Homeຂ່າວຕ່າງປະເທດອົງການອະນາໄມໂລກ ຮຽກຮ້ອງເພີ່ມທະວີ ການປ້ອງກັນການແພ່ລະບາດ ພະຍາດອີໂບລາ

ອົງການອະນາໄມໂລກ ຮຽກຮ້ອງເພີ່ມທະວີ ການປ້ອງກັນການແພ່ລະບາດ ພະຍາດອີໂບລາ

ວິທະຍຸກະຈາຍສຽງ ຫວຽດນາມ: ເມື່ອບໍ່ດົນມານີ້, ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ ອົງການອະນາໄມໂລກ (WHO) ໄດ້ຮຽກຮ້ອງໃຫ້ ປະຊາຄົມໂລກ ເພີ່ມທະວີ ການໜູນຊ່ວຍແນໃສ່ສະກັດກັ້ນການແຜ່ລະບາດຂອງໂລກລະບາດ ອີໂບລາ ຢ່າງຮ້າຍແຮງ ຢູ່ກົງໂກ, ທ່າມກາງສະພາບການທີ່ຈຳນວນຜູ້ສົງໄສຕິດເຊື້ອ ແລະ ເສຍຊີວິດສືບຕໍ່ເພີ່ມຂຶ້ນ.

ໃນການປະຕິບັດງານ ຢູ່ ນະຄອນ ບູເນຍ, ເມືອງເອກແຂວງ ໄອຕູຣີ, ເຂດໃຈກາງຂອງການແພ່ລະບາດທີ່ຮ້າຍແຮງ ໃນປັດຈຸບັນ. ເຖິງຢ່າງໃດກໍຕາມ, ທ່ານ ກ່າວເນັ້ນໜັກວ່າ ຕ້ອງມີແຫລ່ງການເງິນ ຈາກບັນດາປະເທດ ກໍຄື ການເຂົ້າຮ່ວມຢ່າງຕັ້ງໜ້າ ຂອງປະຊາຄົມທ້ອງຖິ່ນ, ລວມມີ ຄວາມມານະພະຍາຍາມຕ້ານຂ່າວລື ທີ່ບໍ່ມີມູນຄວາມຈິງ ແລະ ຈິດຕະສາດບໍ່ເຊື່ອໝັ້ນຕໍ່ບັນດາມາດຕະການ ທາງການແພດ.

ນອກຈາກນີ້ ທ່ານ Tedros Adhanom Ghebreyesus ກໍຍັງຮຽກຮ້ອງໃຫ້ ບັນດາປະເທດ ທີ່ໄດ້ຈັດວາງຄຳສັ່ງຈຳກັດ ການໄປມາ ຫລື ປິດປະຕູດ່ານຊາຍແດນ ຍ້ອນມີຄວາມວິກິດກັງວົນ ຕໍ່ພະຍາດກລະບາດ ອີໂບລານັ້ນ, ການພິຈາລະຈາຄືນບັນດາມາດຕະການນີ້, ພ້ອງທັງເນັ້ນໜັກເຖິງຄວາມສ່ຽງເຮັດໃຫ້ວຽກງານການຮັບມືສັບສົນຂຶ້ນຕື່ມ ແລະ ກີດກັ້ນຄວາມໂປ່ງໃສ, ການຮ່ວມມືທີ່ຈຳເປັນ ເພື່ອຄວບຄຸມພະຍາດລະບາດນີ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments