Homeຂ່າວພາຍໃນພະນັກງານນຳພາຄຸ້ມຄອງ ຍົກລະດັບຄວາມຮູ້ດ້ານການບໍລິຫານລັດ ຢູ່ ປະເທດອົດສະຕຣາລີ

ພະນັກງານນຳພາຄຸ້ມຄອງ ຍົກລະດັບຄວາມຮູ້ດ້ານການບໍລິຫານລັດ ຢູ່ ປະເທດອົດສະຕຣາລີ

ພະນັກງານນຳພາຄຸ້ມຄອງ ຈາກຂະແໜງການໂຄສະນາອົບຮົມ, ການຕ່າງປະເທດ, ການເງິນ, ສຶກສາທິການ ແລະ ກິລາ, ກະສິກຳ, ທະນາຄານ, ຊາວໜຸ່ມ ແລະ ປ້ອງກັນຄວາມສະຫງົບ ຂອງ ສປປ ລາວ ໄດ້ເຂົ້າຮ່ວມໂຄງການຝຶກອົບຮົມວ່າດ້ວຍພາວະຄວາມເປັນຜູ້ນຳ ສຳລັບການບໍລິຫານລັດແບບມີຄວາມຮັບຜິດຊອບ ຢູ່ ປະເທດອົດສະຕຣາລີ ຊຶ່ງຈັດຂຶ້ນລະຫວ່າງວັນທີ 18-31 ພຶດສະພາ 2026 ຜ່ານມາ. ຈຸດປະສົງຂອງໂຄງການຝຶກອົບຮົມ ເພື່ອໃຫ້ພະນັກງານນຳພາຄຸ້ມຄອງຂອງລາວ ແລະ ຫວຽດນາມ ໄດ້ຖອດຖອນບົດຮຽນ ແລະ ເກັບກ່ຽວປະສົບການຕົວຈິງ ຜ່ານການປະສົມປະສານລະຫວ່າງຄວາມຮູ້ດ້ານວິຊາການ, ປະສົບການຕົວຈິງໃນຂະແໜງການຂອງລັດ ແລະ ກິດຈະກຳການຮຽນຮູ້ຕົວຈິງຢູ່ເມືອງ ບຣິສເບີນ (Brisbane), ໂກໂຄສ (Gold Coast), ແຄນເບີຣາ (Canberra) ແລະ ຊິດນີ (Sydney).

ທ່ານ ເດເຣັກ ຄາສັນ (Prof. Derek Carson) ຄະນະບໍດີ ຄະນະສັງຄົມ ແລະ ການອອກແບບ ຢູ່ ມະຫາວິທະຍາໄລ ບອນ (Bond University) ປະເທດອົດສະຕຣາລີ ໄດ້ກ່າວວ່າ: ການເຂົ້າຮ່ວມຂອງບັນດາການນຳຈາກພາກພື້ນແມ່ນ້ຳຂອງໃນໂຄງການນີ້ ແມ່ນສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຮ່ວມກັນ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ຂີດຄວາມສາມາດຂອງອົງກອນ, ທັງເປັນການສົ່ງເສີມການບໍລິຫານລັດທີ່ມີຈັນຍາບັນ ແລະ ເປີດກວ້າງໃຫ້ທຸກພາກສ່ວນມີສ່ວນຮ່ວມໃນພາກພື້ນ.

ການຝຶກອົບຮົມໃນຄັ້ງນີ້, ຈັດຕັ້ງປະຕິບັດໂດຍ ມະຫາວິທະຍາໄລ ບອນ ໃນນາມກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕຣາລີ (DFAT) ພາຍໃຕ້ໂຄງການຄູ່ຮ່ວມມື ແມ່ນ້ຳຂອງ-ອົດສະຕຣາລີ (MAP). ໂຄງການນີ້ ໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ແລກປ່ຽນປະສົບການ, ຮຽນຮູ້ເຊິ່ງກັນ ແລະ ກັນ ແລະ ນຳເອົາບົດຮຽນເຫລົ່ານັ້ນໄປປະຍຸກໃຊ້ເຂົ້າໃນວຽກງານການເປັນຜູ້ນຳ ຢູ່ໃນຂະແໜງການຂອງຕົນ ຜ່ານການຈັດຕັ້ງປະຕິບັດໂຄງການທີ່ຕິດພັນກັບວຽກງານຕົວຈິງ. ຕະຫລອດໄລຍະການອົບຮົມ, ຜູ້ເຂົ້າຮ່ວມໄດ້ສຶກສາຮຽນຮູ້ກ່ຽວກັບ ຂັ້ນຕອນການວາງແຜນ ແລະ ການປະຕິຮູບພາກລັດ, ລວມທັງວິທີການຮັບມືກັບສິ່ງທ້າທາຍຕ່າງໆ ໃນໄລຍະທີ່ມີການຫັນປ່ຽນໃນລະດັບອົງກອນ. ພ້ອມນີ້, ຍັງມີການຈັດກິດຈະກຳສົນທະນາແລກປ່ຽນ, ຮັບຟັງການບັນຍາຍຈາກຊ່ຽວຊານ ແລະ ການທັດສະນະສຶກສາ ເພື່ອສົມທຽບທິດສະດີ ກັບ ພຶດຕິກຳຕົວຈິງ ຂອງຂະແໜງການລັດ ຢູ່ ປະເທດອົດສະຕຣາລີ. ນອກຈາກນີ້, ໃນໂຄງການຍັງຈະມີການແລກປ່ຽນບົດຮຽນ ທັງແບບທາງໄກ ແລະ ແບບເຊິ່ງໜ້າ ຢູ່ ສປປ ລາວ ແລະ ຫວຽດນາມ ຕື່ມອີກ.

ຫົວຂໍ້ຫລັກທີ່ນຳມາແລກປ່ຽນໃນຄັ້ງນີ້ປະກອບມີ: ວິທີການນຳພາແບບໃໝ່, ການບໍລິຫານການປ່ຽນແປງ ແລະ ການບໍລິຫານຄວາມສ່ຽງ ໃນຂະແໜງການຂອງລັດ. ນອກນັ້ນ, ຍັງໄດ້ສຶກສາກ່ຽວກັບການເປັນຜູ້ນຳທີ່ມີຈັນຍາບັນ ແລະ ເປີດກວ້າງ ແລະ ຍຸດທະສາດການສ້າງຄວາມເຂັ້ມແຂງ ໃຫ້ແກ່ຂີດຄວາມສາມາດຂອງໜ່ວຍງານ ໃນໄລຍະທີ່ມີການປະຕິຮູບອົງກອນ.

ໂຄງການຄູ່ຮ່ວມມື ແມ່ນ້ຳຂອງ-ອົດສະຕຣາລີ (MAP) ສ້າງຕັ້ງຂຶ້ນໃນເດືອນພະຈິກ 2020 ເພື່ອແນໃສ່ສ້າງຄວາມເຂັ້ມແຂງ ໃຫ້ກັບຄວາມສາມາດໃນການປັບຕົວຂອງພາກພື້ນແມ່ນ້ຳຂອງ, ລວມທັງສະໜັບສະໜູນການເຕີບໂຕແບບຍືນຍົງ ແລະ ມີສ່ວນຮ່ວມຈາກທຸກພາກສ່ວນ.

ໃນກອງປະຊຸມສຸດຍອດສະໄໝພິເສດ ອາຊຽນ-ອົດສະຕຣາລີ ໃນເດືອນມີນາ 2024, ລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕຣາລີ ໄດ້ປະກາດ ສືບຕໍ່ຈັດຕັ້ງປະຕິບັດ ໂຄງການຄູ່ຮ່ວມມືແມ່ນ້ຳຂອງ-ອົດສະຕາລີ ໃນໄລຍະທີສອງ, ມີມູນຄ່າ 222,5 ລ້ານໂດລາອົດສະຕຣາລີ, ໄລຍະການຈັດຕັ້ງປະຕິບັດແຕ່ປີ 2024 -2029.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments