Homeຂ່າວຕ່າງປະເທດເຂດຮົງກົງ ກາຍເປັນສູນບໍລິຫານຊັບສິນຂ້າມຊາດໃຫຍ່ທີ່ສຸດຂອງໂລກ

ເຂດຮົງກົງ ກາຍເປັນສູນບໍລິຫານຊັບສິນຂ້າມຊາດໃຫຍ່ທີ່ສຸດຂອງໂລກ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 31 ພຶດສະພາ ຜ່ານມາວ່າ: ບໍລິສັດທີ່ປຶກສາ ໂບສຕັນ ໄດ້ເຜີຍແຜ່ບົດລາຍງານຊັບສິນທົ່ວໂລກປີ 2026 ຫວ່າງມໍ່ໆມານີ້ ໂດຍລະບຸວ່າ, ນັບມາຮອດທ້າຍປີ 2025, ເຂດບໍລິຫານພິເສດ ຮົງກົງ ຂອງຈີນ ໄດ້ຄຸ້ມຄອງບໍລິຫານຊັບສິນຂ້າມປະເທດຈໍານວນ 2,950 ຕື້ໂດລາ ຊຶ່ງລື່ນກາຍປະເທດສະວິດເປັນຄັ້ງທໍາອິດ ແລະ ກາຍເປັນສູນຄຸ້ມຄອງບໍລິຫານຊັບສິນຂ້າມຊາດໃຫຍ່ທີ່ສຸດຂອງໂລກ.

ໃນຖານະເປັນສູນການເງິນສາກົນທີ່ປະຕິບັດ “ປະເທດດຽວສອງລະບອບ”, ເຂດຮົງກົງ ໄດ້ອະນຸມັດໃຫ້ເງິນທຶນເຂົ້າ-ອອກຢ່າງເສລີ ແລະມີລະບຽບການໂປ່ງໃສ, ໂດຍໄດ້ສະໜອງສະພາບແວດລອມດ້ານການດໍາເນີນທຸລະກິດທີ່ໂປ່ງໃສ, ໝັ້ນທ່ຽງ ແລະ ສາມາດຄາດຄະເນໄດ້ໃຫ້ແກ່ເງິນທຶນທົ່ວໂລກ. ນອກຈາກນີ້, ຮົງກົງຍັງໄດ້ຈັດຕັ້ງທີມງານບໍລິການແບບມືອາຊີບໃນດ້ານຕ່າງໆ ຄື: ການເງິນ, ກົດໝາຍ, ການຈໍລະຈອນສິນຄ້າ ແລະ ການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີເປັນຕົ້ນ ເພື່ອລົງເລິກການຮ່ວມມືເສດຖະກິດການຄ້າໃນພາກພື້ນ ແລະ ເປີດປະຕູສູ່ພາຍນອກຢ່າງມີຄຸນນະພາບສູງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments