ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ໃນໄລຍະຕົ້ນລະດູຮ້ອນປີນີ້, ນະຄອນຫລວງປັກກິ່ງຂອງຈີນ ໄດ້ກາຍເປັນສູນກາງທາງການທູດລະດັບໂລກ. ຜູ້ນຳຈາກຫລາຍປະເທດ, ນັບແຕ່ປະທານປະເທດຫວຽດນາມ, ປະທານາທິບໍດີອາເມຣິກາ, ປະທານາທິບໍດີຣັດເຊຍ ຈົນຮອດນາຍົກລັດຖະມົນຕີປາກິດສະຖານ ແລະ ປະທານາທິບໍດີແຊັກບີ ໄດ້ພາກັນເດີນທາງມາຢ້ຽມຢາມຈີນ ຕາມໆກັນ. ຈາກປະເທດໃຫຍ່ໃນຕາເວັນຕົກ ຮອດປະເທດກຳລັງພັດທະນາ, ຈາກປະເທດບ້ານໃກ້ເຮືອນຄຽງຮອດປະເທດທີ່ເດີນທາງມາແຕ່ໄກ ເຊິ່ງໄດ້ສະແດງໃຫ້ເຫັນວ່າ ໂລກມີຄວາມໄວ້ເນື້ອເຊື່ອໃຈເປັນຢ່າງສູງ ແລະ ມີຄວາມປາຖະໜາອັນແຮງກ້າຕໍ່ຈີນ, ທັງສະແດງໃຫ້ເຫັນເຖິງບົດບາດສຳຄັນຂອງຈີນ ທີ່ບໍ່ສາມາດທົດແທນໄດ້ໃນໂລກທີ່ປັ່ນປ່ວນ ແລະ ມີການແລກປ່ຽນຢ່າງສັບສົນ.

ຄວາມສົນໃຈທີ່ເພີ່ມຂຶ້ນເຫລົ່ານີ້, ກ່ອນອື່ນ, ແມ່ນເກີດຈາກຈີນ ເປັນຄູ່ຮ່ວມມືທີ່ໜ້າເຊື່ອຖື ແລະ ໝັ້ນທ່ຽງສຳລັບປະເທດຕ່າງໆ. ປັດຈຸບັນນີ້, ການຟື້ນຕົວຂອງເສດຖະກິດໂລກອ່ອນເພຍ, ການປະທະກັນໃນພາກພື້ນໄດ້ເກີດຂຶ້ນເລື້ອຍໆ, ຄວາມບໍ່ແນ່ນອນໄດ້ເປັນສະພາບປົກກະຕິ, ແຕ່ກົງກັນຂ້າມຈີນ ສາມາດຮັກສາການພັດທະນາທີ່ໜັກແໜ້ນຢ່າງສະເໝີຕົ້ນສະເໝີປາຍ. ໃນຖານະເປັນປະເທດທີ່ມີຂະໜາດເສດຖະກິດໃຫຍ່ອັນດັບ 2 ແລະ ປະເທດການຄ້າສິນຄ້າປະເພດຈັບຕ້ອງໄດ້ໃຫຍ່ອັນດັບ 1 ຂອງໂລກ, ຈີນ ມີຕະຫລາດຂະໜາດໃຫຍ່ພິເສດ, ມີຕ່ອງໂສ້ການສະໜອງ ແລະ ຕ່ອງໂສ້ອຸດສາຫະກຳທີ່ຄົບຖ້ວນ, ລວມຍອດຜະລິດຕະພັນພາຍໃນ ຫລື GDP ຂອງຈີນ ໄດ້ເຕີບໂຕ 5% ໃນໄຕມາດທຳອິດປີນີ້ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ເຊິ່ງໄດ້ເປັນການເພີ່ມພະລັງຂັບເຄື່ອນຢ່າງຕໍ່ເນື່ອງໃຫ້ແກ່ການເຕີບໂຕຂອງເສດຖະກິດໂລກ. ບໍ່ວ່າປະເທດໃນຕາເວັນຕົກ ເຊັ່ນ: ອາເມຣິກາ, ຣັດເຊຍເປັນຕົ້ນ ຫລື ປະເທດໃນອາຊີ, ອາຟຣິກາ ແລະ ອາເມຣິກາລາຕິນ ເຊັ່ນ: ຫວຽດນາມ ເປັນຕົ້ນ, ລ້ວນແຕ່ໄດ້ນຳພາຄະນະຜູ້ແທນທຸລະກິດຂະໜາດໃຫຍ່ມາຢ້ຽມຢາມຈີນ, ຄວາມຮຽກຮ້ອງຕ້ອງການຕົ້ນຕໍແມ່ນ: ສະແຫວງຫາຄວາມໝັ້ນທ່ຽງ, ການຮ່ວມມື ແລະ ການຊຸກຍູ້ການພັດທະນາ. ພາຍໃຕ້ສະພາບການສາກົນທີ່ເຕັມໄປດ້ວຍການປ່ຽນແປງ, ການເລືອກຈີນ ໝາຍເຖິງການເລືອກການຄາດຄະເນທີ່ໝັ້ນທ່ຽງ; ຮ່ວມມືກັບຈີນ ໝາຍເຖິງໂອບກອດໂອກາດໃນການພັດທະນາ.

“ຄື້ນແຫ່ງການຢ້ຽມຢາມຈີນ” ແມ່ນການສົນທະນາຢ່າງເລິກເຊິ່ງທີ່ທັບມ້າງຄວາມເຫັນອະຄະຕິ ແລະ ຊ່ວຍໃຫ້ເຂົ້າໃຈຈີນ ດີຍິ່ງຂຶ້ນ. ໃນອະດີດ, ປະເທດຕາເວັນຕົກຈຳນວນໜຶ່ງມີຄວາມເຂົ້າໃຈຜິດຕໍ່ຈີນ, ໂດຍອາໄສຂໍ້ມູນແຕ່ສ່ວນໃດສ່ວນໜຶ່ງເທົ່ານັ້ນ ເຊິ່ງເໝືອນດັ່ງຄົນຕາບອດຄຳຊ້າງ. ປັດຈຸບັນ, ຜູ້ນຳຈາກຫລາຍປະເທດໄດ້ເດີນທາງໄປຢ້ຽມຢາມທ້ອງຖິ່ນຕ່າງໆຂອງຈີນ ເພື່ອສຳຜັດກັບຈີນ ຢ່າງແທ້ຈິງ. ກ່ອນໜ້ານີ້, ທ່ານ ເກຍ ສະຕາເມີ ນາຍົກລັດຖະມົນຕີອັງກິດ ໄດ້ຮຽກຮ້ອງໃຫ້ປະຖິ້ມຄວາມເຫັນອະຄະຕິ ແລະ ເຂົ້າໃຈປະເທດຈີນ ຜ່ານການແລກປ່ຽນຢ່າງເລິກເຊິ່ງ; ທ່ານ ຟຣີດຣສ ເມີສ ນາຍົກລັດຖະມົນຕີເຢຍລະມັນ ໄດ້ເດີນທາງໄປຢ້ຽມຢາມວິສາຫະກິດວິທະຍາສາດເຕັກໂນໂລຊີ ຢູ່ນະຄອນຫາງໂຈ່ວຂອງຈີນ ເພື່ອສຳຜັດກັບຄວາມມີຊີວິດຊີວາດ້ານການປະດິດສ້າງໃໝ່ຂອງຈີນ; ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ ປະທານປະເທດຫວຽດນາມ ໄດ້ຂີ່ລົດໄຟຄວາມໄວສູງໄປຢ້ຽມຢາມນະຄອນສົງອ່ານຂອງຈີນ ເພື່ອສຳຜັດກັບຄວາມມີສະເໜ່ແຫ່ງຄວາມທັນສະໄໝແບບຈີນ. ຈາກການປະດິດສ້າງໃໝ່ຮອດການປະຕິບັດດ້ານການບໍລິຫານ, ຈາກຮູບແບບການພັດທະນາຮອດຊີວິດການເປັນຢູ່ທີ່ດີຂອງປະຊາຊົນ, ໂລກໄດ້ເຫັນຈີນ ທີ່ເປີດກວ້າງ, ກ້າວໜ້າ ແລະ ມີຄວາມກວມລວມ ພ້ອມທັງໄດ້ເຂົ້າໃຈທີ່ເລິກເຊິ່ງກ່ຽວກັບທ່າແຮງດ້ານລະບຽບການ ແລະ ສະຕິປັນຍາດ້ານການບໍລິຫານທີ່ຢູ່ເບື້ອງຫລັງການພັດທະນາຂອງຈີນ.

ເມື່ອສັງເກດໃນລະດັບທີ່ເລິກເຊິ່ງແລ້ວເຫັນວ່າ: ຈີນ ເຮັດໜ້າທີ່ເປັນຜູ້ສ້າງຄວາມໝັ້ນທ່ຽງ ແລະ “ປັດໄຈແຫ່ງຄວາມໄວ້ວາງໃຈ” ໃນໂລກທີ່ປັ່ນປ່ວນວຸ່ນວາຍ. ໂລກປັດຈຸບັນເຕັມໄປດ້ວຍຄວາມບໍ່ແນ່ນອນ, ລັດທິຝ່າຍດຽວ ແລະ ການເປັນປໍລະປັກກັນ ລະຫວ່າງ ກຸ່ມກ້ອນໄດ້ເງີຍຫົວຂຶ້ນ. ຄວາມບົກຜ່ອງດ້ານສັນຕິພາບ, ການພັດທະນາ, ຄວາມໝັ້ນຄົງ ແລະ ການບໍລິຫານນັບມື້ຂ້ຽວຂາດ. ແຕ່ຈີນ ໄດ້ຍຶດໝັ້ນຄວາມຍຸຕິທຳ ແລະ ຄວາມເປັນທຳຢ່າງສະເໝີຕົ້ນສະເໝີປາຍ, ສົ່ງເສີມການຮ່ວມມືກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຄັດຄ້ານກົດແຫ່ງປ່າ, ປົກປ້ອງລະບຽບສາກົນ ແລະ ລັດທິຫລາຍຝ່າຍດ້ວຍການກະທຳຕົວຈິງ. ຈີນ ແລະ ອາເມຣິກາ ຄຸ້ມຄອງ ແລະ ຄວບຄຸມຄວາມຂັດແຍ້ງກັນ, ຈີນ ແລະ ຣັດເຊຍ ລົງເລິກການປະສານງານ, ຈີນ ແລະ ເອີຣົບ ເພີ່ມທະວີການແລກປ່ຽນກັນ, ຈີນ ຕັ້ງໜ້າຊຸກຍູ້ການພົວພັນ ລະຫວ່າງ ປະເທດໃຫຍ່ໃຫ້ຂະຫຍາຍຕົວໄປສູ່ທິດທາງທີ່ດີຢ່າງຕັ້ງໜ້າ ເຊິ່ງໄດ້ກາຍເປັນສິ່ງຄ້ຳປະກັນໃຫ້ແກ່ສະຖຽນລະພາບທາງຍຸດທະສາດຂອງທົ່ວໂລກ.
ປະມຸກລັດຕ່າງປະເທດທີ່ຫລັ່ງໄຫລກັນເດີນທາງມາຢ້ຽມຢາມຈີນ ໃນຮອບນີ້, ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງຊື່ສຽງ ແລະ ບົດບາດຂອງຈີນ ໃນເວທີສາກົນ ນັບມື້ໄດ້ຮັບການຍົກສູງຂຶ້ນເທົ່ານັ້ນ, ຍິ່ງໄດ້ສະແດງໃຫ້ໂລກໄດ້ເຫັນວ່າ: ຈີນ ທີ່ຍຶດໝັ້ນສັນຕິພາບ ແລະ ການພັດທະນາ ພ້ອມທັງຊຸກຍູ້ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ແມ່ນຜູ້ປະກອບສ່ວນຕໍ່ການພັດທະນາທົ່ວໂລກ ແລະ ເປັນຜູ້ປົກປ້ອງລະບຽບສາກົນຢ່າງສະເໝີຕົ້ນສະເໝີປາຍ. ໃນອະນາຄົດ, ຄຽງຄູ່ກັບຈີນ ສືບຕໍ່ເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງ, ຈີນ ຍ່ອມຈະຂຽນເລື່ອງໃໝ່ແຫ່ງຄວາມສຳເລັດຮ່ວມກັບປະເທດຕ່າງໆໃນໂລກໄດ້ດີກວ່າເກົ່າ ແລະ ຈະປະກອບສ່ວນຄວາມເຂັ້ມແຂງຂອງຈີນ ຫລາຍກວ່າເກົ່າເຂົ້າໃນພາລະກິດສັນຕິພາບ ແລະ ການພັດທະນາຂອງມວນມະນຸດ.

