Homeຂ່າວຕ່າງປະເທດຈີນ ຈະປັບປຸງລົດໄຟຟ້າໃຫ້ເກີດຄືນໃໝ່ເພື່ອກູ້ການຂາດແຄນພະລັງງານ ນໍ້າມັນເຊື້ອໄຟໃນໂລກ

ຈີນ ຈະປັບປຸງລົດໄຟຟ້າໃຫ້ເກີດຄືນໃໝ່ເພື່ອກູ້ການຂາດແຄນພະລັງງານ ນໍ້າມັນເຊື້ອໄຟໃນໂລກ

ຈີນ ປັບປຸງລົດໄຟຟ້າໃຫ້ເກີດຄືນໃໝ່ເພື່ອກູ້ວິກິດການຂາດແຄນພະລັງງານນໍ້າມັນເຊື້ອໄຟໂລກ ແລະ ຮັກສາຄວາມສົມດູນ ຂອງສິ່ງແວດລ້ອມໂລກ ໃຫ້ເປັນໄປຕາມທິດທາງພັດທະນາສີຂຽວຍືນຍົງ. ທ່ານຮູ້ບໍ່ວ່າ ອຸດສາຫະກໍາລົດໄຟຟ້າໃນຄັ້ງໜຶ່ງເຄີຍມີປະຫວັດສາດ ຮຸ່ງເຮືອງມາ ໃນໄລຍະ 126 ປີຜ່ານມາ ແລະ ຊຸດໂຊມລົງ ໃນຊຸມປີ 1900.

ປັດຈຸບັນ, ທົ່ວໂລກມີຄົນໃຊ້ລົດໄຟຟ້າ ເພິ່ມຂຶ້ນເຖິງ 80 ລ້ານຄັນ. ໃນນັ້ນ ຈີນ ລວມມີ 40 ລ້ານກວ່າຄັນ, ອາຊຽນ ປະມານ 2-3 ລ້ານຄັນ, ໂດຍສະເພາະ ລາວ ມີ 15,000 ຄັນ ໂດຍຄາດວ່າ ໃນປີ 2030 ປະຊາກອນທົ່ວໂລກ ຈະໃຊ້ລົດໄຟຟ້າເຖິງ 200-300 ລ້ານຄັນ, ເຊິ່ງຈະເຮັດໃຫ້ອໍານາດການຜູກຂາດອຸດສາຫະກໍາລົດນໍ້າມັນຂອງຕາເວັນຕົກຄ່ອຍໆ ເຊື່ອມຖອຍລົງໃນອະນາຄົດ.

ຫລ້າສຸດບົດລາຍງານວິໄສທັດລົດໄຟຟ້າໂລກ (Global EV Outlook) ຈາກສູນຄົ້ນຄວ້າ ZSW ຂອງເຢຍລະມັນ ແລະ ອົງການພະລັງງານ ສາກົນ (IEA) ໄດ້ເປີດເຜີຍວ່າ: ປັດຈຸບັນ ມີລົດໄຟຟ້າ ທັງປະເພດໃຊ້ໝໍ້ໄຟຢ່າງດຽວ ແລະ ປະເພດປະສົມທີ່ໃຊ້ແລ່ນຕາມເສັ້ນທາງຕ່າງໆທົ່ວໂລກ ປະມານ 70-80 ລ້ານຄັນ. ໂດຍສະເພາະປະເທດຈີນ ກວມເອົາອັດຕາສ່ວນສະເລ່ຍ 50% ຂອງລົດໄຟຟ້າທົ່ວໂລກ ຫລື ປະມານ 44 ລ້ານຄັນ. ພ້ອມດຽວກັນນີ້, ຈີນ ຍັງເປັນຜູ້ສົ່ງອອກລົດພະລັງງານໃໝ່ (ລົດໄຟຟ້າ) ເປັນອັນດັບທີ 1 ຂອງໂລກ ສະເລ່ຍເກີນ 2 ລ້ານຄັນຕໍ່ປີ. ຕໍ່ກັບສະພາບທ່າອ່ຽງ ຄົນສ່ວນໃຫຍ່ ຫັນມາໃຊ້ລົດໄຟຟ້າ ແທນລົດນໍ້າມັນ ເພີ່ມຂຶ້ນ ຢ່າງກ້າວກະໂດດ ແລະ ລົດໄຟຟ້າຈີນ ໄດ້ຮັບຄວາມນິຍົມໄປທົ່ວໂລກ ຢ່າງກວ້າງຂວາງນັ້ນ ໄດ້ເກີດມີຄໍາຖາມ ຈາກຊາວເນັດ ແລະ ຜູ້ສະແຫວງຫາ ພາຫະນະລົດພະລັງ ງານໃໝ່ວ່າ: ເປັນຫຍັງລົດຈີນ ຈິ່ງໄດ້ຮັບຄວາມ ນິຍົມຢ່າງວ່ອງໄວ ໄປທົ່ວໂລກ?, ມີສາເຫດໃດ ທີ່ເຮັດໃຫ້ຄົນສ່ວນໃຫຍ່ທົ່ວໂລກ ຕ້ອງພິຈາລະນາ ແລະ ຫັນມາໃຊ້ລົດໄຟຟ້າ ທົດແທນລົດນໍ້າມັນ? ແລະ ຖ້າຄົນຫັນມາໃຊ້ລົດໄຟຟ້າເພີ່ມຂຶ້ນຈະເຮັດໃຫ້ໂລກນີ້ມີການປ່ຽນແປງໄປໃນທິດທາງບວກ ຫລື ລົບ?.

ບັນດານັກວິເຄາະ ໃຫ້ທັດສະນະວ່າ ນັບແຕ່ ເກີດສົງຄາມຂັດແຍ່ງກັນ ຢູ່ເຂດຕາເວັນອອກກາງໃນຫລາຍທົດສະຕະວັດຜ່ານມາ, ລວມທັງ ເກີດສົງຄາມ ຂັດແຍ່ງກັນ ລະຫວ່າງ ສ.ອາເມລິກາ-ອິດສະຣາແອນ ແລະ ອີຣານ ຈົນນໍາມາສູ່ທາງຕັນຄື: ຊ່ອງແຄບຮໍມຸດ ປຽບເໝືອນເສັ້ນເລືອດໃຫຍ່ ສໍາລັບການເດີນກໍາປັ່ນຂົນສົ່ງສິນຄ້າ ແລະ ນໍ້າມັນສາກົນສະເລ່ຍ 20-21 ລ້ານຖັງຕໍ່ວັນ ຫລື ປະມານ 20% ຂອງ ປະລິມານນໍ້າມັນທັງໝົດຂອງໂລກ ໂດຍມາຜ່ານຈຸດນີ້ຊໍ້າພັດປິດແລະກາຍເປັນຂໍ້ຂັດແຍ່ງຂອງມະຫາອໍານາດ ຈິ່ງສົ່ງຜົນກະທົບທາງກົງ ແລະ ທາງອອ້ມໄປທົ່ວໂລກ ໂດຍສະເພາະເສດຖະກິດໂລກ, ຄ່າຄອງຊີບສູງຂຶ້ນ, ລາຄານໍ້າມັນປັບຕົວສູງຂຶ້ນສະເລ່ຍ 100 ກວ່າໂດລາສະຫະລັດຕໍ່ຖັງ, ການຂາດແຄນພະລັງງານໄດ້ແຜ່ລາມໄປທົ່ວທຸກບ່ອນ, ຕ່ອງໂສ້ການສະໜອງພະລັງງານ-ສິນຄ້າຢຸດຈຶ້ງ ແລະ ການເດີນທາງໄປມາຫາສູ່ກັນລະຫວ່າງປະເທດ ກໍຕິດຂັດ ແລະ ອື່ນໆ.

