ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ກະຊວງການຄ້າ ມຽນມາ ປະກາດໂຄງການໃໝ່ ເປີດທາງໃຫ້ເຈົ້າຂອງລົດເກົ່າ ແລະ ລົດທີ່ບໍ່ສາມາດໃຊ້ງານໄດ້ ປ່ຽນເປັນລົດໄຟຟ້າ (EV) ນໍາເຂົ້າ. ໂຄງການດັ່ງກ່າວເປັນສ່ວນໜຶ່ງ ຂອງຄວາມພະຍາຍາມຫລຸດການໃຊ້ນໍ້າມັນເຊື້ອໄຟ ເພີ່ມຄວາມປອດໄພທາງຖະໜົນ ແລະ ຫລຸດມົນລະພິດຕໍ່ສິ່ງແວດລ້ອມ. ໂດຍໂຄງການນີ້ຄວບຄຸມລົດທີ່ມີອາຍຸເກີນ 20 ປີ, ນັບຈາກປີທີ່ຜະລິດລົດທີ່ບໍ່ສາມາດສ້ອມແປງ ກັບ ມາໃຊ້ງານໄດ້ຢ່າງປອດໄພ ລວມເຖິງລົດທີ່ມີອາຍຸຕໍ່າກວ່າ 20 ປີ ທີ່ເຈົ້າຂອງສະໝັກໃຈສົ່ງຄືນ. ພາຍໃຕ້ມາດຕະການດັ່ງກ່າວ ເຈົ້າຂອງລົດທີ່ຍື່ນເອກະສານຮັບຮອງການຍົກເລີກທະບຽນລົດ ຈາກກົມການຂົນສົ່ງທາງຖະໜົນ ຈະສາມາດຍື່ນຂໍນໍາເຂົ້າລົດໄຟຟ້າໄດ້ 1 ຄັນ, ໂດຍພິຈາລະນາຕາມປະເພດ ແລະ ມູນຄ່າຂອງລົດເດີມທີ່ສົ່ງຄືນ. ຂະບວນການອະນຸມັດຢູ່ພາຍໃຕ້ການພິຈາລະນາຂອງຄະນະກຳມະການລະດັບຊາດ ດ້ານການພັດທະນາລົດໄຟຟ້າ ແລະ ອຸດສາຫະກຳທີ່ກ່ຽວຂ້ອງ.
ມຽນມາ ເປີດໂຄງການປ່ຽນລົດເກົ່າ ເປັນລົດໄຟຟ້ານໍາເຂົ້າ
RELATED ARTICLES

