ໃນຕອນບ່າຍວັນທີ 29 ພຶດສະພາ 2026 ຜ່ານມານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຈອງ ຢອງ ຊູ (JUNG Yung Soo) ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສ ເກົາຫລີ ປະຈໍາ ສປປ ລາວ.
ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງວ່າ ຕະຫລອດໄລຍະທີ່ທ່ານທູດໄດ້ມາປະຕິບັດໜ້າທີ່ ຢູ່ ສປປ ລາວ ແມ່ນໄດ້ປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມ ຂອງສອງປະເທດ ກໍຄື ປະຊາຊົນລາວ-ເກົາຫລີ ນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງຂຶ້ນ ໂດຍເຊື່ອໝັ້ນວ່າ ທ່ານທູດ ຈະສືບຕໍ່ລະດົມນັກລົງທຶນຈາກ ສ ເກົາຫລີ ເຂົ້າມາລົງທຶນ ຢູ່ ສປປ ລາວ ໃຫ້ນັບມື້ຫລາຍຂຶ້ນ ໂດຍສະເພາະ ການພັດທະນາໃນຂົງເຂດວຽກງານພະລັງງານ, ກະສິກຳສະອາດ, ການທ່ອງທ່ຽວ, ແຮ່ທາດຕ່າງໆທີ່ຕິດພັນກັບການປຸງແຕ່ງ. ນອກນັ້ນ, ຍັງໄດ້ແຈ້ງໃຫ້ຊາບກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມ ທີ່ພົ້ນເດັ່ນ ລວມທັງນະໂຍບາຍສົ່ງເສີມການລົງທຶນ, ການພັດທະນາໂຄງລ່າງພື້ນຖານ ເຮັດໃຫ້ ສປປ ລາວ ສາມາດເຊື່ອມໂຍງ-ເຊື່ອມຈອດພາກພື້ນ ແລະ ສາກົນ ໄດ້ຄ່ອງຕົວຫລາຍຂຶ້ນໃນແຕ່ລະໄລຍະ. ອັນສຳຄັນ ໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມື ຂອງສອງປະເທດ ໂດຍສະເພາະ ນັບແຕ່ການຢ້ຽມຢາມ ສ ເກົາຫລີ ຢ່າງເປັນທາງການ ຂອງທ່ານປະທານປະເທດ ແຫ່ງ ສປປ ລາວ ໃນທ້າຍເດືອນທັນວາ 2025 ຜ່ານມາ ສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ໄດ້ຮັບການຍົກລະດັບຂຶ້ນເປັນຄູ່ຮ່ວມມືຮອບດ້ານ, ເຮັດໃຫ້ການຮ່ວມມືໃນດ້ານຕ່າງໆ ຖືກຍົກສູງຂຶ້ນສູ່ລະດັບໃໝ່.

ໃນໂອກາດດຽວກັນ, ທ່ານ ຈອງ ຢອງ ຊູ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ນາຍົກລັດຖະມົນຕີ ໃນຄັ້ງນີ້ ໂດຍສະເພາະ, ແມ່ນໄດ້ໃຫ້ການສະໜັບສະໜູນ ແລະ ອຳນວຍຄວາມສະດວກໃນດ້ານຕ່າງໆ ຕະຫລອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ເຮັດໃຫ້ມີຜົນສຳເລັດຢ່າງຕໍ່ເນື່ອງ ເປັນກ້າວໆມາ, ພ້ອມກັນນັ້ນ ກໍໄດ້ສະເໜີແຜນການຮ່ວມມືກັນໃນຕໍ່ໜ້າ ເປັນຕົ້ນ ຂົງເຂດວຽກງານແຮງງານ ເພື່ອເຮັດໃຫ້ແຮງງານລາວ ມີວຽກເຮັດງານທຳ, ມີລາຍຮັບ ແລະ ຍົກລະດັບສີມືໃຫ້ດີຂຶ້ນ, ລວມທັງຂະແໜງແຮ່ທາດ, ເຕັກໂນໂລຊີ, ການພັດທະນາໂຄງລ່າງພື້ນຖານ, ການຕອບໂຕ້ ແລະ ຮັບມືກັບສະພາບການປ່ຽນແປງດິນຟ້າອາກາດ. ນອກນັ້ນ, ຍັງໄດ້ແລກປ່ຽນຄຳຄິດເຫັນເຊິ່ງກັນ ແລະ ກັນ ໃນວຽກງານການລົງທຶນ, ການຄຸ້ມຄອງ-ບໍລິຫານວຽກງານທີ່ສຳຄັນ ແລະ ອື່ນໆ.
ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ.

