Homeຂ່າວຕ່າງປະເທດຫວຽດນາມ - ສິງກະໂປ ຢັ້ງຢືນການພົວພັນຮ່ວມມືທີ່ເປັນຕົວແບບໃນອາຊຽນ

ຫວຽດນາມ – ສິງກະໂປ ຢັ້ງຢືນການພົວພັນຮ່ວມມືທີ່ເປັນຕົວແບບໃນອາຊຽນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 30 ພຶດສະພາ ຜ່ານມາ, ເນື່ອງໃນໂອກາດການເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ ສິງກະໂປ, ທ່ານ ໂຕເລິມ ເລຂາທິການໃຫຍ່ ປະທານປະເທດຫວຽດນາມ ໄດ້ພົບປະ ແລະ ແລກປ່ຽນກັບລັດຖະມົນຕີຂັ້ນສູງ, ທີ່ປຶກສາອາວຸໂສຂອງພັກກະທຳປະຊາຊົນ ສິງກະໂປ, ທ່ານ ຫຼີຊຽນຫຼົງ ອະດີດນາຍົກລັດຖະມົນຕີ ສິງກະໂປ.

ໃນການພົບປະ, ທ່ານ ໂຕເລິມ ແລະ ທ່ານ ຫຼີຊຽນຫຼົງ ໄດ້ແລກປ່ຽນກ່ຽວກັບບາງທິດທາງເຮັດໃຫ້ການພົວພັນສອງປະເທດໃນໄລຍະໃໝ່ພັດທະນາເລິກເຊິ່ງຂຶ້ນຕື່ມ. ທ່ານ ໂຕເລິມ ສະເໜີໃຫ້ ສິງກະໂປ ສືບຕໍ່ໃຫ້ຄວາມເອົາໃຈໃສ່, ຊ່ວຍເຫຼືອ ຫວຽດນາມ ໃນບັນດາຂົງເຂດບຳລຸງສ້າງພະນັກງານ, ແບ່ງປັນບົດຮຽນປະສົບການກ່ຽວກັບການປະຕິຮູບດ້ານບໍລິຫານ, ຍົກສູງກຳລັງຄວາມສາມາດ ແລະ ການເຄື່ອນໄຫວຢ່າງມີປະສິດທິຜົນຂອງກົງຈັກລັດ ແລະ ປັບປຸງນະໂຍບາຍ, ກົນໄກໃນບັນດາຂົງເຂດພັດທະນາໃໝ່ຢ່າງມີປະສິດທິຜົນ.

ທ່ານ ໂຕເລິມ ແລະ ທ່ານ ຫຼີຊຽນຫຼົງ ໄດ້ເຫັນດີເປັນເອກະພາບຖືວ່າ ໃນສະພາບການໂລກມີການຜັນແປຢ່າງສັບສົນ, ສອງປະເທດຕ້ອງເພີ່ມທະວີການປະສານສົມທົບໃຫ້ແໜ້ນແຟ້ນກວ່າເກົ່າ, ເພື່ອການພັດທະນາຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments