ກອງປະຊຸມພົບປະແລກປ່ຽນວຽກງານຕົ້ນປີ 2026 ດ່ານກວດຄົນເຂົ້າ-ອອກເມືອງປ້ອງກັນຊາຍແດນບໍ່ຫານ ສປ ຈີນ ແລະ ກອງບັນຊາການ 3 ແຂວງພາກເໜືອ ແຫ່ງ ສປປ ລາວ ຄື: ກອງບັນຊາການ ປກສ ແຂວງຜົ້ງສາລີ, ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ແລະ ກອງບັນຊາການ ປກສ ແຂວງອຸດົມໄຊ ຈັດຂຶ້ນໃນວັນທີ 29 ພຶດສະພາຜ່ານມາ ທີ່ໂຮງແຮມຈິ່ງລານ ເມືອງຫຼ້າ ແຂວງຢູນນານ ສປ ຈີນ, ຝ່າຍຈີນນໍາໂດຍທ່ານ ລີຢຸນເຊິ່ງ ຫົວໜ້າດ່ານກວດຄົນເຂົ້າ-ອອກເມືອງປ້ອງກັນຊາຍແດນບໍ່ຫານ, ຝ່າຍລາວນໍາໂດຍທ່ານ ພັອ ບົວເງິນ ສີທິວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ, ມີທ່ານ ພັອ ຄໍາແຝງ ວິປະເສີດ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນໍ້າທາ ແລະ ທ່ານ ພັທ ທອງສະຫວັນ ປັນຍາຂັນ ຫົວໜ້າຫ້ອງສັນຕິບານ ປກສ ແຂວງອຸດົມໄຊ ພ້ອມຄະນະທັງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ໄດ້ທົບທວນຄືນສະພາບການຮ່ວມມື ໃນການປົກປັກຮັກສາຊາຍແດນ ໃນໄລຍະຜ່ານມາ ເປັນຕົ້ນ ການຮ່ວມມືໃນການປະຕິບັດກົດໝາຍ ຮ່ວມລາດຕະເວນຕາມຊາຍແດນ ໃນການແກ້ໄຂບັນຫາສະພາບຂ້າມແດນຜິດກົດໝາຍ, ຄ້າຂາຍເຖື່ອນ, ຄ້າຂາຍຢາເສບຕິດຕາມຊາຍແດນ. ໄດ້ຄົ້ນຄວ້າຕີລາຄາຊອກຫາວິທີແກ້ໄຂບັນຫາກົນອຸບາຍ ແລະ ຮູບການເຄື່ອນໄຫວຂອງກຸ່ມຄົນບໍ່ດີທີ່ມີຕໍ່ລາວ-ຈີນ ໂດຍສະເພາະແມ່ນເປົ້າໝາຍນັກສືບສອດແນມ, ຜູ້ກໍ່ການຮ້າຍທີ່ເຂົ້າມາໂຄສະນາໃສ່ຮ້າຍປາຍສີຜູ້ນຳພັກ-ລັດ ແລະ ພ້ອມກັນເອົາໃຈໃສ່ປະສານສົມທົບ, ກຳແໜ້ນສະພາບການ, ແລກປ່ຽນຂໍ້ມູນ-ຂ່າວສານ, ຊຸກຍູ້ອໍານວຍຄວາມສະດວກ ກໍ່ສ້າງພື້ນຖານໂຄງລ່າງຂອບເຂດຊາຍແດນທັງສອງຝ່າຍ, ເພີ່ມທະວີການຮ່ວມມືສະກັດກັ້ນ ແລະ ຕ້ານຢາເສບຕິດ, ອາຊະຍາກຳປະເພດຕ່າງໆ ໃຫ້ສອດຄ່ອງຕາມຫຼັກການວິຊາສະເພາະ ແລະ ຖືກຕ້ອງຕາມລະບຽບກົດໝາຍຂອງທັງສອງປະ ເທດ, ເອົາໃຈໃສ່ໂຄສະນາ ແລະ ສຶກສາອົບຮົມປະຊາຊົນບັນດາເຜົ່າທີ່ຢູ່ສອງເບື້ອງຊາຍແດນ ໃຫ້ຍົກສູງຄວາມຮູ້ ແລະ ປະຕິບັດສົນທິສັນຍາກ່ຽວກັບລະບຽບການຄຸ້ມຄຸ້ອງຊາຍແດນທາງບົກ ລະຫວ່າງສອງປະເທດ.

ກອງປະຊຸມ, ຍັງໄດ້ທົບທວນຄືນ ແລະ ຍົກໃຫ້ເຫັນວຽກງານການປະສານສົມທົບ ລະຫວ່າງ ດ່ານກວດຄົນເຂົ້າ-ອອກເມືອງປ້ອງກັນຊາຍແດນບໍ່ຫານ ແຫ່ງ ສປ ຈີນ ແລະ ກອງບັນຊາການ 3 ແຂວງພາກເໜືອລາວ ທີ່ໄດ້ມີການພົວພັນປະສານສົມທົບກັນຢ່າງແໜ້ນແຟ້ນ ໃນການປະຕິບັດກົດໝາຍລາດຕະເວນຮ່ວມກັນ ເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນຂອງສອງປະເທດ, ການພົວພັນຮ່ວມມືຊ່ວຍເຫຼືອຊຶ່ງກັນ ແລະ ກັນ ບົນພື້ນຖານຈິດໃຈສາມັກຄີ, ມິດຕະພາບ ແລະ ການຮ່ວມມື. ໃນພິທີໄດ້ລົງນາມເຊັນບົດບັນທຶກຮ່ວມກັນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດເນື້ອໃນຂອງກອງປະຊຸມໃນຄັ້ງນີ້.
ຂ່າວ: ປກສ

