ແຫລ່ງຂ່າວຈາກ ແຂວງໄຊສົມບູນ ໃຫ້ຮູ້ວ່າ: ທ່ານ ໄຊຍະເດດ ວົງສາຣະວັນ ຫົວໜ້າຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແຂວງໄຊສົມບູນ ທັງເປັນຄະນະສະເພາະກິດຕິດຕາມກວດກາແຮ່ທາດ ພ້ອມດ້ວຍເຈົ້າໜ້າທີ່ ລົງເຄື່ອນໄຫວກວດກາ ແລະ ລາດຕະເວນ ເພື່ອຕິດຕາມ, ສະກັດກັ້ນ ການເຄື່ອນໄຫວທີ່ຜິດກົດໝາຍ ຢູ່ເຂດຫ້ວຍນ້ຳບ້ານນໍ້າຍ້ອນ ເມືອງອະນຸວົງ ແຂວງໄຊສົມບູນ ໃນວັນທີ 31 ພຶດສະພາ 2026 ນີ້.
ຜ່ານການລົງກວດກາຕົວຈິງຂອງເຈົ້າໜ້າທີ່, ສາມາດກວດພົບ ແລະ ເຂົ້າຈັບກຸມກຸ່ມຄົນທີ່ພວມລັກລອບຂຸດຄົ້ນແຮ່ຄຳຕົກຂ້ອນແບບຜິດກົດໝາຍ ຊຶ່ງສາມາດກັກຕົວຜູ້ຮ່ວມຂະບວນການ (ກຳມະກອນ) ໄດ້ທັງໝົດ 3 ຄົນ. ພ້ອມດຽວກັນນັ້ນ, ເຈົ້າໜ້າທີ່ຍັງສາມາດຢຶດເຄື່ອງຂອງກາງ ທີ່ນຳໃຊ້ເຂົ້າໃນການກະທຳຜິດ ໄດ້ເປັນຈຳນວນຫລາຍ ປະກອບມີ : ລົດຈົກ (ລົດຂຸດ) 2 ຄັນ, ຕະແກງໃຫຍ່ສຳລັບຮ້ອນແຮ່ຄຳ 1 ອັນ, ຈັກດູດນ້ຳຂະໜາດໃຫຍ່ 2 ເຄື່ອງ, ນ້ຳມັນເຊື້ອໄຟ 5 ຖັງ (ຖັງລະ 200 ລິດ), ບ້າງຮ່ອນຄຳ 3 ບ້າງ, ຜ້າພົມ (ຜ້າດັກຄຳ) 12 ຜືນ, ທໍ່ດູດນ້ຳ 2 ກໍ້.
ການລົງປະຕິບັດງານໃນຄັ້ງນີ້ ສະແດງໃຫ້ເຫັນເຖິງຄວາມເດັດຂາດ ຂອງການນໍາແຂວງໃນການປະຕິບັດຄໍາສັ່ງນາຍົກເລກທີ 06/ນຍ ທັງເປັນການຄຸ້ມຄອງຊັບພະຍາກອນທຳມະຊາດ, ຮັກສາຄວາມສະຫງົບຮຽບຮ້ອຍ ແລະ ຕ້ານທຸກປະກົດການຫຍໍ້ທໍ້ ທີ່ສ້າງຄວາມເສຍຫາຍໃຫ້ແກ່ລັດ ແລະ ສັງຄົມ ກໍຄືພາຍໃນແຂວງໄຊສົມບູນ. ພ້ອມດຽວກັນນີ້, ຄະນະສະເພາະກິດ ໄດ້ນໍາເອົາອຸປະກອນ ແລະ ພາຫະນະ ໃນການຂຸດຄົ້ນແຮ່ຄໍາຕົກຂ້ອນ ທີ່ຢຶດໄດ້ ໄປໄວ້ທີ່ກອງບັນຊາການປ້ອງກັນ ຄວາມສະຫງົບແຂວງ, ເພື່ອເປັນຫລັກຖານອ້າງອີງ ດໍາເນີນຄະດີຕໍ່ຜູ້ລະເມີດກົດໝາຍ.
ຂ່າວ-ພາບ: ຕູດ ຄໍາພໍໃຈ