ຄວາມຂັດແຍ່ງທີ່ວ່ານັ້ນ ໄດ້ປະກົດພາບຂຶ້ນ ທີ່ໜ້າຕົກໃຈ ໃນຫລາຍປະເທດ ໂດຍສະເພາະ ຄື:ຢູ່ ປະເທດລາວ, ໄທ, ກໍາປູເຈຍ, ຫວຽດນາມ, ຟິລິບປິນ, ສ.ອາເມລິກາ, ເອີຣົບ ແລະ ປະເທດອື່ນໆ ໂດຍມີມວນຊົນ ຈໍານວນຫລາຍ ໄດ້ຍາດກັນຊື້ນໍ້າມັນ, ການຂາດເຂີນນໍ້າມັນຢູ່ປໍ້າຕ່າງໆ, ເຂົ້າສານອາຫານແຫ້ງ ແລະ ຄ່າຄອງຊີບແພງຂຶ້ນເປັນປະຫວັດ ສາດ, ອັດຕາໄພເງິນເຟີ້ ກໍເພີ່ມສູງຂຶ້ນຕາມລໍາດັບ ແຕ່ໃນທາງກົງກັນຂ້າມ ຢູ່ປະເທດຈີນ ຊໍ້າພັດບໍ່ເຫັນພາບ ສັບສົນວຸ້ນວາຍເຫລົ່ານັ້ນ, ຊາວຈີນ ຍັງໃຊ້ຊີວິດປົກກະຕິ, ບໍ່ໄດ້ຍາດກັນຊື້ນໍ້າມັນ, ບໍ່ໄດ້ຕໍ່ແຖວຍາວໆ ຕາມປໍ້າເພື່ອໃສ່ນໍ້າມັນ, ຄ່າຄອງຊີບເກືອບທຸກຢ່າງປົກກະຕິນັ້ນ ຍ້ອນເປັນຜົນມາຈາກ ພັກ-ລັດຖະບານຈີນ ມີວິໄສທັດຢ່າງລະອຽດ ແລະ ມີການວາງແຜນຍຸດທະສາດດີເລີດຢ່າງເປັນລະບົບຄົບຊຸດ ເຊິ່ງສະທ້ອນໃຫ້ເຫັນບາງຕົວຢ່າງທີ່ໜ້າສົນໃຈຄື: ແຜນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 14 ໄດ້ປູພື້ນສໍາຄັນໜັກແໜ້ນໃຫ້ແກ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15 (2026-2030) ຂອງຈີນ ໄດ້ຕິດພັນກັບແຕ່ລະຂົງເຂດເປັນຕົ້ນ: ການພັດທະນາດ້ວຍຄຸນນະພາບສູງຢ່າງຊັັັດເຈນ ໂດຍສະເພາະຕ້ອງຊຸກຍູ້ໃຫ້ການຫັນເປັນອຸດສາຫະກໍາ-ກະສິກໍາທັນສະໄໝແບບໃໝ່, ສ້າງຕົວເມືອງອັດສະລິຍະ, ຍົກລະດັບເຕັກໂນໂລຊີ ໃຫ້ທັນສະໄໝໃນລະດັບສູງ ແລະ ອື່ນໆ.

ຕໍ່ຈາກນີ້ໄປພວກເຮົາ ອາດຈະບໍ່ເຫັນພາບ ແລະ ບໍ່ໄດ້ຍິນຄໍາເວົ້າສຽດສີ ດູໝິ່ນທີ່ເປັນອະຄະຕິ ຂອງບາງກຸ່ມຄົນ ທີ່ມີຕໍ່ຈີນວ່າ “ວັດຖຸສິ່ງຂອງ ລອກຮຽນແບບ ແລະ ຄຸນນະພາບ ຕໍ່າອີກຕໍ່ໄປ”.

