ວັນທີ 1 ມິຖຸນາ 2026 ນີ້, ທີ່ເມືອງວັງວຽງ, ແຂວງວຽງຈັນ ໄດ້ຈັດພິທີວາງສີລາເລີກໂຄງການວັງວຽງເຊັນໂທຣພລາຊາ ແລະ ປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ, ໂດຍການເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ; ມີທ່ານເລຂາພັກແຂວງ, ປະທານສະພາປະຊາຊົນແຂວງວຽງຈັນ, ປະທານຄະນະກຳມະການປົກຄອງແຂວງວຽງຈັນ, ບັນດາທ່ານ ຮອງລັດຖະມົນຕີ, ປະທານບໍລິສັດ ອິຈິນ ວິສະວະກຳກໍ່ສ້າງລາວ ຈຳກັດ, ຜູ້ຕາງໜ້າສະມາຄົມນັກທຸລະກິດໜຸ່ມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂຄງການວັງວຽງເຊັນໂທຣພລາຊາ ມີມູນຄ່າການລົງທຶນ ທັງໝົດ 216 ລ້ານໂດລາສະຫະລັດ, ມີເນື້ອທີ່ການກໍ່ສ້າງລວມ 21 ເຮັກຕາ, ໂດຍໄດ້ຮັບການອະນຸມັດຈາກລັດຖະບານລາວ, ເປັນໂຄງການລະດັບຊາດ ເຊິ່ງຈະສ້າງເປັນສູນລວມການຄ້າທີ່ຄົບວົງຈອນແຫ່ງທຳອິດ ຂອງເມືອງວັງວຽງ ທີ່ປະກອບມີກິດຈະການ-ການທ່ອງທ່ຽວ, ອາຫານ, ວັດທະນະທຳ, ການພັກຜ່ອນ ແລະ ອື່ນໆ ພາຍໃຕ້ແນວຄິດ “ເມືອງວັງວຽງ ທີ່ບໍ່ມີວັນຫຼັບໄຫຼ”. ພາຍຫຼັງກໍ່ສ້າງໂຄງການສໍາເລັດ ຈະສາມາດສ້າງວຽກເຮັດງານທໍາ ໃຫ້ແກ່ປະຊາຊົນ ໄດ້ເຖິງ 4-5 ພັນຕຳແໜ່ງງານ, ພ້ອມກັນນັ້ນ ກໍຈະຊ່ວຍປັບປຸງພື້ນຖານໂຄງລ່າງ, ບັນຍາກາດຂອງຕົວເມືອງ, ການດຶງດູດນັກທ່ອງທ່ຽວ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງເມືອງວັງວຽງ ກໍ່ຄືແຂວງວຽງຈັນ ໃຫ້ນັບມື້ດີຂຶ້ນ.

ໃນໂອກາດດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ໃຫ້ກຽດຮ່ວມວາງສີລາເລີກໂຄງການວັງວຽງເຊັນໂທຣພລາຊາ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມົງຄຸນ. ຫຼັງຈາກນັ້ນ ກໍ່ສືບຕໍ່ຮ່ວມພິທີປູກຕົ້ນໄມ້ ແລະ ຢ້ຽມຊົມແຜນຜັງຈຳລອງໂຄງການວັງວຽງເຊັນໂທຣພລາຊາ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

