Homeຂ່າວການເມືອງກອງປະຊຸມພົບປະຄັ້ງທີ 7 ລະຫວ່າງສະພາແຫ່ງຊາດລາວ ກັບລັດຖະສະພາເອີຣົບ

ກອງປະຊຸມພົບປະຄັ້ງທີ 7 ລະຫວ່າງສະພາແຫ່ງຊາດລາວ ກັບລັດຖະສະພາເອີຣົບ

ເມື່ອບໍ່ດົນມານນີ້, ສະພາແຫ່ງຊາດລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມພົບປະ ຄັ້ງທີ 7 ລະຫວ່າງສະພາແຫ່ງຊາດລາວ ກັບ ລັດຖະສະພາເອີຣົບ ຫລື ອີພີ (European Parliament – EP) ໂດຍການເປັນປະທານຮ່ວມຂອງ ທ່ານ ໂພໄຊ ໄຂຄຳພິທູນ ປະທານກຳມາທິການການຕ່າງປະເທດ ແລະ ທ່ານ ວູເທີ ເບັກ (Wouter BEKE) ປະທານຄະນະສະມາຊິກລັດຖະສະພາ ທີ່ຮັບຜິດຊອບພົວພັນກັບປະເທດອາຊີຕາເວັນອອກສຽງໃຕ້ ຫລື ອາຊຽນ ຂອງ EP ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ລະຫວ່າງວັນທີ 24-28 ພຶດສະພາ 2026.

ກອງປະຊຸມພົບປະຄັ້ງນີ້, ສອງຝ່າຍໄດ້ຮ່ວມກັນທົບທວນຄືນການພົວພັນການຮ່ວມມືຕະຫລອດ​ໄລຍະ 5 ທົດສະວັດ​ຜ່ານ​ມາ ນັບແຕ່ ສປປ ລາວ ແລະ ສະຫະພາບເອີຣົບ ຫລື ອີຢູ (European Union – EU) ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 21​ ພະຈິກ 1975, ທັງສອງຝ່າຍໄດ້ມີການພົວພັນ ແລະ ຮ່ວມມືທີ່ດີນໍາກັນມາຕະຫລອດ ສະແດງອອກໃນການແລກປ່ຽນຄະນະຜູ້ແທນ​ເຊິ່ງກັນ ແລະ ກັນ ​ແລະ ມີການຮ່ວມມືໃນຫລາຍຂະແໜງການ. ພ້ອມນີ້, ສອງຝ່າຍໄດ້ປຶກສາຫາລື, ແລກປ່ຽນຄຳຄິດເຫັນ ແລະ ບົດຮຽນປະສົບການທີ່ດີໃນການພັດທະນາເສດຖະກິດ-ສັງຄົມ, ວຽກງານດ້ານສິດທິມະນຸດ, ການພົວພັນການຄ້າ ແລະ ການລົງທຶນ ລວມທັງສະພາບພົ້ນເດັ່ນຂອງພາກພື້ນ ແລະ ສາກົນ ແລະ ບັນຫາອື່ນໆ ທີ່ສອງຝ່າຍມີຄວາມສົນໃຈ ແນໃສ່ປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີນຳກັນ ລະຫວ່າງ ສປປ ລາວ ກັບ ສະຫະພາບເອີຣົບ ກໍຄືລະຫວ່າງສະພາແຫ່ງຊາດລາວ ກັບ ລັດຖະສະພາເອີຣົບ.

ການມາຢ້ຽມຢາມຄັ້ງນີ້, ຄະນະຜູ້ແທນລັດຖະສະພາເອີຣົບ ຍັງໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນການພົບປະເຮັດວຽກ, ແລກປ່ຽນທັດສະນະ ແລະ ປະສົບການນໍາກັນໃນຫລາຍບັນຫາ ເປັນຕົ້ນ ການປະຕິບັດພາລະບົດບາດຂອງອົງການນິຕິບັນຍັດ, ການເປັນຕົວແທນຂອງປະຊາຊົນ, ການຍົກສູງຄຸນນະພາບການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດລາວ, ຕີລາຄາການພົວພັນຮ່ວມມືລະຫວ່າງ ສປປ ລາວ ກັບ ສະຫະພາບເອີຣົບ ທັງໄດ້ແຈ້ງສະພາບການພົ້ນເດັ່ນຂອງ ສປປ ລາວ ແລະ ສະພາແຫ່ງຊາດລາວ ໃຫ້ຄະນະຜູ້ແທນຮັບຊາບອີກດ້ວຍ.

ໃນໂອກາດພົບປະເຮັດວຽກຢູ່ສະພາແຫ່ງຊາດລາວ, ທ່ານ ວູເທີ ເບັກ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ອໍານວຍຄວາມສະດວກໃຫ້ແກ່ຄະນະຜູ້ແທນລັດຖະສະພາເອີຣົບ, ທັງໄດ້ແລກປ່ຽນທິດທາງການຮ່ວມມືໃນຕໍ່ໜ້າ ແລະ ຈະສືບຕໍ່ຈັດກອງປະຊຸມພົບປະແລກປ່ຽນໃນລັກສະນະດັ່ງກ່າວນີ້ຕື່ມອີກ ເພື່ອເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງ ລັດຖະສະພາເອີຣົບ ກັບ ສະພາແຫ່ງຊາດລາວ ໃຫ້ນັບມື້ນັບດີຂຶ້ນກວ່າເກົ່າ.

ນອກຈາກນີ້, ຄະນະຜູ້ແທນລັດຖະສະພາເອີຣົບ ຍັງໄດ້ເຂົ້າຢ້ຽມຂ່ຳນັບ ທ່ານຮອງນາຍົກລັດຖະມົນຕີ ແລະ ລັດຖະ ມົນຕີກະຊວງການຕ່າງປະເທດ, ທ່ານຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ; ເຄື່ອນໄຫວຢ້ຽມຢາມຫ້ອງການກອງເລຂາຄະນະກຳມາທິການແມ່ນ້ຳຂອງສາກົນ ແລະ ສະຖານທີ່ທາງວັດທະນະທຳຈຳນວນໜຶ່ງຢູ່ນະຄອນຫລວງວຽງຈັນ, ລວມທັງເຂົ້າຢ້ຽມຂ່ຳນັບທ່ານປະທານຄະນະກຳມະການປົກຄອງແຂວງຫລວງພະບາງ, ຢ້ຽມຢາມວິທະຍາໄລເຕັກນິກວິຊາຊີບຫລວງພະບາງ ແລະ ບັນດາໂຄງການພາຍໃຕ້ການສະໜັບສະໜູນຂອງອີຢູ ທີ່ແຂວງຫລວງພະບາງ ຕື່ມອີກ.

ຂ່າວ: ສພຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments