Homeຂ່າວຕ່າງປະເທດສປ ຈີນ-ເອີຣົບ ກາຍເປັນຄູ່ຮ່ວມມືດ້ານເສດຖະກິດການຄ້າສຳຄັນ

ສປ ຈີນ-ເອີຣົບ ກາຍເປັນຄູ່ຮ່ວມມືດ້ານເສດຖະກິດການຄ້າສຳຄັນ

ວິທະຍຸ ໂທລະພາບ ສູນກາງຈີນ, ກອງ​ປະ​ຊຸມ​ຄົບ​ຄະ​ນະ​ ຂອງ​ຄະ​ນະ​ກຳ​ມາ​ທິ​ການ​ເອີ​ຣົບ ​ໄດ້​​ດຳ​ເນີນ​ການປຶກ​ສາ​ຫາ​ລື​ການ​ພົວ​ພັນ​ກັບ ສປ ​ຈີນ. ຈາກນັ້ນໂຄ​ສົກ​ກະ​ຊວ​ງ​ການ​ຄ້າ​ຈີນ ​ກ່າວ​ວ່າ: ​ສປ ຈີນ-ເອີ​ຣົບ ກາຍເປັນ​ຄູ່​​ຮ່ວມ​ມື​ດ້ານເສດ​ຖະ​ກິດ​ການ​ຄ້າ​ສຳ​ຄັນ​ທີ່ມີ​ຄວາມ​ສະ​ເໝີ​ພາບ​ກັນ ແລະ ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ, ຫວັງ​ວ່າ ​ເອີ​ຣົບ ຈະ​ປະ​ຕິ​ບັດ​ຕາມ​ກົດ​ລະ​ບຽບ ຂອງ​ອົງ​ການ​ການ​ຄ້າ​ໂລກ, ຍຶດ​ໝັ້ນ​ການ​ຄ້າ​ເສ​ລີ ແລະ ການ​ແຂ່ງ​ຂັນ​ຢ່າງ​ຍຸ​ຕິ​ທຳ, ເດັດ​ດ່ຽວ​ຄັດ​ຄ້ານ​ລັດ​ທິ​ປົກ​ປ້ອງ ແລະ ລັດ​ທິ​ຝ່າຍ​ດຽວ. ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ​ຊີ້​ອອກວ່າ: ເອີ​ຣົ​ບ​ ຈະ​ມຸ່ງ​ໜ້າ​ໄປ​ສູ່​ເປົ້າ​ໝາຍ​ດຽວ​ກັນ​ກັບ​ຝ່າຍ ສປ ​ຈີນ, ຮ່ວມ​ກັນ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ ​ຂອງ​ຜູ້​ນຳ​ສອງ​ປະ​ເທດ, ແ​ກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນຢ່າງ​ເໝາະ​ສົມ ​ໂດຍ​ຜ່ານ​ການ​ສົນ​ທະ​ນາ​ກັນ ​ແລະ ປຶກ​ສາ​ຫາ​ລື​ກັນ ເພື່ອ​ຊຸກ​ຍູ້​ໃຫ້​ການ​ພົວ​ພັນດ້ານ​ເສດ​ຖະ​ກິດ​ການ​ຄ້າ​ຈີນ-ເອີ​ຣົບ ​ຂະ​ຫຍາຍ​ຕົວຢ່າງ​ປອດ​​ໃສ ແລະ ໝັ້ນ​ທ່ຽງ. ຖ້າ​ຫາກວ່າ​ ເອີ​ຣົບ​ ຍຶດ​ໝັ້ນ​ທີ່​ຈະ​ນຳ​ໃຊ້​ເຄື່ອງ​ມື​ການ​ຄ້າ​ໃໝ່ ແລະ ຂໍ້​ຈຳ​ກັດ​ແບບ​ຈຳ​ແນກ, ສປ ຈີນ​ ຈະ​ຄັດ​ຄ້ານ​ຢ່າງ​ເດັດ​ດ່ຽວ ແລະ ນຳ​ໃຊ້​ມາດ​ຕະ​ການ​ທີ່​ມີ​ປະ​ສິດ​ທິ​​ຜົນເພື່ອ​ປົກ​ປ້ອງ​ຜົນ​ປະ​ໂຫຍດ ​ຂອງ​ຕົນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments