Homeຂ່າວພາຍໃນເປີດການເຊື່ອມຕໍ່ຕາຂ່າຍໄຟຟ້າ ແລະ ສົ່ງໄຟຟ້າໂຄງການພະລັງງານໄຟຟ້າແສງຕາເວັນນາບົງ

ເປີດການເຊື່ອມຕໍ່ຕາຂ່າຍໄຟຟ້າ ແລະ ສົ່ງໄຟຟ້າໂຄງການພະລັງງານໄຟຟ້າແສງຕາເວັນນາບົງ

ເມື່ອບໍ່ດົນມານີ້, ໄດ້ຈັດພິທີເປີດການເຊື່ອມຕໍ່ຕາຂ່າຍໄຟຟ້າ ແລະ ສົ່ງໄຟຟ້າ ໂຄງການພະລັງງານໄຟຟ້າແສງຕາເວັນ ກໍາລັງຕິດຕັ້ງ 80 ເມກາວັດ ຢູ່ບ້ານນາບົງ ເມືອງປາກງື່ມ ນະຄອນຫລວງວຽງຈັນ ຂອງບໍລິສັດ ວາຍອີໄອຈີສາກົນ ພະລັງງານໃໝ່ (ລາວ) ຈຳກັດ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ມີລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ປະທານກຳມະທິການເສດຖະກິດ-ການເງິນ ສະພາແຫ່ງຊາດ, ປະທານຄະນະກຳມະການປົກຄອງນະຄອນຫລວງວຽງຈັນ ພ້ອມດ້ວຍຜູ້ຕາງໜ້າສະຖານທູດຈີນ ປະຈໍາລາວ, ຜູ້ຕາງໜ້າບໍລິສັດ ພະລັງງານຢຸນໜານ ແລະ ບໍລິສັດ ວາຍອີໄອຈີສາກົນ ພະລັງງານໃໝ່ (ລາວ) ຈໍາກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ຫວັງ ຈື່ສຽງ ປະທານສະຫະພັນກຳມະບານກຸ່ມບໍລິສັດ ພະລັງງານຢຸນໜານ ໄດ້ໃຫ້ຮູ້ວ່າ: ການເຊື່ອມຕໍ່ເຂົ້າລະບົບໄຟຟ້າແບບເຕັມກໍາລັງ ຂອງໂຄງການໄຟຟ້າພະລັງງານແສງຕາເວັນນາບົງ ເປັນ ໂຄງການພະລັງງານສະອາດຕົວແບບ ຂອງກຸ່ມບໍລິສັດ ພະລັງງານຢຸນໜານ ທີ່ຈັດຕັ້ງປະຕິບັດ ແລະ ເປີດນໍາໃຊ້ຢູ່ຕ່າງປະເທດ, ທັງເປັນການສືບຕໍ່ສ້າງແບບຢ່າງ ແລະ ຜົນງານອັນດີເດັ່ນ ໃນຂົງເຂດການພັດທະນາພະລັງງານ ຂອງ ສປປ ລາວ ຊຶ່ງເປັນສະຖານນີຜະລິດໄຟຟ້າດ້ວຍພະລັງງານແສງຕາເວັນແບບລວມສູນຂະໜາດໃຫຍ່ແຫ່ງທີ 2 ທີ່ສາມາດເຊື່ອມຕໍ່ ເຂົ້າລະບົບໄຟຟ້າແຫ່ງຊາດລາວ, ພ້ອມທັງ ສ້າງສະຖິຕິໃໝ່ດ້ານກໍາລັງການຕິດຕັ້ງ ແລະ ຄວາມຈຸຂອງລະບົບກັກເກັບພະລັງງານໄຟຟ້າແສງຕາເວັນດຽວ ທີ່ໃຫຍ່ທີ່ສຸດໃນລາວ ດ້ວຍເຕັກນິກວິຊາສະເພາະທີ່ຊ່ຽວຊານ ແລະ ຄວາມຮັບຜິດຊອບສູງ, ກໍ່ສ້າງຕາມຫລັກວິທະຍາ ສາດ, ຄວບຄຸມຄຸນນະພາບ ແລະ ຄວາມປອດໄພໃນທຸກຂັ້ນຕອນ ຈຶ່ງເຮັດໃຫ້ໂຄງການສາມາດດໍາເນີນໄປໄດ້ດີ. ປັດຈຸບັນ, ໂຄງການມີຄວາມພ້ອມເປີດດໍາເນີນງານດ້ານການຄ້າ ກໍຄື ການຮ່ວມມືດ້ານພະລັງງານ ລາວ-ຈີນ ແລະ ສົ່ງເສີມການພັດທະນາເສດຖະກິດ ໃນເຂດພາກພື້ນອີກດ້ວຍ.

ໃນໂອກາດດຽວກັນ, ທ່ານ ບຸນທັນ ພັນໂດລັກ ຮອງຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ໄດ້ກ່າວວ່າ: ໂຄງການພະລັງງານໄຟຟ້າແສງຕາເວັນ ກໍາລັງຕິດຕັ້ງ 80 ເມັກກາວັດ ທີ່ບ້ານນາບົງ ເມືອງປາກງື່ມ ນະຄອນຫລວງວຽງຈັນ ເປັນໂຄງການໜຶ່ງ ທີ່ນອນໃນແຜນພັດທະນາເລັ່ງດ່ວນ ຂອງລັດວິສາຫະກິດໄຟຟ້າລາວ ຈຳນວນ 12 ຈຸດ ກໍາລັງຕິດຕັ້ງ 650 ເມັກກາວັດ, ໃນໄລຍະປີ 2025-2027 ທີ່ໄດ້ຮັບຮອງຈາກລັດຖະບານ. ໂຄງການນີ້ ຈະຊ່ວຍການສະໜອງໄຟຟ້າ ໃຫ້ເຂດພາກກາງ ໂດຍສະເພາະ ນະຄອນ ຫລວງວຽງຈັນ ໃຫ້ຮັບປະກັນມີສະຖຽນລະພາບ ແລະ ຫລຸດຜ່ອນການນໍາເຂົ້າພະລັງງານຈາກຕ່າງປະເທດ. ຜົນສໍາເລັດໃນຄັ້ງນີ້ ບໍ່ພຽງແຕ່ແມ່ນການຍົກລະດັບຂີດຄວາມສາມາດ ແລະ ເພີ່ມຄວາມສະຖຽນລະພາບໃຫ້ແກ່ລະບົບ ຂອງລັດວິສາຫະກິດໄຟຟ້າລາວ ເທົ່ານັ້ນ ແຕ່ຍັງເປັນບາດກ້າວໃໝ່ໃນການພັດທະນາພະລັງງານໄຟຟ້າສະອາດ ເພື່ອພັດທະນາເສດຖະກິດ-ສັງຄົມ ແລະ ການເຕີບໂຕດ້ານພະລັງງານ ຂອງ ສປປ ລາວ.

ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments