ໃນຕອນເຊົ້າວັນທີ 1 ມິຖຸນາ 2026 ຢູ່ເຂດເສດຖະກິດພິເສດບຶງທາດຫລວງ ໄດ້ຈັດກິດຈະກຳປູກຕົ້ນໄມ້ ເພື່ອສະເຫລີມສະຫລອງວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ ແລະ ວັນເດັກນ້ອຍສາກົນຄົບຮອບ 101 ປີ ພາຍໃຕ້ຄຳຂວັນ “ສາຍໃຍລາວ-ຈີນ ປູກຕົ້ນໄມ້ເພື່ອເຊື່ອມສາຍພົວພັນ” ເພື່ອປຸກລະດົມຈິດສໍານຶກໃຫ້ທຸກພາກສ່ວນເຫັນຄວາມສໍາຄັນຂອງການອະນຸລັກ ແລະ ຟື້ນຟູຊັບພະຍາກອນປ່າໄມ້, ຮັກສາສິ່ງແວດລ້ອມ ແລະ ສ້າງທັດສະນີຍະພາບສີຂຽວ ໃຫ້ແກ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ, ມີທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ທະນົງໄຊ ຄຸດໄພທູນ ຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ, ຮອງປະທານ ທັງເປັນຜູ້ປະຈຳການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ທ່ານ ໂພຄໍາ ໄຊຍະສອນ ຮອງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ, ທ່ານ ເສິນ ເສສິນ ປະທານສະພາການຄ້າຈີນ ປະຈຳ ສປປ ລາວ, ທ່ານ ຫວງ ກົວຜິງ ປະທານ ບໍລິສັດ ລາວທາດຫຼວງລົງທຶນພັດທະນາ ຈຳກັດ, ພ້ອມດ້ວຍຜູ້ຕາງໜ້າຈາກຂະແໜງການຕ່າງໆ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

ໃນໂອກາດນີ້ ທ່ານ ນາງ ພອນວັນ ອຸທະວົງ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ແລະ ຄວາມສຳຄັນ ຂອງວັນປູກຕົ້ນໄມ້ແຫ່ງຊາດ ຊຶ່ງພັກ ແລະ ລັດຖະບານ ໄດ້ກຳນົດເອົາ ວັນທີ 1 ມິຖຸນາ ຂອງທຸກປີ ເປັນວັນປູກຕົ້ນໄມ້ແຫ່ງ ຊາດ ນັບແຕ່ປີ 1980 ເປັນຕົ້ນມາ ຊຶ່ງກົງກັບວັນເດັກນ້ອຍສາກົນ. ທັງນີ້, ກໍເພື່ອປູກຝັງຈິດສຳນຶກ ໃຫ້ແກ່ອະນຸຊົນ, ເຍົາວະຊົນ ແລະ ປະຊາຊົນທຸກຊັ້ນຄົນ ໃຫ້ເຫັນເຖິງຄຸນຄ່າ ແລະ ຄວາມສຳຄັນ ຂອງປ່າໄມ້ທີ່ເປັນພື້ນຖານສຳຄັນ ຕໍ່ການດຳລົງຊີວິດ, ການຮັກສາລະບົບນິເວດ ແລະ ການຮັບມືກັບການປ່ຽນແປງສະພາບດິນຟ້າອາກາດ. ການອະນຸລັກ ແລະ ຟື້ນຟູພື້ນທີ່ສີຂຽວ ບໍ່ແມ່ນໜ້າທີ່ຂອງພາກລັດພຽງຝ່າຍດຽວ, ແຕ່ເປັນຄວາມຮັບຜິດຊອບ ແລະ ການມີສ່ວນຮ່ວມກັນ ຂອງທຸກພາກສ່ວນໃນສັງຄົມ ເພື່ອເປັນກຳລັງສຳຄັນ ໃນການປົກປັກຮັກສາສິ່ງແວດລ້ອມ ແລະ ພັດທະນາຕາມທິດສີຂຽວແບບຍືນຍົງ.

ກິດຈະກຳໃນຄັ້ງນີ້, ສະແດງເຖິງຄວາມຮ່ວມມືອັນດີງາມ ລະຫວ່າງ ສອງຊາດ ລາວ-ຈີນ ຊຶ່ງເປັນການສະເຫລີມສະຫລອງປີມິດຕະພາບ ລາວ-ຈີນ ໃນໂອກາດຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ແລະ ຍັງເປັນການສະເຫລີມສະຫລອງວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 27 ປີ ແລະ ວັນສິ່ງແວດລ້ອມສາກົນ ຄົບຮອບ 53 ປີ ທີ່ໃກ້ຈະມາເຖິງນີ້, ຢືນຢັນເຖິງຄວາມມຸ່ງໝັ້ນຂອງທຸກພາກສ່ວນ ໃນການຮ່ວມກັນປົກປັກຮັກສາຊັບພະຍາກອນທຳມະຊາດ, ຮັກສາສິ່ງແວດລ້ອມ ແລະ ສ້າງອະນາຄົດສີຂຽວ ເພື່ອຄົນຮຸ່ນປັດຈຸບັນ ແລະ ຄົນຮຸ່ນຕໍ່ໄປ.
ຕົ້ນໄມ້ທີ່ນໍາມາປູກໃນເຂດໂຄງການຄັ້ງນີ້ ມີຕົ້ນສາມສາ (ຂະໜາດໃຫຍ່) ຈໍານວນ 10 ຕົ້ນ. ທັງນີ້, ກໍເພື່ອເພີ່ມພື້ນທີ່ສີຂຽວ, ສ້າງສະພາບແວດລ້ອມທີ່ສົດໃສ ແລະ ປະກອບສ່ວນ ເຂົ້າໃນການພັດທະນາ ເຂດເສດຖະກິດພິເສດບຶງທາດຫລວງ ໃຫ້ເປັນເຂດຕົວແບບ ຂອງການພັດທະນາທີ່ສົມດຸນ ລະຫວ່າງເສດຖະກິດ ແລະ ການອະນຸລັກສິ່ງແວດລ້ອມ.

