ພາລະກິດຄົ້ນຫາ ຜູ້ປະສົບໄພ 7 ຄົນ ທີ່ຕິດຢູ່ໃນຖໍ້າ ຢູ່ບ້ານພັນໄຊ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ຍັງສືບຕໍ່ຄົ້ນຫາຢ່າງຮີບດ່ວນ ຊຶ່ງມາຮອດມື້ນີ້ ວັນທີ 26 ພຶດສະພາ 2026 ນັບເປັນມື້ທີ 7 ແລ້ວທີ່ຍັງບໍ່ພົບຜູ້ປະສົບໄພ ພາຍຫລັງທີ່ຕິດຢູ່ໃນຖ້ຳແຕ່ວັນທີ 20 ພຶດສະພາ 2026 ໃນຂະນະທີ່ທຸກພາກສ່ວນ ໃນສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ໄດ້ລະດົມກຳລັງ ເຂົ້າຊ່ວຍເຫລືອຢ່າງເຕັມທີ່. ປັດຈຸບັນ ພວມເລັ່ງສູບນ້ຳອອກຈາກຖ້ຳ (ໂຖງທີ 6) ແລະ ຂຸດດິນທີ່ອັດຕັນຮູ ເພື່ອເຂົ້່າໄປຈຸດທີ່ສົ່ງໄສວ່າມີຜູ້ປະສົບໄພຕິດຢູ່.
ສຳລັບ ແຜນການປະຕິບັດງານຄົ້ນຫາຜູ້ປະສົບໄພ ໃນວັນທີ 26 ພຶດສະພາ 2026 ນີ້, ໂດຍພາຍໃຕ້ການຊີ້ນຳ ຂອງການນຳຂັ້ນແຂວງ ຊຶ່ງນຳໂດຍ ທ່ານ ພອຍຄຳ ຮຸ່ງບຸນຍວງ ກຳມະການສູນການພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງໄຊສົມບູນ ພ້ອມດ້ວຍຄະນະ ໄດ້ສືບຕໍ່ວາງແຜນເລັ່ງຄົ້ນຫາ ໂດຍໄດ້ຄວບຄຸມສ່ວນໜ້າຖ້ຳ ກັນພາກສ່ວນທີ່ບໍ່ກ່ຽວຂ້ອງອອກຈາກບ່ອນປະຕິບັດງານ, ພ້ອມທັງ ແບ່ງທີມສືບຕໍ່ຄົ້ນຫາ ໂດຍມີຜູ້ຊຽວຊານຈາກປະເທດແຟງລັງ ແລະ ໄທ ພ້ອມດ້ວຍປະຊາຊົນຜູ້ເຄີຍເຂົ້າ-ອອກ ເປັນປະຈຳ ຮ່ວມຄົ້ນຫາ.
ພ້ອມທັງກຽມທີມຕອບໂຕ້ເຫດສຸກເສີນ, ກຽມທີມເຄື່ອນຍ້າຍພາຍຫລັງພົບຜູ້ປະສົບໄພ, ປັບພື້ນທີ່ ແລະ ເປີດເສັ້ນທາງທີ່ເປັນອຸປະສັກ, ກຽມທີມແພດຈາກໂຮງໝໍແຂວງ, ທີມສື່ສານປະສານງານ, ທີມຂົນສົ່ງ ລຳລຽງສະບຽງອາຫານ ແລະ ທີມສະໜັບສະໜູນການເຄື່ອນຍ້າຍ. ພ້ອມນີ້, ຍັງໄດ້ບຸກເບີກທາງເຂົ້າ (ເປີດໜ້າທາງເຂົ້າໃໝ່ ໄດ້ 1,5 ກິໂລແມັດ) ແລະ ໄດ້ປະສານງານໄປຍັງລາວໂທລະຄົມ ເພື່ອນຳສາຍສົ່ງສັນຍານ ພ້ອມເສົາ ມາຕິດຕັ້ງ ເພື່ອອຳນວຍຄວາມສະດວກໃນການສື່ສານ ເພື່ອເຮັດໃຫ້ການປະຕິບັດງານໃຫ້ວ່ອງໄວຂຶ້ນຕື່ມ.

