ໃນວັນທີ 29 ພຶດສະພາ 2026 ຜ່ານມານີ້, ຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມລະດັບພາກພື້ນ ກ່ຽວກັບ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ໄດ້ລົງຢ້ຽມຢາມການຈັດຕັ້ງປະຕິບັດ ກວດກູ້ ແລະ ທໍາລາຍລະເບີດ ທີ່ບໍ່ທັນແຕກ ຢູ່ສະໜາມກວດກູ້ລະເບີດ ບ້ານຫົວເມືອງ ເມືອງກາສີ ແຂວງວຽງຈັນ ນຳໂດຍ ທ່ານ ເພັດສະໝອນ ແກ້ວວົງວິຈິດ ຮອງຫົວໜ້າກົມການຈັດຕັ້ງສາກົນ ກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ຄໍາສິງ ພິມພັນທະວົງ ຫົວໜ້າພາກສະໜາມກວດກູ້ລະເບີດ ບ້ານຫົວເມືອງ ເມືອງກາສີ ແຂວງວຽງຈັນ ໃຫ້ຮູ້ວ່າ: ການກວດກູ້ລະເບີດບໍ່ທັນແຕກຢູ່ພື້ນທີ່ດັ່ງກ່າວ, ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ຕົ້ນເດືອນພຶດສະ ພາ 2026 ໂດຍມີເປົ້າໝາຍກວດກູ້ໃນເນື້ອທີ່ຫລາຍກວ່າ 18 ເຮັກຕາ ປັດຈຸບັນສາມາດກວດກູ້ໄດ້ແລ້ວ 41.847 ຕາແມັດ ຫລື ເທົ່າກັບ 23% ຂອງແຜນການ ແລະ ພົບລະເບີດລວມ 36 ລູກ. ຄາດວ່າການກວດກູ້ແມ່ນຈະໃຫ້ສໍາເລັດໃນທ້າຍປີນີ້ ເພື່ອມອບເນື້ອທີ່ກວດກູ້ທີ່ປອດໄພໃຫ້ແກ່ອໍານາດການປົກຄອງ ແລະ ປະຊາຊົນທໍາການຜະລິດ ໂດຍໄດ້ຮັບທືນສະໜັບສະໜູນຈາກລັດຖະບານ ສ ເກົາຫລີ ໂດຍຜ່ານອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາ ລາວ, ຫ້ອງການຄະນະກໍາມະການຄຸ້ມຄອງລະເບີດແຫ່ງຊາດ ເພື່ອແກ້ໄຂລະເບີດຕົກຄ້າງຢູ່ ສປປ ລາວ.

ການລົງຢ້ຽມຢາມໃນຄັ້ງນີ້, ເພື່ອໃຫ້ຄະນະຜູ້ແທນ ຮັບຮູ້ເຖິງສະພາບການປະຕິບັດງານຕົວຈິງຢູ່ພາກສະໜາມຂອງກອງກວດກູ້ລະເບີດເພື່ອມະນຸດສະທຳໂດຍພາຍໃຕ້ສູນແກ້ໄຂບັນຫາລະເບີດບໍ່ທັນແຕກ ແລະ ບັນເທົາໄພພິບັດ ຂອງກອງທັບປະຊາຊົນລາວ (ສູນ 523) ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ເຫັນສະພາບຄວາມເປັນຈິງ ຂອງການຕົກຄ້າງຂອງລະເບີດບໍ່ທັນແຕກຢູ່ໃນພື້ນທີ່ຕ່າງໆຂອງ ສປປ ລາວ ແລະ ຂັ້ນຕອນການສຳຫລວດພື້ນທີ່, ການເກັບກູ້ ແລະ ການທຳລາຍລະເບີດທີ່ຄົ້ນພົບ, ລວມທັງການໂຄສະນາສຶກສາອົບຮົມຄວາມສ່ຽງໄພຈາກລະເບີດບໍ່ທັນແຕກ ແລະ ການມີສ່ວນຮ່ວມຂອງຊຸມຊົນໃນວຽກງານແກ້ໄຂບັນຫາ.

ລະເບີດທີ່ບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ທີ່ເກີດຈາກສົງຄາມ ໃນເມື່ອກ່ອນ ໄດ້ກະແຈກກະຈາຍຢ່າງກວ້າງຂວາງ ຊຶ່ງກວມເອົາເນື້ອທີ່ 87.000 ກິໂລຕາແມັດ ຂອງເນື້ອທີ່ 18 ແຂວງ, ໃນນັ້ນຫລາຍກວ່າໝູ່ແມ່ນ ແຂວງ ສະຫວັນນະເຂດ ແລະ ແຂວງຊຽງຂວາງ ໄດ້ກາຍເປັນສະໝໍລະພູມສູ້ຮົບທາງພາກພື້ນດິນ ແລະ ທາງອາກາດຢ່າງຮ້າຍແຮງ ຖ້າສະເລ່ຍໃສ່ຫົວຄົນ ສປປ ລາວ ເປັນປະເທດ ທີ່ຖືກຖິ້ມລະເບີດໃສ່ຫລາຍທີ່ສຸດໃນໂລກ ຕະຫລອດເວລາ 9 ປີ, ທຸກໆ 8 ນາທີ ໄດ້ມີເຮືອບິນມາຖິ້ມລະເບີດ ຊຶ່ງລວມທັງໝົດ 580.000 ຖ້ຽວບິນ. ໃນນັ້ນ, ມີລະເບີດປະມານ 3 ລ້ານໂຕນ, ມີໂບມໃຫຍ່ 4 ລ້ານໜ່ວຍ, ລະເບີດລູກຫວ່ານ ຫລື ບົມບີ້ ຫລາຍກວ່າ 270 ລ້ານໜ່ວຍ ແລະ ລະເບີດ ອື່ນໆທີ່ຖືກຖິ້ມໃສ່ຜືນແຜ່ນດິນລາວ. ຕາມການຄາດຄະເນທາງດ້ານວິຊາການປະມານ 30% ຂອງລະເບີດດັ່ງກ່າວ ທີ່ຍັງບໍ່ທັນແຕກ ທັງຕົກຄ້າງ ຢູ່ເທິງໜ້າດິນ.

