ໃນຕອນເຊົ້າວັນທີ 02 ມິຖຸນາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ໂຄອິຊຶມິ ຊຶໂຕະມຸ (Mr. KOIZUMI Tsutomu) ເອກອັກຄະລັດຖະທູດ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ.
ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ຍີ່ປຸ່ນ ກໍຄືການຈັດຕັ້ງຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ລາວ-ຍີ່ປຸ່ນ ພ້ອມທັງ ສະແດງຄວາມຂອບໃຈ ຕໍ່ການຮ່ວມມື ແລະ ຊ່ວຍເຫຼືອອັນລໍ້າຄ່າຂອງລັດຖະບານ ກໍ່ຄືປະຊາຊົນຍີ່ປຸ່ນ ໃຫ້ແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ ຊຶ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍສະເພາະ ໃນຂົງເຂດວຽກງານການພັດທະນາຊັບພະຍາກອນມະນຸດ, ໂຄງລ່າງພື້ນຖານ, ສາທາລະນະສຸກ, ກະສິກໍາ-ປ່າໄມ້, ການສົ່ງຊ່ຽວຊານ ແລະ ອາສາສະໝັກຍີ່ປຸ່ນ ມາປະຕິບັດໜ້າທີ່ ຢູ່ ສປປ ລາວ. ພິເສດ ແມ່ນການຊ່ວຍເຫຼືອເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ (UXO) ຢູ່ ສປປ ລາວ. ລັດຖະບານລາວ ຈະຮ່ວມກັບ ລັດຖະບານຍີ່ປຸ່ນ ສືບຕໍ່ຊຸກຍູ້ສົ່ງເສີມ ການໄປມາຫາສູ່ເຊິ່ງກັນ ແລະ ກັນ ຂອງປະຊາຊົນສອງຊາດ ເພື່ອຜັນຂະຫຍາຍສົນທິສັນຍາທາງອາກາດສອງຝ່າຍ ທີ່ໄດ້ລົງນາມຮ່ວມກັນໃນປີ 2015 ໃຫ້ເປັນຮູບປະທໍາຫຼາຍຂຶ້ນ. ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ເຊື້ອເຊີນທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ ເດີນທາງມາຢ້ຽມຢາມ ສປປ ລາວ ໃນເວລາທີ່ເໝາະສົມ.

ໃນໂອກາດດຽວກັນນີ້, ທ່ານ ໂຄອິຊຶມິ ຊຶໂຕະມຸ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານ ນາຍົກລັດຖະມົນຕີ ໃນຄັ້ງນີ້ ພ້ອມທັງ ແຈ້ງໃຫ້ຊາບກ່ຽວ ການກະກຽມຄວາມພ້ອມກອງປະຊຸມສາກົນ ວ່າດ້ວຍອະນາຄົດຂອງອາຊີ ຄັ້ງທີ 31, ຄວາມຄືບໜ້າການປັບປຸງ-ກໍ່ສ້າງສະໜາມກິລາເຈົ້າອານຸວົງ ແລະ ການປັບປຸງສະໜາມບິນສາກົນວັດໄຕ ເພື່ອປະກອບສ່ວນພັດທະນາໂຄງລ່າງພື້ນຖານ ຂອງ ສປປ ລາວ ໃຫ້ນັບມື້ດີຂຶ້ນ ໂດຍສະເພາະ ການເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ ແລະ ສາກົນ. ນອກນັ້ນ, ຍັງໄດ້ສົນທະນາແລກປ່ຽນຄໍາຄິດເຫັນ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະ ບັນດາທ່າແຮງ ແລະ ສິ່ງທ້າທາຍຕ່າງໆ ໃນປັດຈຸບັນ ກໍ່ຄືອະນາຄົດ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.