ເມື່ອມໍ່ໆມານີ້, ຫລາຍປະເທດ ຍັງໄດ້ຕັ້ງຄໍາຖາມວ່າ: ເປັນຫຍັງຈີນ ບໍ່ໄດ້ຮັບຜົນກະທົບແຮງ ຈາກການປິດຊ່ອງແຄບຮໍມຸດ ແລະ ບໍ່ເດືອດຮ້ອນ ຄືກັບປະເທກອື່ນ ຈາກລາຄານໍ້າ ແພງຂຶ້ນ? ນັກວິເຄາະ ໃຫ້ເຫດຜົນ 10 ປະເດັນທີ່ຈີນ ບໍ່ໄດ້ຮັບຜົນກະທົບ ຈາກຂໍ້ຂັດແຍ່ງ ຢູ່ຊ່ອງແຄບຮໍມຸດ ຮຸນແຮງ ແລະ ປະຊາຊົນບໍ່ໄດ້ຮັບ ຄວາມເດືອດຮ້ອນຕ່າງ ຈາກຊາດອື່ນຄື:

1).ຈີນ ນໍາເຂົ້ານໍ້າມັນດິບ ຈາກຕ່າງປະເທດ ສະເລ່ຍປະມານ 11-12 ລ້ານຖັງຕໍ່ວັນ , ແຕ່ຈີນຜະລິດ ນໍ້າມັນດິບເອງ ໄດ້ສະເລ່ຍປະມານ 4-5 ລ້ານຖັງຕໍ່ວັນ.

2).ຊາວຈີນ ນໍາໃຊ້ລົດໄຟຟ້າ ພາຍໃນປະເທດກວ່າ 40 ລ້ານຄັນ. ນອກຈາກນັ້ນ ຍັງໃຊ້ລົດໄຟຟ້າໃຕ້ດິນ, ລົດເມໄຟຟ້າ ສາທາລະນະ, ລົດໄຟຄວາມໄວສູງ, ລົດແທັກຊີ ແລະ ອື່ນໆ.

3).ຈີນ ມີສາງນໍ້າມັນສໍາຮອງ ຂະໜາດໃຫຍ່ທີ່ສຸດ ໂດຍຮັບປະກັນໄດ້ 8-12ເດືອນ ເມື່ອຜະເຊີນໜ້າກັບ ສະພາບວິກິດນໍ້າມັນ.    

4).ຈີນ ມີຍຸດທະສາດ ແລະ  ແຜນການບໍລິຫານ ຈັດການຢ່າງດີເລີດ ຄື: ໂດຍຈະເນັ້ນ ການພັດທະນາ ສີຂຽວຍືນຍົງ ຖືເອົາພະລັງງານລົມ, ແສງຕາເວັນ ແລະ ພາຫະນະພະລັງງານໃໝ່ອື່ນໆ.

5).ຈີນ ມີຄູ່ຮ່ວມມື ທາງດ້ານການເມືອງ, ເສດຖະກິດ-ການຄ້າ ກັບປະເທດອື່ນໆ ໝັ້ນຄົງໂດຍເນັ້ນ ຕ່າງຝ່າຍຕ່າງ ມີຜົນປະໂຫຍດ ຮ່ວມກັນ, ຄວາມ ສາມັກຄີ, ມິດຕະພາບ, ສັນຕິພາບ ແລະ ຄວາມສະຫງົບ ເປັນຄູ່ຂະໜາດ.

 6). ມີໂຄງການສ້າງພື້ນຖານໂຄງລ່າງທັນສະໄໝເຊື່ອມໂຍງເຊື່ອມກັນຄົບຊຸດທັງພາຍໃນ ແລະ ຕ່າງປະເທດໂດຍສະເພາະ ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງທີ່ກວມເອົາຄູ່ຮ່ວມມື 150 ກວ່າປະເທດທົ່ວໂລກ.

7).ຈີນ ເປັນຜູ້ນໍາດ້ານ ເຕັກໂນໂລຊີທັນສະໄໝ ດ້ານເອໄອ ແລະ ນະວັດຕະກໍາໃໝ່ອື່ນໆ ເຮັດໃຫ້ການດໍາລົງຊີວິດຂອງປະຊາຊົນພາຍໃນປະເທດເຊື່ອມໂຍງກັບສາກົນໄດ້ເປັນຢ່າງດີ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments