Homeຂ່າວໜ້າໜຶ່ງລັດຖະມົນຕີກະຊວງປ້ອງກັນປະເທດ ຊົມການຈໍາລອງຫັດແອບຊ້ອມຮົບຕີພິເສດແບບກາງແຈ້ງ

ລັດຖະມົນຕີກະຊວງປ້ອງກັນປະເທດ ຊົມການຈໍາລອງຫັດແອບຊ້ອມຮົບຕີພິເສດແບບກາງແຈ້ງ

ວັນທີ 1 ມິຖຸນາ 2026 ນີ້, ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ສະຫາຍ ເຊຣເກ ຊົດສະເກີ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສະຫະພັນຣັດເຊຍ ປະຈຳລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມ ແລະ ຊົມການຈໍາລອງ ຫັດແອບຊ້ອມຮົບຕີພິເສດແບບກາງແຈ້ງ ໂດຍສະເພາະແມ່ນການສູ້ຮົບໃນເຂດຕົວເມືອງ, ການໂຢດພົນທາງອາກາດ, ການນໍາໃຊ້ອາວຸດປະຈໍາກາຍຂອງທະຫານຮາບ, ການປ້ອງກັນຜູ້ນຳຂັ້ນສູງ, ການນໍາໃຊ້ໂດຣນ ແລະ ເຂົ້າໃນການສູ້ຮົບ ຊຶ່ງນາຍ ແລະ ພົນທະຫານ ທັງສອງຝ່າຍໄດ້ສະແດງຈໍາລອງຮູບແບບການຝຶກເຂົ້າຕີ, ປະສານສົມທົບເຊິ່ງກັນ ແລະ ກັນ, ນໍາໃຊ້ອາວຸດ, ຍຸດທະວິທີ ພາຫະນະທີ່ທັນສະໄໝ ເຂົ້າໃນການສູ້ຮົບສາມາດບັນລຸໝາກຜົນຕາມແຜນ ການ ແລະ ຄາດໝາຍທີ່ວາງໄວ້.

ຈາກນັ້ນ, ສະຫາຍ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມຄະນະ ກໍໄດ້ເຂົ້າຮ່ວມຮັບຟັງການລາຍງານຕີລາຄາຜົນການຝຶກອົບຮົມ-ຫັດແອບໃນຄັ້ງນີ້, ຊຶ່ງສະຫາຍ ພັນເອກ ອີວານ ຕາຣາເຢັບ ຜູ້ຊ່ວຍຜູ້ບັນຊາການທະ ຫານເຂດຕາເວັນອອກກອງທັບສະຫະພັນຣັດເຊຍ ໄດ້ລາຍງານໃນຈໍພາບທີ່ບັນທຶກບາດກ້າວ, ຈໍາລອງເຂົ້າຕີ ໂດຍຍົກໃຫ້ເຫັນຂີດຄວາມສາມາດຂອງນາຍ ແລະ ພົນທະຫານຝ່າຍລາວ ທີ່ໄດ້ຮັບການຝຶກ ແລະ ຖ່າຍຖອດບົດຮຽນໃນການຝຶກອົບຮົມ ແລະ ເຫັນວ່າ: ນາຍ ແລະ ພົນທະຫານກອງທັບປະຊາຊົນລາວ ມີຮັບຮູ້ທີ່ວ່ອງໄວ, ມີຄວາມເຂົ້າໃຈ ແລະ ຄວາມສາມາດໃນການສູ້ຮົບເພີ່ມຂຶ້ນ ເພາະມີຄວາມເອົາໃຈໃສ່ໃນຄົ້ນຄວ້າຮໍ່າຮຽນ ໂດຍສະເພາະບັນດາບາດ ກ້າວ, ການນໍາໃຊ້ອາວຸດ, ຍານພາຫະນະຕ່າງໆ ລວມເຖິງການນໍາໃຊ້ທາດລະເບີດ, ລະເບີດມິນ ແລະ ວິທີການຕິດຕັ້ງນໍາໃຊ້ຄົບຖ້ວນ; ຮູ້ນໍາໃຊ້ຍຸດທະວິທີໃນການສູ້ຮົບໃນພູມມີປະເທດຕ່າງໆ ໂດຍສະເພາະໃນເມືອງ, ຕຶກອາຄານ ຊຶ່ງເປັນການຍົກລະດັບຄວາມສາມາດຂອງນາຍ ແລະ ພົນທະຫານ ກອງທັບປະຊາຊົນລາວ ໃຫ້ມີຄວາມຊໍານິຊຳນານ, ມີໄຫວພິກ, ມີຄວາມຄ່ອງແຄ້ວວ່ອງໄວ ສາມາດເຂົ້າທຳລາຍ ແລະ ດັບສູນເປົ້າໝາຍຢ່າງແມ່ນຢໍາ.

ໂອກາດນີ້, ສະຫາຍ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ຍັງໄດ້ຮ່ວມຊົມການຈັດວ່າງສະແດງອາວຸດຍຸດທະພັນ ທີ່ຝ່າຍກອງທັບສະຫະພັນຣັດເຊຍນໍາມາຈັດວາງສະແດງ ແລະ ນໍາໃຊ້ເຂົ້າໃນການຝຶກອົບຮົມ-ຫັດແອບຊ້ອມຮົບຕີພິເສດ “ໃຕ້ຝຸ່ນ ແລະ ຊ້ອມຮົບຮ່ວມ ລາວ-ຣັດເຊຍ ລາໂຣສ 2026” ໃນຄັ້ງນີ້ອີກດ້ວຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments