Homeຂ່າວຕ່າງປະເທດສະຖຽນລະພາບຜ່ານການຮ່ວມມື: ຍ້ອນຫຍັງອາຊຽນຈຶ່ງຫັນໜ້າເຂົ້າຫາຈີນນັບມື້ຫຼາຍຂຶ້ນ

ສະຖຽນລະພາບຜ່ານການຮ່ວມມື: ຍ້ອນຫຍັງອາຊຽນຈຶ່ງຫັນໜ້າເຂົ້າຫາຈີນນັບມື້ຫຼາຍຂຶ້ນ

ໃນໄລຍະຫຼາຍມາປີນີ້, ການພົວພັນລະຫວ່າງຈີນ-ອາຊຽນໄດ້ຮັບການພັດທະນາຢ່າງວ່ອງໄວ ຈົນກາຍເປັນໜຶ່ງໃນການຮ່ວມມືສຳຄັນທີ່ສຸດໃນພາກພື້ນອາຊີ-ປາຊີຟິກ. ທ່າມກາງສະພາບການຂອງໂລກທີ່ຜັນຜວນ, ການແຂ່ງຂັນກັນຂອງປະເທດໃຫຍ່, ສະພາບພູມສາດການເມືອງ, ຄວາມບໍ່ແນ່ນອນທາງດ້ານເສດຖະກິດ ແລະ ອື່ນໆ ເຮັດໃຫ້ຫຼາຍປະເທດໃນອາຊຽນຫັນໜ້າເຂົ້າຫາຈີນນັບມື້ຫຼາຍຂຶ້ນ ເຊິ່ງນີ້ບໍ່ແມ່ນຍ້ອນອຸດົມການ, ຫາກເປັນຍ້ອນການຄຳນວນທາງຜົນປະໂຫຍດ, ສະຖຽນລະພາບ ແລະ ການພັດທະນາໃນໄລຍະຍາວ.

ສິ່ງທີ່ເປັນບູລິມະສິດຕົ້ນຕໍຂອງອາຊຽນ, ຍັງແມ່ນດ້ານອຸດສາຫະກຳ, ການສ້າງຕ່ອງໂສ້ການສະໜອງທີ່ຍືນຍົງ ແລະ ການຍົກລະດັບມາດຕະຖານຊີວິດຂອງປະຊາຊົນເກືອບ 700 ລ້ານຄົນ. ໃນບັນຫາເຫຼົ່ານີ້, ການເປັນຄູ່ຮ່ວມມືກັບຈີນບໍ່ໄດ້ເປັນພຽງເພື່ອຄວາມສະດວກເທົ່ານັ້ນ, ຫາກຍັງເປັນທາງເລືອກທີ່ສອດຄ່ອງກັບໂຄງສ້າງທາງເສດຖະກິດ ແລະ ການພັດທະນາຢ່າງມີເຫດຜົນທີ່ສຸດ.

ການ​ຮ່ວມ​ມື​ຈີນ-ອາ​ຊຽນ ​ຖື​ເອົາ​ການ​ເຊື່ອມ​ໂຍງ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ເປັນ​ພື້ນ​ຖານ. ສອງ​ຝ່າຍ​ໄດ້​ເລີ່ມ​ຕົ້ນ​ຈາກ​ການ​ຄ້າໃນ​ໄລ​ຍະ​ເບື້ອງ​ຕົ້ນ, ຄ່ອຍໆ​ສ້າງ​ເຂດ​ການ​ຄ້າ​ເສ​ລີ​ຂະ​ໜາດ​ໃຫຍ່ເທື່ອ​ລະ​ກ້າວ ເຮັດໃຫ້ການຄ້າສອງຝ່າຍດີຂຶ້ນຢ່າງບໍ່ຢຸດຢັ້ງ. ອີງຕາມຂໍ້ມູນຈາກອົງການພາສີແຫ່ງຊາດ​ຈີນ ໃຫ້ຮູ້ວ່າ: ປີ 2025 ​ມູນ​ຄ່າ​ການ​​ຄ້າລະ​ຫວ່າງ​ຈີນ-ອາ​ຊຽນ ບັນ​ລຸຫຼາຍກວ່າ 1,050 ຕື້ໂດລາສະຫະລັດ, ເພີ່ມ​ຂຶ້ນ 7,4% ເມື່ອ​ທຽບ​ໃສ່ ປີ​ 2024, ເຮັດໃຫ້ຈີນເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງອາຊຽນ 16 ປີຕິດຕໍ່ກັນ, ແລະ ອາຊຽນເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງຈີນ 5 ປີຕິດຕໍ່ກັນ.

ປະຊາຄົມໂລກຕ່າງຍອມຮັບວ່າ: ຈີນແມ່ນໜຶ່ງໃນເຄື່ອງຈັກຂັບເຄື່ອນການເຕີບໂຕທີ່ສຳຄັນຂອງເສດຖະກິດໂລກ, ຜ່ານຂໍ້ລິເລີ່ມຕ່າງໆ ຂອງຈີນ ເຊັ່ນ: ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ ແລະ ຂໍ້ລິເລີ່ມການພັດທະນາທົ່ວໂລກ ໄດ້ສະເໜີສິ່ງທີ່ຫຼາຍປະເທດກຳລັງພັດທະນາຕ້ອງການທີ່ສຸດ ເຊັ່ນ: ການລົງທຶນຂະໜາດໃຫຍ່, ການດຳເນີນໂຄງການຢ່າງວ່ອງໄວ ແລະ ຫຼັກການບໍ່ແຊກແຊງກິດຈະການພາຍໃນຂອງກັນ ແລະ ກັນ. ລົດໄຟລາວ-ຈີນ, ທ່າເຮືອໃນມາເລເຊຍ, ນິຄົມອຸດສາຫະກຳໃນອິນໂດເນເຊຍ ແລະ ໂຄງການອື່ນໆ, ເຊິ່ງລວມເຖິງ​ຂົງ​ເຂດ​ໃໝ່ ເຊັ່ນ: ເສດ​ຖະ​ກິດ​ດິ​ຈິ​ຕອນ, ເສດ​ຖະ​ກິດ​ສີ​ຂຽວ ແລະພະ​ລັງ​ງານ​ໃໝ່ ໄດ້ກາຍເປັນຕົວຢ່າງທີ່ຈັບຕ້ອງໄດ້ຂອງຮູບແບບການພັດທະນາທີ່ເນັ້ນການປ່ຽນແປງທາງດ້ານກາຍະພາບຫຼາຍກວ່າການຕັ້ງເງື່ອນໄຂທາງການເມືອງ.

ປັດຈຸບັນ, ຫຼາຍປະເທດໃນອາຊຽນຍັງປະສົບບັນຫາດ້ານພື້ນຖານໂຄງລ່າງ. ດັ່ງນັ້ນ ບັນຫາເຫຼົ່ານີ້ຈຶ່ງບໍ່ແມ່ນເລື່ອງພູມສາດການເມືອງແບບນາມມະທຳ, ຫາກເປັນຄວາມຕ້ອງການດ້ານການພັດທະນາທີ່ເປັນຮູບປະທຳ. ການເຊື່ອມໂຍງຖະໜົນ ແລະ ລົດໄຟ, ເຄືອຂ່າຍໄຟຟ້າ ແລະ ຄວາມສາມາດດ້ານການຜະລິດສາມາດປ່ຽນເປັນການສ້າງວຽກເຮັດງານທຳ, ການຂະຫຍາຍຕົວເມືອງ ແລະ ການເຄື່ອນຍ້າຍທາງສັງຄົມໂດຍກົງ. ປະສົບການຂອງຈີນໃນການນຳພາປະຊາຊົນຫຼາຍຮ້ອຍລ້ານຄົນຫຼຸດພົ້ນອອກຈາກຄວາມທຸກຍາກໃນໄລຍະສັ້ນໆ ຍິ່ງເສີມສ້າງຄວາມໜ້າເຊື່ອຖືໃຫ້ແກ່ເສັ້ນທາງການພັດທະນາຂອງຈີນ ແລະ ກາຍເປັນແບບຢ່າງທີ່ດີທີ່ສຸດໃຫ້ແກ່ບັນດາປະເທດໃນພາກພື້ນ.

ເມື່ອ​ບໍ່​ດົນ​ມາ​ນີ້, ສະ​ຖາ​ບັນ​ອ​າ​ຊີ​ຕ​າ​ເວັນ​ອອກ​ສຽງ​ໃຕ້ Yusof Ishak ຂອງ​ສິງ​ກະ​ໂປ ໄດ້​​ເຜີຍແຜ່ “ບົດ​ລາຍ​ງານ​ກ່ຽວ​ກັບ​ທ່າ​ອຽງ​ຢູ່ອາຊຽນ: 2026” ​ສະ​ແດງ​ໃຫ້​ເຫັນ​ວ່າ: ເມື່ອ​ຖືກຖາມ​ວ່າ “ຈະ​ເລືອກ​ຂ້າງ​ໃດ​ລະ​ຫວ່າງ​ຈີນ​ກັບປະເທດທີ່ມີເສດຖະກິດໃຫຍ່ກວ່າໝູ່ໃນໂລກ”, ມີ​ຜູ້​ຕອບ​ແບບ​ສອບ​ຖ​າມ​ໃນອາຊຽນ 52% ເລືອກ​ຈີນ ແລະ 48% ເລືອກປະເທດທີ່ມີເສດຖະກິດໃຫຍ່ກວ່າໝູ່ໃນໂລກ. ນີ້ສະແດງໃຫ້ເຫັນວ່າ ທັດສະນະຂອງປະເທດໃນອາຊຽນທີ່ມີຕໍ່ປະເທດຕາເວັນຕົກກຳລັງມີຄວາມລະ ມັດລະວັງຫຼາຍຂຶ້ນ. ຜູ້ກຳນົດນະໂຍບາຍຂອງອາຊຽນໃຫ້ຄຸນຄ່າກັບ “ການຄາດຄະເນໄດ້” ຫຼາຍກວ່າສິ່ງໃດ. ຄວາມປອດໄພຂອງຕ່ອງໂສ້ການສະໜອງ, ການເຂົ້າເຖິງຕະຫຼາດຢ່າງໝັ້ນທ່ຽງ ແລະ ຫຼີກລ່ຽງຄວາມຜັນຜວນທາງນະໂຍບາຍ ແມ່ນສິ່ງຈຳເປັນຕໍ່ການວາງແຜນໄລຍະຍາວ. ຂະນະທີ່ທ່າທີດ້ານການຄ້າຂອງບາງປະເທດ ໃຫຍ່ຂອງໂລກໄລຍະຫຼັງມານີ້ຖືກຕີລາຄາວ່າເປັນປັດໄຈທີ່ສ້າງຄວາມປັ່ນປ່ວນ, ບັ່ນທອນຄວາມໝັ້ນທ່ຽງ ແລະ ຄາດຄະເນໄດ້ຍາກ.

ກົງກັນຂ້າມ, ແນວທາງຂອງຈີນທີ່ເນັ້ນຄວາມຕໍ່ເນື່ອງ ແລະ ຂະໜາດຂອງການຮ່ວມມື. ຄວາມຕ້ອງການສິນຄ້າວັດຖຸດິບ, ສິນຄ້າເຄິ່ງສຳເລັດຮູບ ແລະ ສິນຄ້າບໍລິໂພກຈາກຈີນ ໄດ້ກາຍເປັນເສົາຄ້ຳທີ່ຊ່ວຍຊຸກຍູ້ການເຕີບໂຕຂອງພາກພື້ນ. ນັກທ່ອງທ່ຽວ, ນັກສຶກສາ ແລະ ນັກລົງທຶນຈາກຈີນ ລ້ວນແຕ່ເປັນເສັ້ນເລືອດສຳຄັນຂອງຫຼາຍເສດຖະກິດໃນອາຊຽນ. ສຳຄັນກວ່ານີ້ ຈີນໄດ້ເນັ້ນວ່າ: ການພັດທະນາຂອງຈີນຕັ້ງຢູ່ບົນພື້ນຖານການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ຫຼາຍກວ່າຄວາມທະເຍີທະຍານແບບເຈົ້າໂລກ.

ອາຊຽນໄດ້ຍຶດໝັ້ນໃນຫຼັກການແຫ່ງຄວາມເປັນກາງ ແລະ ບໍ່ເລືອກຂ້າງມາດົນແລ້ວ. ຢ່າງໃດກໍຕາມ, ດ້ວຍແຮງດຶງດູດຈາກເສດຖະກິດຂອງຈີນ, ບວກກັບຄວາມບໍ່ແນ່ນອນຂອງນະໂຍບາຍຕາເວັນຕົກໄດ້ສົ່ງຜົນໃຫ້ຫຼາຍປະເທດໃນອາຊຽນຄ່ອຍໆ ປັບສົມດຸນຄືນໃໝ່. ໃນນີ້, ບັນຫາດ້ານຄວາມໝັ້ນຄົງຍິ່ງເສີມທ່າອຽງນີ້. ເຖິງວ່າສົງຄາມທາງທະຫານແບບເປີດໃນອາຊີອາດຈະບໍ່ເກີດຂຶ້ນ, ແຕ່ການແຂ່ງຂັນທາງເສດຖະກິດກຳລັງຮຸນແຮງຂຶ້ນ. ຂໍ້ຈຳກັດດ້ານເຕັກກໂນໂລຊີ, ມາດຕະການລົງໂທດ ແລະ ການຈໍາກັດຕ່ອງໂສ້ການສະໜອງໄດ້ປ່ຽນການຄ້າໃຫ້ກາຍເປັນສະໜາມແຂ່ງຂັນຍຸດທະສາດ. ສຳລັບປະເທດນ້ອຍ ແລະ ກາງ, ສະຖຽນລະພາບຍັງຄົງເປັນບູລິມະສິດສໍາຄັນທີ່ສຸດ. ການປ່ຽນແປງລະບອບການປົກຄອງ, ສົງຄາມຕົວແທນ ແລະ ຄວາມບໍ່ສະຫງົບທາງການເມືອງ ຖືກຕີລາຄາວ່າເປັນໄພຄຸກຄາມຕໍ່ຜົນສຳເລັດດ້ານການພັດທະນາທີ່ສະສົມມາຢ່າງຍາວນານ.

ນອກນີ້, ຍັງມີຄວາມຮູ້ສຶກເພີ່ມຂຶ້ນວ່າ: ວາທະກຳຂອງຕາເວັນຕົກກ່ຽວກັບສິດທິມະນຸດ ແລະ ປະຊາທິປະໄຕກາຍເປັນສິ່ງທີ່ບໍ່ສອດຄ່ອງ ຫຼື ຖືກນຳໃຊ້ເປັນເຄື່ອງມືທາງການເມືອງ. ຂະນະທີ່ຈີນ ໄດ້ສົ່ງເສີມແນວຄິດທີ່ວ່າ “ການພັດທະນາແມ່ນສິດທິມະນຸດຂັ້ນພື້ນຖານ” ແລະ ເປັນເສັ້ນທາງໃນການຫຼຸດພົ້ນຈາກຄວາມທຸກຍາກ, ຄວາມອຶດຫິວ ແລະ ຄວາມບໍ່ປອດໄພ. ບໍ່ວ່າຈະເຫັນດີກັບແນວຄິດນີ້ ຫຼືບໍ່, ມັນກໍສອດຄ່ອງກັບຄວາມຮູ້ສຶກຂອງຫຼາຍປະເທດກຳລັງພັດທະນາໃນໂລກທີ່ຍັງເຫັນວ່າການພັດ ທະນາດ້ານວັດຖຸແມ່ນຕົວຊີ້ວັດສຳຄັນຂອງການປົກຄອງທີ່ມີປະສິດທິພາບ.

ຄວາມປາດຖະໜາອັນສຸງສົ່ງຂອງປະຊາຊົນໃນພາກພື້ນອາຊຽນ ແມ່ນບໍ່ແຕກຕ່າງຈາກຄວາມປາດຖະໜາຂອງປະຊາຊົນໃນຫຼາຍພາກພື້ນທົ່ວໂລກ, ນັ້ນຄື: ຕ້ອງການການພັດທະນາບໍ່ແມ່ນການບັງ ຄັບ​ນາບ​ຂູ່, ຕ້ອງການ​ສະ​ຖຽນ​ລະ​ພາບບໍ່ແມ່ນຄວາມ​ວຸ້ນວາຍ, ຕ້ອງການຄູ່ຮ່ວມມືບໍ່ແມ່ນຄູ່ຕໍ່ສູ້. ຜ່ານພຶດຕິກໍາຕົວຈິງ ໄດ້ພິສູດໃຫ້ເຫັນຢ່າງຈະແຈ້ງແລ້ວວ່າ: ການຮ່ວມມືຈີນ-ອາຊຽນ ທີ່ຕັ້ງຢູ່ບົນພື້ນຖານການພັດທະນາຮ່ວມກັນ, ເຄົາລົບອະທິປະໄຕ ແລະ ບໍ່​ຈຳ​ແນກ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ສາມາດ​​ຕອບ​ສະ​ໜອງ​ກັບຄວາມ​ຕ້ອງ​ການ​ດ້ານ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​​ໃນອາ​ຊຽນ ແລະ ສ້າງ​ພ​ະ​ລັງ​ຂັບ​ເຄື່ອນທີ່​ຍືນ​ຍົງ​ໃຫ້​ແກ່​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ພາກ​ພື້ນ ໂດຍ​ອາ​ໄສ​ຕະຫຼາດ​ການ​ບໍ​ລິ​ໂພກ​ທີ່ກວ້າງ​ຂວາງ, ຄວາມ​ສາ​ມາດທີ່​ຄົບ​ວົງ​ຈອນ​ໃນການ​ກໍ່​ສ້​າງ​ພື້ນ​ຖານ​ໂຄງ​ລ່າງ, ການ​ສະ​ໜັບ​ສະ​ໜູນ​ດ້ານ​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝ ແລະ ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ທີ່​ຄົບ​ຖ້ວນ.

ການທີ່ອາຊຽນຫັນໜ້າເຂົ້າຫາຈີນນັບມື້ຫຼາຍຂຶ້ນບໍ່ໄດ້ໝາຍຄວາມວ່າອາຊຽນເລືອກຢູ່ຝ່າຍໃດຝ່າຍໜຶ່ງ ແຕ່ເປັນການສະທ້ອນເຖິງຄວາມເປັນຈິງຂອງໂລກໃໝ່ທີ່ບັນດາປະເທດກຳລັງພັດທະນາໃຫ້ຄວາມສຳຄັນກັບພາກປະຕິບັດເພື່ອການເຕີບໂຕ, ການເຊື່ອມໂຍງ, ສະຖຽນລະພາບ ແລະ ຜົນປະໂຫຍດຮ່ວມກັນຫຼາຍກວ່າການແບ່ງຂົ້ວທາງອຸດົມການ. ເຊື່ອໝັ້ນວ່າ: ພາຍ​ໃຕ້​ສະ​ພ​າບ​ການ​ທີ່​ທົ່ວ​ໂລກ​​ມີ​ຄວາມ​ປັ່ນ​ປ່ວນ, ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ-ອາ​ຊຽນ ບໍ່​ພຽງ​ແຕ່​ໄດ້​ສ້າງ​ໂອ​ກາດ​ໃຫ້​ແກ່​ສອງ​ຝ່າຍ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ຂຽນ​ປະ​ຫວັດ​ສາດ​ໜ້າ​ໃໝ່​ໃຫ້​ແກ່​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງພາກ​ພື້ນ ແລະ ທົ່ວ​ໂລກ ອີກດ້ວຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments