທັງຍົກໃຫ້ເຫັນເຖິງຄວາມສຳຄັນຂອງອະທິປະໄຕແຫ່ງລັດ, ສັນຕິພາບ ແລະ ຄວາມໝັ້ນຄົງ, ຍົກສູງການພົວພັນຮ່ວມມື ລະຫວ່າງ ບັນດາພັກການເມືອງ ກໍຄືບັນດາປະເທດໃນໂລກທີ່ໃຫ້ການສະໜັບສະໜູນການຫັນເປັນໂລກຫຼາຍຂົ້ວທີ່ນັບມື້ຈະແຈ້ງຂຶ້ນ ບົນພື້ນຖານແຫ່ງການເຄົາລົບອະທິປະໄຕແຫ່ງລັດ, ກົດບັດຂອງສະຫະປະຊາຊາດ ແລະ ກົດໝາຍສາກົນ ເພື່ອຮ່ວມກັນແກ້ໄຂບັນດາສິ່ງທ້າທາຍຕ່າງໆທີ່ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ການພັດທະນາຂອງບັນດາປະເທດ. ພ້ອມດຽວກັນ, ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ຢ້ຳຄືນທັດສະນະ ແລະ ນະໂຍບາຍການຕ່າງປະເທດ ອັນສະເໝີຕົ້ນສະເໝີປາຍຂອງ ພັກປະຊາຊົນປະຕິວັດລາວ ໃນການເປີດກວ້າງການພົວພັນຮ່ວມມືກັບບັນດາພັກການເມືອງແບບຫຼາຍທິດ, ຫຼາຍຝ່າຍ ໃນພາກພື້ນ ແລະ ໂລກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments