ໃນວັນທີ 29 ພຶດສະພາ 2026 ຜ່ານມາ, ກະຊວງການເງິນ ແລະ ຂະແໜງການທີ່ກ່ຽວຂ້ອງ, ໄດ້ຈັດກອງປະຊຸມເຜີຍແຜ່ແນະນໍາກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງຫ້ອງກວດກາວິໄຈ ແລະ ຢັ້ງຢືນຄຸນນະພາບແຮ່ທາດກ່ອນການສົ່ງອອກຢູ່ປາຍທາງທົ່ວປະເທດ ຊຶ່ງທັງຫມົດມີ 32 ດ່ານໃນທົ່ວປະເທດ. ໃນນີ້, ສຳລັບຢູ່ແຂວງຄຳມ່ວນ ແລະ ແຂວງ ສາລະວັນ ແມ່ນຢູ່ 3 ຈຸດຄື: ຢູ່ດ່ານສາກົນນາເພົ້າ, ດ່ານສາກົນຂົວມິດຕະພາບ3 ແລະ ດ່ານສາກົນລະໄລ.
ຈຸດປະສົງ, ກໍ່ເພື່ອເຜີຍແຜ່ແນະນໍາກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງຫ້ອງກວດກາວິໄຈ ແລະ ຢັ້ງຢືນຄຸນນະ ພາບແຮ່ທາດກ່ອນການສົ່ງອອກຢູ່ປາຍທາງ,ຊຶ່ງໃນໄລຍະຜ່ານມາເຫັນວ່າ: ການຄຸ້ມຄອງກວດກາຄຸນນະພາບ ແລະ ມາດຕະຖານການສົ່ງອອກແຮ່ທາດຍັງບໍ່ທັນຮັດກຸມ, ການຄຸ້ມຄອງການເກັບກໍາຂໍ້ມູນການສົ່ງອອກແຮ່ທາດແຕ່ລະຊະນິດຍັງບໍ່ທັນລວມສູນ ແລະ ຍັງບໍ່ທັນມີພາກສ່ວນໃດ? ເຮັດໜ້າທີ່ໃນການຄຸ້ມຄອງວຽກງານດັ່ງກ່າວຢູ່ປາຍທາງ (ດ່ານພາສີສາກົນ ທົ່ວປະເທດ ແລະ ຈຸດສະຖານີລົດໄຟ).

ສະນັ້ນ, ການສ້າງຕັ້ງຫ້ອງກວດກາວິໄຈ ແລະ ຢັ້ງຢືນຄຸນນະພາບແຮ່ທາດກ່ອນການສົ່ງອອກປະຈໍາຢູ່ດ່ານສາກົນ ແລະ ສະຖານີລົດໄຟ, ເພື່ອແນໃສ່ການສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນການກວດກາວິໄຈ ແລະ ຢັ້ງຢືນແຮ່ທາດ ແລະ ແຮ່ຫາຍາກອື່ນໆ ຕາມທິດການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່, ເປັນການປະກອບສ່ວນ ເຂົ້າໃນວຽກງານການຄຸ້ມຄອງ, ການສົ່ງອອກຜະລິດຕະພັນແຮ່ທາດ ແລະ ຮັບປະກັນຄວາມຖືກຕ້ອງ, ຄວາມໂປ່ງໃສ ຂອງການຢັ້ງຢືນການກວດສອບວິໄຈແຮ່ທາດຢູ່ປາຍທາງ ດ້ວຍການນໍາໃຊ້ເຄື່ອງມືເຕັກໂນໂລຊີ ທີ່ທັນສະໄໝ, ຮັບປະກັນຄວາມຖືກຕ້ອງໃນການສົ່ງອອກແຮ່ທາດ, ເພື່ອຮັບປະກັນເຮັດໃຫ້ລັດຖະບານໄດ້ຮັບຜົນປະໂຫຍດສູງສຸດຈາກ ການເກັບລາຍຮັບເຂົ້າງົບປະມານ, ໂດຍສອດຄ່ອງກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ, ຄໍາສັ່ງຂອງລັດຖະບານ ແລະ ສ້າງລາຍ ຮັບໃຫ້ປະເທດຊາດຢ່າງຍືນຍົງ.
ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ໂດຍອີງຕາມແຈ້ງການ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 617/ຫສນຍ, ລົງວັນທີ 15 ພຶດສະພາ 2026 ໃນການກະກຽມຈັດຕັ້ງປະຕິບັດວຽກງານ ກວດກາຄຸນນະພາບແຮ່ທາດກ່ອນການສົ່ງອອກຢູ່ປາຍທາງ.
ດັ່ງນັ້ນ, ຄະນະຮັບຜິດຊອບໄດ້ສົມທົບກັບພະແນກການຂອງແຂວງ ສົມທົບກັບຫ້ອງກວດກາວິໄຈ ແລະ ຢັ້ງຢືນ ຄຸນນະພາບແຮ່ທາດກ່ອນການສົ່ງອອກຢູ່ປາຍທາງທົ່ວປະເທດ ແລະ ໜ່ວຍງານກ່ຽວຂ້ອງ, ໄດ້ເປີດນໍາໃຊ້ຫ້ອງ ກວດກາວິໄຈ ແລະ ຢັ້ງຢືນຄຸນນະພາບແຮ່ທາດກ່ອນການສົ່ງອອກຢູ່ປາຍທາງທົ່ວປະເທດ.

ໃນກອງປະຊຸມ, ຍັງໄດ້ຮັບຟັງການເຜີຍແຜ່ບັນດານິຕິກຳຕ່າງໆທີ່ຕິດພັນກັບຫ້ອງກວດກາວິໄຈ ແລະ ຢັ້ງຢືນຄຸນນະພາບ ແຮ່ທາດ ກ່ອນການສົ່ງອອກຢູ່ປາຍທາງທົ່ວປະເທດ ແລະ ກະກຽມເປີດຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງ ອອກຢູ່ປາຍທາງປະຈໍາດ່ານພາສີສາກົນທົ່ວປະເທດ ຫ້ອງການພາສີປະຈຳສະຖານີລົດໄຟ ລວມທັງໝົດ 31 ດ່ານ ດັ່ງນີ້:
ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ດ່ານພາສີສາກົນ ຂົວມິດຕະພາບ I;
ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ດ່ານພາສີສາກົນ ຂົວມິດຕະພາບ II;
ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ດ່ານພາສີສາກົນ ຂົວມິດຕະພາບ III;
ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ດ່ານພາສີສາກົນ ຂົວມິດຕະພາບ IV;
ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ດ່ານພາສີສາກົນ ນາເພົ້າ;
ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ດ່ານພາສີສາກົນ ລະໄລ;
ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ດ່ານພາສີສາກົນ ນໍ້າກັ່ນ;
ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ດ່ານພາສີສາກົນ ບໍ່ເຕັນ;
ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ດ່ານພາສີສາກົນ ລານຕຸຍ;
ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ດ່ານພາສີສາກົນ ນໍ້າໂສຍ;
ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ດ່ານພາສີສາກົນ ປ່າຮ່າງ;
ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ດ່ານພາສີສາກົນ ບ້ານມອມ;
ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ດ່ານພາສີສາກົນ ພູເກືອ;
ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ດ່ານພາສີສາກົນ ດາກຕະອອກ;
ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ດ່ານພາສີສາກົນ ແດນສະຫວັນ;
ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ດ່ານພາສີສາກົນ ນໍ້າພາວ;
ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ດ່ານພາສີສາກົນ ປາກຊັນ;
ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ດ່ານພາສີສາກົນ ນໍ້າເງິນ;
ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ດ່ານພາສີສາກົນ ປາງມອນ;
ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ດ່ານພາສີສາກົນ ພູດູ່;
ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ດ່ານພາສີສາກົນ ວັງເຕົ່າ;
ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ດ່ານພາສີປະເພນີ ໜອງມ້າ;
ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ດ່ານພາສີສາກົນ ຂົວມິດຕະພາບ ນໍ້າເຫືອງ;
ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ດ່ານພາສີສາກົນ ທ່າບົກ-ທ່ານາແລ້ງ;
ຫ້ອງການກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ຫ້ອງການພາສີປະຈຳສະຖານີລົດໄຟ ວຽຈັນໃຕ້;
ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ຫ້ອງການພາສີປະຈຳສະຖານີລົດໄຟ ວັງວຽງ;
ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ຫ້ອງການພາສີປະຈຳສະຖານີລົດໄຟ ກາສີ;
ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ຫ້ອງການພາສີປະຈຳສະຖານີລົດໄຟ ໂພນໂຮງ;
ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ຫ້ອງການພາສີປະຈຳສະຖານີລົດໄຟ ຫຼວງພະບາງ;
ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ຫ້ອງການພາສີປະຈຳສະຖານີລົດໄຟ ນາເຕີຍ;
ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ຫ້ອງການພາສີປະຈຳສະຖານີລົດໄຟ ເມືອງໄຊ;
ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ທົ່ວປະເທດ (ຫ້ອງທົດລອງສູນກາງ).
.
ທີ່ມາ: ເນື້ອໃນ-ພາບ (ກະຊວງການເງິນ)

