ພິທີສະເຫລີມສະຫລອງວັນປູກຕົ້ນໄມ້ແຫ່ງຊາດ (1 ມິຖຸນາ) ຄົບ ຮອບ 46 ປີ ແລະ ວັນເດັກນ້ອຍສາກົນ ຄົບຮອບ 101 ປີ ຈັດຂຶ້ນວັນທີ 1 ມິຖຸນາ 2026 ທີ່ໂຮງຮຽນປະຖົມວຽງຄຳ ບ້ານວຽງຄຳ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມພັນລະຍາ, ມີການນໍາພັກ-ລັດ ພະນັກງານ ຄູ-ອາຈານ ຕະຫລອດຮອດນ້ອງໆເຍົາວະຊົນ ແລະ ອະນຸຊົນທັນວາເຂົ້າຮ່ວມ.

ທ່ານ ສຸລິຍາ ແກ້ວພິລາວົງ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ກ່າວວ່າ: ການຈັດງານໃນຄັ້ງນີ້ ເພື່ອຜັນຂະຫຍາຍນະໂຍບາຍ, ແຜນພັດທະນາ ແລະ ມະຕິກອງປະຊຸມ, ທັງເປັນການຢັ້ງຢືນເຖິງຄວາມເປັນຫ່ວງເປັນໃຍຢ່າງສະເໝີຕົ້ນສະເໝີປາຍ ຂອງພັກ-ລັດ ທີ່ມີຕໍ່ເດັກນ້ອຍລາວ ໃນການປົກປ້ອງ, ລ້ຽງດູ, ສົ່ງເສີມ ແລະ ພັດທະນາ, ພ້ອມທັງສຶກສາອົບຮົມຮຸ່ນຄົນສືບທອດໃຫ້ກາຍເປັນພົນລະເມືອງດີຂອງຊາດ ກາຍເປັນກຳລັງແຮງທີ່ແຂງແກ່ນໃຫ້ແກ່ພັກ, ທັງເປັນການປຸກລະດົມທົ່ວສັງຄົມ ໃຫ້ຍົກສູງຄວາມຮັບຜິດຊອບ ສ້າງສະພາບແວດລ້ອມທີ່ປອດໄພ, ສະກັດກັ້ນປະກົດການຫຍໍ້ທໍ້ ໂດຍສະເພາະແມ່ນບັນຫາສຸຂະພາບ, ສິ່ງເສບຕິດ, ການສຶກສາ ຄຽງຄູ່ກັບການເຝິກຝົນຫລໍ່ຫລອມແນວຄິດຮັກຊາດ, ຄຸນສົມບັດສິນທຳປະຕິວັດ ແລະ ປູກຈິດສຳນຶກໃຫ້ຮັກທຳມະຊາດຜ່ານຂະບວນການປູກຕົ້ນໄມ້ ແລະ ຮັກ ສາສິ່ງແວດລ້ອມ.

ສໍາລັບ ວຽກງານການສ້າງຄວາມເຂັ້ມແຂງໃຫ້ເຍົາວະຊົນ-ອະນຸຊົນ ພວກເຮົາໄດ້ເອົາໃຈໃສ່ປັບປຸງນິຕິກໍາສໍາຄັນ ເປັນຕົ້ນແມ່ນ ກົດໝາຍວ່າດ້ວຍເຍົາວະຊົນລາວ, ກົດລະບຽບການຈັດຕັ້ງເຍົາວະຊົນທັນວາ, ປັບປຸງຄູ່ມືຂໍ້ແຂ່ງຂັນ 3 ດີ 4 ຮູ້, ພ້ອມທັງສໍາເລັດການຈັດງານພົບປະຕັ້ງຄ້າຍເຍົາວະຊົນທັນວາທົ່ວປະເທດ ຄັ້ງທີ VI ທີ່ນະຄອນຫລວງວຽງຈັນເປັນເຈົ້າພາບ ແລະ ເນື່ອງໃນໂອກາດວັນເດັກນ້ອຍສາກົນນີ້ ສຊປລ ໄດ້ກະກຽມບັນດາກິດຈະກຳປິ່ນອ້ອມຫລາຍຢ່າງ ເປັນຕົ້ນແມ່ນຂະບວນການຮ່ວມກັນປູກຕົ້ນໄມ້ ການມອບອຸປະກອນການສຶກສາໃຫ້ເດັກນ້ອຍ ແລະ ພິເສດແມ່ນການຈັດການແຂ່ງຂັນລະຄອນສັ້ນພາຍໃຕ້ຫົວຂໍ້ “ຕ້ານສິ່ງເສບຕິດ” ເພື່ອປົກປ້ອງເດັກນ້ອຍຈາກໄພສັງຄົມຕິດພັນກັບກິດຈະກໍາຖາມ-ຕອບວິທະຍາສາດ ແລະ ງານສິລະປະວັນນະຄະ ດີຢ່າງເບີກບານມ່ວນຊື່ນ.
ໂອກາດນີ້ ທ່ານປະທານປະເທດ ພ້ອມພັນລະຍາ ກໍໄດ້ມອບອຸປະກອນການສຶກສາໃຫ້ເຍົາວະຊົນ, ພ້ອມທັງແຈກຢາຍເຂົ້າໜົມ ແລະ ຮ່ວມປູກຕົ້ນໄມ້ ຕື່ມອີກ.

