ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບ ອົງການປົກຄອງນະຄອນຫລວງວຽງຈັນ ຈັດກິດຈະກຳປູກຕົ້ນໄມ້ ພາຍໃຕ້ຫົວຂໍ້: “ຮ່ວມແຮງຮ່ວມໃຈປູກຕົ້ນໄມ້ໃຫ້ໄດ້ຢ່າງໜ້ອຍ 1 ຕົ້ນຕໍ່ຄົນຕໍ່ປີ, ປູກຕົ້ນໄມ້ໃນວັນນີ້ເພື່ອລູກຫລານໃນວັນໜ້າ ແລະ ຊ່ວຍກັນປູກຕົ້ນໄມ້ໃຫ້ເປັນປ່າເພື່ອເປັນສິນຄ້າ, ປົກປັກຮັກສາສິ່ງແວດລ້ອມ ແລະ ຫລຸດຜ່ອນການປ່ຽນແປງດິນຟ້າອາກາດ” ໃນວັນທີ 31 ພຶດສະພາ 2026 ເພື່ອສະເຫລີມສະຫລອງວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ ແລະ ວັນເດັກນ້ອຍສາກົນ ຢູ່ສວນສາທາລະນະເຈົ້າອານຸວົງ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາການນຳພັກ, ລັດ, ລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາກະຊວງ, ອົງການທຽບເທົ່າ, ທູຕານຸທູດ, ຄູ່ຮ່ວມພັດທະນາ, ນ້ອງນັກຮຽນ, ອະນຸຊົນ, ເຍົາວະຊົນ ແລະ ຊາວໜຸ່ມ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ຂອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ຜົນການຈັດຕັ້ງປະຕິບັດການປູກໄມ້ ໃນໄລຍະຜ່ານມາ ຊຶ່ງພັກ ແລະ ລັດຖະບານ ໄດ້ກຳນົດເອົາ ວັນທີ 1 ມິຖຸນາ ເປັນວັນປູກຕົ້ນໄມ້ແຫ່ງຊາດ ນັບແຕ່ 1980 ເປັນຕົ້ນມາ ຊຶ່ງກົງກັບວັນເດັກນ້ອຍສາກົນ ໂດຍມີຈຸດປະສົງແນໃສ່ປູກຈິດສໍານຶກໃຫ້ແກ່ອະນຸຊົນ ແລະ ເຍົາວະຊົນ ກໍຄື ທົ່ວສັງຄົມ ໃຫ້ເຫັນໄດ້ເຖິງຄວາມສໍາຄັນຂອງປ່າໄມ້, ທັງເປັນການປຸກລະດົມທົ່ວປວງຊົນເຂົ້າຮ່ວມໃນການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາປ່າໄມ້ ເຮັດໃຫ້ປ່າໄມ້ມີຄວາມອຸດົມສົມບູນໃຫ້ກາຍເປັນທ່າແຮງໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຕາມທິດສີຂຽວ ແລະ ຍືນຍົງ.

ເພື່ອສະເຫລີມສະຫລອງວັນປູກຕົ້ນໄມ້ແຫ່ງຊາດ ໃນຂອບເຂດທົ່ວປະເທດ ໃຫ້ເປັນຂະບວນຟົດຟື້ນແຕ່ສູນກາງຮອດທ້ອງຖິ່ນ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ອອກແຈ້ງການເພື່ອເປັນການສ້າງ ຂະບວນການປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ, ວັນເດັກນ້ອຍສາກົນ ແລະ ວັນສິ່ງແວດລ້ອມແຫ່ງຊາດ ໃນທົ່ວປະເທດ ຕາມຈຸດພິເສດ ແລະ ທ່າແຮງຂອງແຕ່ລະທ້ອງຖິ່ນ. ນອກຈາກນີ້, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຍັງໄດ້ສົມທົບກັບອົງການປົກຄອງທ້ອງຖິ່ນ ມີແຜນການເກັບແກ່ນພັນໄມ້ ໃຫ້ໄດ້ 121.000 ກວ່າກິໂລກຣາມ, ກ້າເບ້ຍໄມ້ 25.100.000 ກວ່າເບ້ຍ ແລະ ປູກໄມ້ 50 ພັນກວ່າເຮັກຕາ. ພ້ອມນີ້, ຢູ່ແຕ່ລະແຂວງ ແລະ ນະຄອນຫລວງ ມີແຜນການຈັດງານວາງສະແດງເບ້ຍໄມ້ ເພື່ອເປັນການສົ່ງເສີມການປູກໄມ້ເປັນສິນຄ້າ ແລະ ປົກປັກຮັກສາສິ່ງແວດລ້ອມ. ສໍາລັບປີນີ້ໃນທົ່ວປະເທດ ມີແຜນການຈະຈັດພິທີສ້າງຂະບວນການປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ໃນເນື້ອທີ່ 7.300 ກວ່າເຮັກຕາ, ຈະນໍາໃຊ້ເບ້ຍໄມ້ 4.516.000 ກວ່າເບ້ຍ. ສໍາລັບ ຢູ່ນະຄອນຫລວງວຽງຈັນ ມີແຜນຈະປູກໃນເນື້ອທີ່ ປະມານ 50 ເຮັກຕາ ຢູ່ຕາມຈຸດຕ່າງໆ ລວມທັງເຂດທີ່ໄດ້ຮັບຜົນກະທົບຈາກໄຟປ່າ, ຊຶ່ງຊະນິດພັນໄມ້ທີ່ຈະນໍາໄປປູກ ມີ: ໄມ້ດູ່, ໄມ້ແຕ້ຂ່າ, ໄມ້ຍາງ, ໄມ້ແຄນ, ໄມ້ວິກ, ໄມ້ສັກ ແລະ ໄມ້ກະຖິນເທພາ ຈໍານວນ 80 ພັນກວ່າເບ້ຍ.

