Homeຂ່າວໜ້າໜຶ່ງຈົ່ງພ້ອມກັນເອົາໃຈໃສ່ປູກຕົ້ນໄມ້ໃຫ້ເປັນປ່າ ເພື່ອສ້າງຄວາມສົມດຸນໃຫ້ແກ່ທຳມະຊາດ

ຈົ່ງພ້ອມກັນເອົາໃຈໃສ່ປູກຕົ້ນໄມ້ໃຫ້ເປັນປ່າ ເພື່ອສ້າງຄວາມສົມດຸນໃຫ້ແກ່ທຳມະຊາດ

ມື້ນີ້ເປັນວັນເດັກນ້ອຍສາກົນ ຄົບຮອບ 101 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ ໄດ້ໝູນວຽນ ມາບັນຈົບຄົບຮອບອີກວາລະໜຶ່ງ ຊຶ່ງປີນີ້ຫລາຍໆພາກສ່ວນທັງສູນກາງ ແລະ ທ້ອງຖິ່ນ ໄດ້ພ້ອມກັນຈັດກິດຈະກຳສະຫລອງວັນດັ່ງກ່າວຢ່າງເປັນຂະບວນການຟົດຟື້ນໃນຂອບເຂດທົ່ວປະເທດ ເພື່ອເປັນການປະກອບສ່ວນໃນການສ້າງຄວາມສົມດຸນໃຫ້ແກ່ທຳມະຊາດ ກໍຄື ປະກອບສ່ວນໃຫ້ແກ່ສັງຄົມໃນການປູກຕົ້ນໄມ້ໃຫ້ເປັນປ່າ ໂດຍສະເພາະແມ່ນສ້າງໃຫ້ກົມກອງມີສີຂຽວ ແລະ ຄືນຄວາມສົມບູນໃຫ້ແກ່ທຳມະຊາດ. ຍ້ອນເຫັນໄດ້ຄວາມສຳຄັນ ແລະ ຄຸນປະໂຫຍດຢ່າງຫລວງ ຫລາຍຂອງປ່າໄມ້ທີ່ຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ, ພັກ ແລະ ລັດຖະບານລາວ ໄດ້ກຳນົດເອົາວັນທີ 1 ມິຖຸນາຂອງທຸກໆປີ ເປັນວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ໂດຍທຸກໆປີພະນັກ ງານ, ທະຫານ, ຕຳຫລວດ, ນັກຮຽນຮູ້ປັນຍາຊົນ ແລະ ຊັ້ນຄົນຕ່າງໆ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ໄດ້ພາກັນຈັດກິດຈະກຳຢ່າງເປັນຂະບວນຟົດຟື້ນເພື່ອປູກໄມ້ໃຫ້ເປັນປ່າແນໃສ່ເຮັດໃຫ້ເນື້ອທີ່ປ່າປົກຫຸ້ມທົ່ວປະເທດໃຫ້ໄດ້ 70% ຕາມທິດທາງ ແລະ ຄາດໝາຍຂອງລັດຖະບານ. ສຳລັບປີນີ້,ທົ່ວປະເທດຈະສ້າງຂະບວນການປູກຕົ້ນໄມ້ ໃນເນື້ອທີ່ ປະມານ 7.300 ກວ່າເຮັກຕາ ໂດຍຈະນຳໃຊ້ເບ້ຍໄມ້ ຈຳນວນ 4.500.000 ກວ່າເບ້ຍ ທັງນີ້ແນໃສ່ເພື່ອສົ່ງເສີມການເພີ່ມພື້ນທີ່ສີຂຽວ, ຟື້ນຟູສະພາບແວດລ້ອມ ແລະ ສ້າງຈິດສຳນຶກໃຫ້ສັງຄົມ ເຫັນຄວາມສຳຄັນຂອງການອະນຸລັກທຳມະຊາດ.

ຕະຫລອດໄລຍະຜ່ານມາ ພັກ ແລະ ລັດຖະບານເຫັນ ໄດ້ຄວາມສຳຄັນຂອງວຽກງານຄຸ້ມຄອງປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ ໂດຍສະເພາະແມ່ນການປົກປັກຮັກສາປ່າໄມ້ເຊິ່ງສະແດງອອກໃນການກໍານົດເອົາຫລາຍເຂດໃນທົ່ວປະເທດເປັນປ່າປ້ອງກັນ ແລະ ປ່າສະຫງວນແຫ່ງຊາດ; ອອກກົດໝາຍ, ລະບຽບການ ແລະ ນິຕິກຳຕ່າງໆທີ່ກ່ຽວຂ້ອງໃນການຄຸ້ມຄອງ ແລະ ການຈັດຕັ້ງປະຕິບັດຕົວຈິງເຊັ່ນ: ກົດ ໝາຍວ່າດ້ວຍປ່າໄມ້, ກົດໝາຍວ່າດ້ວຍສິ່ງແວດລ້ອມ, ກົດໝາຍວ່າດ້ວຍນໍ້າ-ຊັບພະຍາກອນນໍ້າ, ເພື່ອແນໃສ່ປຸກລະດົມໃຫ້ທົ່ວສັງຄົມຮ່ວມແຮງຮ່ວມໃຈກັນປູກຕົ້ນໄມ້, ຟື້ນຟູປ່າໄປຄຽງຄູ່ກັບການຄຸ້ມຄອງ, ປົກປັກຮັກ ສາປ່າໄມ້ອັນເປັນມໍລະດົກຂອງຊາດ ໃຫ້ນັບມື້ນັບອຸດົມສົມບູນ ແລະ ສາ ມາດຕອບສະໜອງຄວາມຮຽກຮ້ອງຕ້ອງການວັດຖຸດິບດ້ານໄມ້ ແລະ ຜະລິດຕະຜົນປ່າໄມ້ໄດ້ຢ່າງຍືນນານ ຄຽງຄູ່ໄປກັບການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ແລະ ເປັນການປົກປັກຮັກສາສິ່ງແວດລ້ອມ ໃຫ້ນັບມື້ນັບຂະຫຍາຍຕົວຂຶ້ນເລື້ອຍໆ ຕາມທິດສີຂຽວ ແລະ ຍືນຍົງ.

ໃນປີ 2025 ຜ່ານມາ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສາມາດກ້າເບ້ຍໄມ້ໄດ້ 34.905.400 ເບ້ຍ ເທົ່າກັບ 80% ທຽບໃສ່ແຜນການ ແລະ ສຳເລັດການປູກໄມ້ໃນເນື້ອທີ່ ລວມທັງໝົດ 37.269 ເຮັກຕາ ເທົ່າກັບ 89% ທຽບໃສ່ແຜນການປູກໄມ້ ໃນຂອບເຂດທົ່ວປະເທດ ຊຶ່ງຜົນສໍາເລັດດັ່ງກ່າວ, ໄດ້ປະກອບສ່ວນສຳຄັນໃນການຫລຸດຜ່ອນອາຍພິດເຮືອນແກ້ວ, ຟື້ນຟູແຫລ່ງນໍ້າ ແລະ ເປັນການສ້າງພື້ນຖານອັນໜັກແໜ້ນ ໃນການປົກປັກຮັກສາສິ່ງແວດລ້ອມທາງທຳມະຊາດ ໃຫ້ມີຄວາມອຸດົມສົມບູນ.

ສຳລັບແຜນການໃນປີ 2026 ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ວາງເປົ້າໝາຍຢ່າງຈະແຈ້ງ ໂດຍອີງໃສ່ຍຸດທະສາດປ່າໄມ້ ຮອດປີ 2035 ແລະ ວິໄສທັດ ຮອດປີ 2050. ຄາດໝາຍສູ້ຊົນສໍາລັບປີນີ້, ແມ່ນການສ້າງຂະບວນ ການປູກໄມ້ໃຫ້ໄດ້ 50.000 ເຮັກຕາໃນທົ່ວປະເທດ ໂດຍກະກຽມເບ້ຍໄມ້ໄວ້ຮອງຮັບທັງໝົດ 25 ລ້ານເບ້ຍ (ຊະນິດໄມ້ທີ່ຈະປູກມີ: ໄມ້ດູ່, ໄມ້ແຕ້ຂ່າ, ໄມ້ຂະຍຸງ, ໄມ້ຍາງ, ໄມ້ແຄນ, ໄມ້ວິກ, ໄມ້ສັກ, ໄມ້ກະຖິນເທພາ, ໄມ້ໃຫ້ໝາກ ແລະ ໄມ້ປະດັບ ຈຳນວນໜຶ່ງ). ນອກຈາກນັ້ນ, ຍັງຈະມີການປູກທົດແທນເບ້ຍໄມ້ທີ່ຕາຍ ຈາກປີກາຍປະມານ 20% ຫລື ປະມານ 6 ລ້ານເບ້ຍ ແລະ ປູກເພື່ອຟື້ນຟູເຂດທີ່ມີຜົນກະທົບຈາກໄຟໄໝ້ລາມປ່າ ໃນລະດູແລ້ງທີ່ຜ່ານມາປະມານ 300.000 ກວ່າເຮັກຕາ.

“ຮ່ວມແຮງຮ່ວມໃຈຊ່ວຍກັນປູກຕົ້ນໄມ້ຢ່າງໜ້ອຍໜຶ່ງຕົ້ນຕໍ່ຄົນຕໍ່ປີ”

“ປູກຕົ້ນໄມ້ ໃນວັນນີ້ ເພື່ອລູກຫລານ ໃນວັນໜ້າ”

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments