ໃນວັນທີ 26 ພຶດສະພາ 2026 ທີ່ທໍານຽບປະທານປະເທດ, ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ສາອາດິ ສາລາມາ ເອກອັກຄະລັດຖະທູດ ແຫ່ງ ລັດປາແລັດຕິນ ປະຈຳລາວ ຊຶ່ງມີສຳນັກງານຕັ້ງຢູ່ ຮ່າໂນ້ຍ ສສ ຫວຽດນາມ ເນື່ອງໃນໂອກາດສໍາເລັດ ໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ໂອກາດນີ້, ທ່ານ ນາງ ວຽງທອງ ສີພັນດອນ ໄດ້ສະແດງຄວາມຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດໃນການປະຕິບັດໜ້າທີ່ ທາງການທູດຂອງ ທ່ານ ສາອາດິ ສາລາມາ ໃນໄລຍະຜ່ານມາ, ຊຶ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ-ລັດປາແລັດຕິນ ໃນຂົງເຂດການຮ່ວມມືດ້ານຕ່າງໆ ໃຫ້ຈະເລີນຮຸ່ງ ເຮືອງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ພ້ອມທັງຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ ຊຶ່ງຕະຫລອດໄລຍະ 37 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ເຫັນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືແມ່ນຢູ່ໃນລະດັບປົກກະຕິດີ. ໃນຕອນທ້າຍ, ທ່ານຮອງປະທານປະເທດ ໄດ້ອວຍພອນໃຫ້ທ່ານທູດ ຈົ່ງປະສົບຜົນສຳເລັດ ໃນການປະຕິບັດໜ້າທີ່ວຽກງານອັນໃໝ່ ແລະ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.
ໃນຂະນະດຽວກັນ, ທ່ານ ສາອາດິ ສາລາມາ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ລັດຖະ ບານລາວ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອ ແລະ ອໍານວຍຄວາມສະ ດວກເປັນຢ່າງດີ ຕະຫລອດໄລຍະການປະຕິບັດໜ້າທີ່ການທູດ ຈົນໄດ້ຮັບຜົນສໍາເລັດອັນຈົບງາມ. ພ້ອມນີ້, ກໍໄດ້ສະແດງຄວາມຍິນດີ ຈະສືບຕໍ່ເສີມຂະຫຍາຍສາຍ ພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ.

