ໃນກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ສະຫາຍ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ, ຕາງໜ້າຂົງເຂດວຽກງານສື່ມວນຊົນ ໄດ້ຂຶ້ນປະກອບຄຳເຫັນ ແລະ ສະເໜີແຜນວຽກຈຸດສຸມ 5 ປີຂ້າງໜ້າ (2026-2030) ເພື່ອຫັນປ່ຽນສື່ມວນຊົນໃຫ້ກາຍເປັນ (Soft Power) ທີ່ຊົງອິດທິພົນຂອງພັກ-ລັດ ຢ່າງແທ້ຈິງ. ເຖິງແມ່ນວ່າໃນໄລຍະຜ່ານມາ ສື່ມວນຊົນຈະປະສົບຜົນສຳເລັດໃນການຫັນປ່ຽນຈາກລະບົບອະນາລັອກໄປສູ່ດິຈິຕອນ ແລະ ສາມາດເປັນແນວໜ້າຕອບໂຕ້ຂໍ້ມູນບິດເບືອນໄດ້ດີ , ແຕ່ກໍຍັງມີຈຸດອ່ອນທີ່ຕ້ອງຮີບດ່ວນແກ້ໄຂ ເຊັ່ນ: ຮູບແບບການນຳສະເໜີຍັງແຂງກະດ້າງໜັກໄປທາງການອ່ານເອກະສານ, ການຕອບໂຕ້ຫາງສຽງສັງຄົມຍັງຊັກຊ້າ, ງົບປະມານຈຳກັດ ແລະ ບຸກຄະລາກອນຍັງຂາດຄວາມຊຳນານງານແບບມືອາຊີບທີ່ສາມາດເຮັດໄດ້ຫຼາຍໜ້າທີ່. ເພື່ອແກ້ໄຂບັນຫາດັ່ງກ່າວ, ທາງຕາງໜ້າຂົງເຂດສື່ມວນຊົນ ໄດ້ວາງ 5 ທິດທາງແຜນວຽກຈຸດສຸມ ດັ່ງນີ້:
1. ປະຕິຮູບຮູບແບບການນຳສະເໜີ: ຕ້ອງຫຼຸດຜ່ອນການລາຍງານຂ່າວແບບ “ອ່ານຕາມເອກະສານ” ລົງຢ່າງໜ້ອຍ 50%. ເນັ້ນການປັບປ່ຽນຂ່າວສານການເມືອງໃຫ້ເປັນຮູບແບບ “ເນື້ອຫາຂະໜາດນ້ອຍ” ເຊັ່ນ: ວິດີໂອສັ້ນ 1-2 ນາທີ, ພອດແຄັສ (Podcast) ແລະ ອິນໂຟກຣາຟິກ ເພື່ອໃຫ້ແທດເໝາະ ແລະ ດຶງດູດຄວາມສົນໃຈຂອງໄວໜຸ່ມ.
2. ສ້າງຕັ້ງ “ໜ່ວຍປະຕິບັດການຕອບໂຕ້ໄວ”: ຈະສ້າງເຄືອຂ່າຍທີ່ເຮັດວຽກຕະຫຼອດ 24 ຊົ່ວໂມງ ໂດຍໃຊ້ເຕັກໂນໂລຊີ Social Listening ເພື່ອຕິດຕາມກະແສສັງຄົມ. ເປົ້າໝາຍຄືຕ້ອງສາມາດກວດສອບຄວາມຈິງ (Fact-check) ແລະ ອອກຂ່າວແກ້ໄຂຂໍ້ມູນບິດເບືອນໃຫ້ໄດ້ພາຍໃນ 2-4 ຊົ່ວໂມງ.

3. ນຳໃຊ້ປັນຍາປະດິດ (AI) ແລະ ສ້າງ Super App: ເລັ່ງທົດລອງນຳໃຊ້ AI ເຂົ້າຊ່ວຍໃນການແປພາສາ, ສະຫຼຸບເນື້ອໃນ ແລະ ສ້າງພາບປະກອບ ເພື່ອແກ້ໄຂບັນຫາຂາດແຄນບຸກຄະລາກອນ. ນອກຈາກນີ້, ຍັງມີແຜນສ້າງແອັບພລິເຄຊັນລວມສູນຂ່າວສານພັກ-ລັດ (Super App) ເພື່ອໃຫ້ປະຊາຊົນສາມາດເຂົ້າເຖິງທຸກໜ້າຂ່າວຂອງລັດໄດ້ໃນແອັບດຽວ.
4. ສ້າງນັກຂ່າວແບບປະສົມປະສານ (Multitasking): ຈະເປີດຊຸດອົບຮົມເລັ່ງລັດເພື່ອສ້າງນັກຂ່າວລຸ້ນໃໝ່ທີ່ສາມາດເຮັດວຽກໄດ້ຮອບດ້ານ ຄື: ຂຽນຂ່າວໄດ້, ຖ່າຍຮູບ-ວິດີໂອເປັນ, ຕັດຕໍ່ຜ່ານມືຖືໄດ້ ແລະ ເຂົ້າໃຈລະບົບອັນກໍຣິທຶມ (Algorithm) ຂອງສື່ອອນລາຍ.
5. ພັດທະນາທຸລະກິດສື່ໃໝ່ (PPP): ເພື່ອແກ້ໄຂບັນຫາງົບປະມານຈຳກັດ, ສື່ຂອງລັດຈະທົດລອງຮູບແບບການຮ່ວມມືລັດ-ເອກະຊົນ ໂດຍເປີດຮັບການສະໜັບສະໜູນ (Sponsorship) ເຂົ້າໃນລາຍການຕ່າງໆຢ່າງຖືກຕ້ອງຕາມລະບຽບການ ເພື່ອນຳລາຍຮັບມາປັບປຸງອຸປະກອນ ແລະ ສະຫວັດດີການຂອງນັກຂ່າວ.

