Homeຂ່າວດ່ວນຍັງສືບຕໍ່ຊອກຄົ້ນຜູ້ປະສົບໄພທີ່ຕິດຄ້າງໃນຖໍ້າ ອີກ 2 ຄົນ

ຍັງສືບຕໍ່ຊອກຄົ້ນຜູ້ປະສົບໄພທີ່ຕິດຄ້າງໃນຖໍ້າ ອີກ 2 ຄົນ

ແຫລ່ງຂ່າວຈາກ ແຂວງໄຊສົມບູນ ໃຫ້ຮູ້ວ່າ: ໃນຕອນເຊົ້າຂອງວັນທີ 31 ພຶດສະພາ 2026 ທີມງານຜູ້ຊ່ຽວຊານດຳນໍ້າໃນຖໍ້າ ພວມວາງແຜນຊອກຄົ້ນຜູ້ປະສົບໄພ 2 ຄົນ ທີ່ຍັງຕິດຄ້າງໃນຖໍ້າ ຢູ່ບ້ານພັນໄຊ ເມືອງລ້ອງແຈ້ງ ແຂວງໄຊສົມບູນ. ລາຍລະອຽດຂອງການຄົ້ນຫາຈະເປັນແນວໃດນັ້ນ ທາງທີມງານທີ່ປະຈຳສະໜາມຈະລາຍງານໃຫ້ຊາບຕື່ມອີກພາຍຫລັງ.

ໃນຂະນະດຽວກັນ, ຜູ້ປະສົບໄພ 4 ຄົນ ທີ່ຕິດຄ້າງໃນຖໍ້າ ສາມາດອອກມາໄດ້ ຢ່າງປອດໄພ ໃນເວລາ 15:15 ໂມງ ຂອງວັນທີ 30 ພຶດສະພາ 2026 ຜ່ານມານີ້, ປັດຈຸບັນ ທີມແພດໝໍ ແລະ ທີມກູ້ໄພ ທັງພາຍໃນ ແລະ ຕ່າງປະເທດ ພວມປະຖົມພະຍາບານໃນຂັ້ນເບື້ອງຕົ້ນ ເພື່ອລຳລຽງໄປຟື້ນຟູສຸຂະພາບໃນຂັ້ນຕໍ່ໄປຢູ່ໂຮງໝໍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments