ກະຊວງສາທາລະນະສຸກ ຈັດກິດຈະກໍາລະນຶກເຖິງວັນງົດສູບຢາແຫ່ງຊາດ ແລະ ວັນງົດສູບຢາໂລກ ປີ 2026 ພາຍໃຕ້ຄໍາຂວັນ: ເປີດເຜີຍກົນລະຍຸດຂອງອຸດສາຫະກໍາຢາສູບ ໃນການໂຄສະນາຊວນເຊື່ອ ໃຫ້ກຸ່ມເດັກນ້ອຍ ເຍົາວະຊົນ ແລະ ໄວໜຸ່ມເຂົ້າສູ່ວົງຈອນ ການເສບຕິດນິໂກຕິນ ແລະ ຢາເສບຕິດ ໃນວັນທີ 30 ພຶດສະພາ ຜ່ານມາ ຢູ່ໂຮງໝໍມະໂຫສົດ, ໂດຍການຂົ້າຮ່ວມຂອງ ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີ ກະຊວງສາທາລະນະສຸກ, ມີທ່ານ ມາຍຟອງ ມາຊາຍ ຜູ້ອໍານວຍການ ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ), ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ມີຄະນະກໍາມະການຄວບຄຸມຢາສູບແຫ່ງຊາດ, ມີຜູ້ຕາງໜ້າສະມາພັນຄວບຄຸມຢາສູບອາຊຽນ ປະຈຳ ສປປ ລາວ, ຜູ້ປະສານງານວຽກງານຄວບຄຸມຢາສູບຈາກ ອົງການອະນາໄມໂລກ ປະຈໍາ ລາວ, ມີອາຈານ, ນັກສຶກສາແພດ ມວສ, ນັກສຶກສາ ທີ່ເປັນທູດຊາວໜຸ່ມສື່ສານປອດຄວັນຢາສູບ, ຄູ-ອາຈານ, ນັກຮຽນຈາກໂຮງຮຽນ ມັດທະ ຍົມຕອນຕົ້ນ ແລະ ມັດທະຍົມສົມບູນ 9 ແຫ່ງ ໃນນະຄອນຫລວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ໃບຄໍາ ຂັດທິຍະ ໄດ້ກ່າວວ່າ: ວັນງົດສູບຢາແຫ່ງຊາດ ແລະ ວັນງົດສູບຢາໂລກ ແມ່ນວັນທີ 31 ພຶດສະພາ. ຢາສູບແມ່ນຜະລິດຕະພັນພິເສດ ເປັນສິນຄ້າເສບຕິດອັນດຽວ ຍັງຖືກກົດໝາຍ ທີ່ເຮັດໃຫ້ເຄິ່ງໜຶ່ງຂອງຜູ້ສູບຢາເປັນປະຈໍາກາຍເປັນພິການ ແລະ ເສຍຊີວິດກ່ອນໄວອັນຄວນ. ໃນແຕ່ລະປີ ທົ່ວໂລກມີຜູ້ເສຍຊີວິດຍ້ອນພະຍາດທີ່ເກີດຈາກຢາສູບເຖິງ 8 ລ້ານຄົນ ແລະ ຄົນລາວເສຍຊີວິດເຖິງ 6.700 ຄົນ ຫລື 18 ຄົນຕໍ່ມື້, ຊຶ່ງກວມເອົາ 15% ຂອງການຕາຍທັງໝົດໃນ ສປປ ລາວ. ການຕາຍຍ້ອນສາເຫດນີ້ ສາມາດປ້ອງກັນໄດ້ຖ້າມີມາດຕະການໃນການຄວບຄຸມຢາສູບຢ່າງມີປະສິດທິພາບ, ໜຶ່ງໃນບັນດາມາດຕະການດັ່ງກ່າວ ແມ່ນສ້າງຄວາມເຂົ້າໃຈ ກ່ຽວກັບຜົນຮ້າຍທີ່ເກີດຈາກການສູບຢາ ແລະ ການໄດ້ຮັບຄວັນຢາສູບໃຫ້ສັງຄົມໄດ້ຮັບຮູ້ຢ່າງກວ້າງຂວາງ ແລະ ທົ່ວເຖິງດ້ວຍຫລາຍຮູບແບບ, ຫລາຍຊ່ອງທາງ, ຫລາຍວິທີ ເພື່ອທຸກກຸ່ມຄົນໃນສັງຄົມໄດ້ເຂົ້າເຖິງຂໍ້ມູນຂ່າວສານ ຮູ້ໄພອັນຕະ ລາຍຂອງຢາສູບ ແລ້ວບໍ່ຢາກທົດລອງ, ບໍ່ຢາກສູບຢາ, ຜູ້ທີ່ກໍາລັງສູບຢາ ກໍຊອກວິທີ ເພື່ອຢຸດເຊົາການສູບຢາ. ຄວັນຢາສູບເປັນອັນຕະລາຍຕໍ່ທັງຜູ້ສູບ ແລະ ບຸກຄົນອ້ອມຂ້າງ (ຜູ້ສູບຢາມືສອງ, ມືສາມ).
ມາເຖິງປັດຈຸບັນ, ດ້ວຍເຕັກໂນໂລຊີ ທີ່ທັນສະໄໝ ຜູ້ຜະ ລິດພະຍາຍາມປິດບັງຄວາມໜ້າຢ້ານກົວ ຂອງຜະລິດຕະ ພັນຢາສູບ ດ້ວຍການນໍາສະເໜີຢາສູບຮູບແບບໃໝ່ ທັງຢາສູບໄຟຟ້າ ແລະ ຜະລິດຕະພັນນິໂກຕິນ. ພວກເຂົາປະສົມກິ່ນ, ຣົດຊາດຫລາກຫລາຍ ທີ່ເດັກ ແລະ ໄວໜຸ່ມຄຸ້ນເຄີຍ ແລະ ຫຸ້ມຫໍ່ດ້ວຍຮູບຮ່າງທີ່ນໍາສະໄໝ ເພື່ອເປັນການຊັກ ຊວນ ແລະ ດຶງດູດວ່າຢາສູບໄຟຟ້າເປັນພຽງສະໝຸນໄພ, ເປັນພຽງອາຍນໍ້າປະສົມກິ່ນທີ່ເດັກນ້ອຍ, ຊາວໜຸ່ມມັກ ແລະ ບໍ່ສົ່ງຜົນຮ້າຍຕໍ່ສຸຂະພາບ. ສິ່ງເຫລົ່ານີ້, ລ້ວນແຕ່ເປັນກົນລະຍຸດຂອງຜູ້ຜະລິດຢາສູບໃຊ້ດຶງດູດເດັກ ແລະ ຊາວໜຸ່ມ ທີ່ກໍາລັງຢູ່ໃນໄວຢາກຮູ້, ຢາກເຫັນ, ຢາກລອງ ແລະ ໃນທີ່ສຸດ ກໍກ້າວເຂົ້າສູ່ວົງຈອນການເສບຕິດນິໂກຕິນ. ອົງການອະນາໄມໂລກໄດ້ວາງຄໍາຂວັນວັນງົດສູບຢາໂລກ ປີ 2026 ວ່າ: “ເປີດເຜີຍກົນລະຍຸດຂອງບໍລິສັດຢາສູບ ແລະ ບໍລິສັດນິໂກຕິນ ທີ່ໂຄສະນາຊວນເຊື່ອ ຜະລິດຕະພັນຮູບແບບ ໃໝ່ ເພື່ອດຶງດູດເດັກນ້ອຍ ເຍົາວະຊົນ ແລະ ຊາວໜຸ່ມ ໃຫ້ເຂົ້າສູ່ການເສບຕິດ”.

ກະຊວງສາທາລະນະສຸກ ຕາງໜ້າລັດຖະບານ ໄດ້ກໍານົດມາດຕະການຄວບຄຸມຢ່າງເຄັ່ງຄັດເຊັ່ນ: ການຫ້າມສູບຢາໃນສະຖານທີ່ສາທາລະນະ, ການຫ້າມໂຄສະນາ-ສົ່ງເສີມການຂາຍຢາສູບ, ການໃຫ້ຄວາມຮູ້ເຖິງຜົນຮ້າຍຢາສູບ ຜ່ານຄໍາເຕືອນສຸຂະພາບ, ການເພີ່ມອາກອນ ເພື່ອໃຫ້ລາຄາຢາສູບແພງຂຶ້ນ ລວມທັງການປົກປ້ອງນະໂຍບາຍສາທາລະ ນະສຸກ ຈາກການແຊກແຊງຂອງອຸດສາຫະກໍາຢາສູບ, ການຫ້າມຂາຍຢາສູບໃຫ້ເດັກນ້ອຍເຍົາວະຊົນ, ຊາວໜຸ່ມ ທີ່ບໍ່ເຖິງກະສຽນ, ຫ້າມຈໍາໜ່າຍຢາສູບຢູ່ບໍລິເວນໃກ້ກັບສະຖານການສຶກສາທຸກປະເພດ ເພື່ອປົກປ້ອງເດັກ, ເຍົາວະຊົນ ແລະ ຊາວໜຸ່ມ ຈາກການລິເລີ່ມສູບຢາ ແລະ ຂໍຮຽກຮ້ອງໃຫ້ທຸກຄົນ, ທຸກພາກສ່ວນໃນສັງຄົມ ຕ້ອງໄດ້ຮ່ວມແຮງຮ່ວມໃຈກັນ ຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ ເພື່ອປ້ອງກັນ ແລະ ຫລຸດຜ່ອນອັດຕາການສູບຢາ ຊຶ່ງເປັນສາເຫດການເປັນພະຍາດທີ່ບໍ່ຕິດຕໍ່ ໂດຍສະເພາະ ເພື່ອບັນລຸເປົ້າໝາຍທີ 3 ຂອງການພັດທະນາແບບຍືນຍົງ ກໍຄື ປົກປ້ອງເຍົາວະຊົນ, ຊາວໜຸ່ມ ຈາກການຕົກເຂົ້າສູ່ການເສບຕິດນິໂກຕິນ.

