Homeຂ່າວໜ້າໜຶ່ງເດັກນ້ອຍໃນວັນນີ້ ຄືອະນາຄົດຂອງຊາດໃນວັນໜ້າ (ເນື່ອງໃນໂອກາດວັນເດັກນ້ອຍສາກົນວັນທີ 1 ມິຖຸນາ)

ເດັກນ້ອຍໃນວັນນີ້ ຄືອະນາຄົດຂອງຊາດໃນວັນໜ້າ (ເນື່ອງໃນໂອກາດວັນເດັກນ້ອຍສາກົນວັນທີ 1 ມິຖຸນາ)

ວັນທີ 1 ມິຖຸນາ ຂອງທຸກໆປີແມ່ນວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ. ວັນ ເດັກນ້ອຍສາກົນ ແມ່ນເຫດການໜຶ່ງທີ່ມີຄວາມໝາຍ-ສໍາຄັນຕໍ່ເດັກ ເພື່ອແນໃສ່ຊຸກຍູ້ສົ່ງເສີມ, ພັດທະ ນາ ແລະ ປົກປ້ອງເດັກໃນທົ່ວໂລກ ຍ້ອນເຫັນໄດ້ຄວາມສໍາຄັນຂອງເດັກ ທີ່ເປັນອະນາຄົດຂອງຊາດ, ເປັນເມັດພືດ, ເປັນໜໍ່ແໜງທຶນຮອນແຫ່ງຊີວິດໃນມື້ນີ້ ເພືຶ່ອກາຍເປັນອານາຄົດອັນແຈ່ມໃສຂອງປະ ເທດຊາດໃນມືື້ໜ້າ. ດັ່ງນັ້ນ, ພັກ-ລັດຖະບານ ກໍຄືບັນດາປະຊາຊາດໃນທົ່ວໂລກ ຍາມໃດກໍເຫັນໄດ້ຄວາມສໍາຄັນຕໍ່ວັນດັ່ງກ່າວ. ສະນັ້ນ, ຈຶ່ງໄດ້ສະເຫຼີມສະຫຼອງວັນເດັກສາກົນຕາມເງືຶ່ອນໄຂ ແລະ ສະ ພາບຕົວຈິງຂອງປະເທດຕົນໃນທຸກໆ ປີ.

ວັນເດັກນ້ອຍສາກົນ ມີປະຫວັດກຳເນີດເກີດຂຶ້ນຈາກຂະບວນການຕໍ່ສູ້ກູ້ຊາດ ຕ້ານການກົດຂີ່ຂູດຮີດອັນປ່າເຖື່ອນຂອງພວກຈັກກະພັດນາຍທຶນ, ເພື່ອທວງເອົາສິດແຫ່ງການດຳລົງຊີວິດອັນເປັນທຳ ແລະ ຄວາມອີ່ມໜໍາສຳລານມາສູ່ລູກ-ຫຼານ ຊຶ່ງເປັນອະນາຄົດຂອງຊາດ. ເມື່ອຫວນຄືນຫຼັງ ໃນວັນ​ທີ 20 ​ພະຈິກ ປີ 1989 ກອງ​ປະຊຸມ​ສະມັດຊາ​ໃຫຍ່ສະຫະ​ປະຊາ​ຊາດ ໄດ້​ຮັບຮອງເອົາສົນທິສັນຍາວ່າ​ດ້ວຍ​ສິດທິ​ເດັກ ​ແລະ ລັດຖະບານ ສປປ ລາວ ​ໄດ້​ກາຍ​ເປັນ​ພາຄີ​ຂອງ​ສົນທິສັນຍາດັ່ງກ່າວ.

​ສໍາລັບພັກ-ລັດ​ຖະບານລາວ​ ໄດ້​ຖື​ເອົາ​ວັນ​ທີ 1 ມິຖຸນາ​ ຂອງ​ທຸກໆ​ປີ ​ເປັນວັນສະ​ເຫຼີ​ມສະຫຼອງ​ວັນ​ເດັກ​ສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ​ເພື່ອເຮັດ​ໃຫ້​ເດັກນ້ອຍ​ອະນຸຊົນ, ​ເຍົາວະ​ຊົນ​ໄດ້​ມີ​ໂອ ກາດ​ສະ​ແດງຄວາມສາມາດຂອງຕົນ, ເຂົ້າຮ່ວມກິດຈະກຳຢ່າງເບີກບານ​ມ່ວນ​ຊື່ນ, ພັກຜ່ອນຕາມ​ສິດທິ​ຂອງ​ເຂົາເຈົ້າ ພາຍໃຕ້ການເອົາ​ໃຈ​ໃສ່ເບິ່ງແຍງ​ຂອງ​ພໍ່​ແມ່, ຄູ, ຊຸມ​ຊົນ, ອົງການ​ຈັດ​ຕັ້ງ​ມະຫາຊົນ, ອຳນາດ​ການ​ປົກຄອງພ້ອມ​ດ້ວຍ​ບັນດາ​ພະ​ແນ​ກການ​ທີ່ກ່ຽວຂ້ອງ ເປັນຕົ້ນດ້ານ​ໂພ​ຊະນາ​ການ ​ແລະ ການ​ຮັກສາ​ສຸຂະພາບ​ຂອງ​ເດັກ, ການ​ສຶກສາ​ອົບຮົມ​ເດັກໃຫ້​ກາຍ​ເປັນ​ຄົນ​ດີ​, ມີ​ຄຸນ​ນະພາບ, ຮູ້​ຄິດ ​ແລະ ​ແກ້​ໄຂ​ບັນຫາ​ ເພື່ອເຮັດໃຫ້ສົມກັບ​​ເປັນ​ລູກ-​ຫຼານ​ທີ່ປະ​ເສີດ​ຂອງ​ປະຊາຊົນ ​ເປັນ​ພົນລະ​ເມືອງ​ດີ​ຂອງ​ຊາດ. ເດັກ​ທຸກ​ຄົນ​ມີ​ສິດ​ໃນ​ການ​ຢູ່​ລອດ, ​​ມີ​ສິດ​ເກີດ, ມີ​ສິດ​ໄດ້​ຮັບ​ການ​ຮັກສາ​ສຸຂະພາບ, ສັກ​ຢາ​ປ້ອງ​ກັນພະຍາດ​ຕ່າງໆ, ​ມີ​ສິດໄດ້​ຮັບ​ການ​ພັດທະນາ, ​ເດັກ​ທຸກໆ​ຄົນ​ຈະ​ຕ້ອງ​ໄດ້​ຮັບ​ສານ​ອາຫານ​ທີ່​ດີ, ຕ້ອງ​ໄດ້ກິນ​ນົມ​ແມ່​ຢ່າງ​ຖືກຕ້ອງ, ຕ້ອງ​ມີ​ນ້ຳ​ສະອາດ​ໃຊ້. ​ສິ່ງສຳຄັນມີ​ສິດ​ໄດ້​ຮັບ​ການ​ເບິ່ງ​ແຍງ​ດູ​ແລແຕ່​ມື້​ເກີດ​ເປັນ​ຢ່າງ​ດີ​ໃນ 3 ປີຫຼັງ​ການ​ເກີດ ​ແລະ ສືບ​ຕໍ່​ການ​ສຶກສາ​ເປັນ​ຢ່າງ​ດີ​ເພື່ອ​ເຂົ້າ​ຮຽນ​ຕໍ່​ໃນ​ຊັ້​ນປະຖົມ, ເດັກ​ທຸກ​ຄົນ​ມີ​ສິດໄດ້​ຮັບ​ການ​ປົກ​ປ້ອງຈາກ​ການ​ທຳຮ້າຍ​ຮ່າງກາຍ​ໃນ​ທຸກ​ກໍລະນີ, ເດັກ​ທຸກ​ຄົນ​ມີ​ສ່ວນ​ຮ່ວມໃນ​ການ​ສະ​ແດງ​ຄວາມ​ຄິດ​ເຫັນ​, ການສະ​ແດງງອອກ​ເຖິງ​ຄວາມ​ຮູ້-ຄວາມ​ສາມາດ​ຜ່ານ​ສື່​ສິ່ງ​ພິມ​ຕ່າງໆ ເພື່ອ​ເປັນ​ການ​ຢັ້ງຢືນ​ໃຫ້​ເຫັນ​ວ່າການ​ປະຕິບັດ​ສິດທິ​ເດັກ​ເປັນ​ວຽກ​ຂອງ​ໝົດ​ທຸກ​ຄົນ​ບໍ່​ວ່າ​ຈະ​ເປັນພາກລັດ, ຊຸມ​ຊົນ, ສັງຄົມ, ພໍ່-​ແມ່ ລວມທັງ​ຕົວ​ເດັກ​ເອງ​. ສະນັ້ນ, ຈຶ່ງ​ຮຽກຮ້ອງ​ໃຫ້​ທຸກໆ​ຄົນ​ ລວມເຖິງການຈັດ​ຕັ້ງ​ມີ​ຈຸດ​ຢືນຕໍ່​ການ​ປະຕິບັດ​ສິດທິ​ຂອງ​ເດັກ​ຢ່າງ​ຈະ​ແຈ້ງ ​ແລະ ຖືກຕ້ອງ ​ເພື່ອ​ເຮັດ​​ໃຫ້​ສິດທິ​ຂອງ​ເດັກ​ນັບ​ມື້​ນັບ​ດີ​ຂຶ້ນ. ສະ​ນັ້ນ, ​ວັນ​ທີ່​ເຮົາ​ສະ​ແດງ​ຄວາມ​ຮັກ​-​ຄວາມ​ເຂົ້າ​ໃຈຕໍ່​ເດັກ​ ຈະ​ບໍ່​ແມ່ນ​ວັນ​ທີ 1 ມິຖຸນາ​ ພຽງ​ວັນ​ດຽວຂໍ​ໃຫ້​​ສະ​ແດງ​ຄວາມ​ຮູ້ສຶກ​ດັ່ງກ່າວ​ອອກ​ມາ​ຢ່າງ​ສະໝໍ່າສະ​ເໝີ​, ຈົ່ງ​ພ້ອມ ພຽງ​ກັນ​ມອບ​ສິ່ງ​ທີ່​ດີໆ​ທີ່​ສຸດໃຫ້​​ລູກ-ຫຼານ ໂດຍ​ຖື​ເອົາ​ວັນ​ທີ 1 ​​ມິຖຸນາ ​ເປັນ​ສັນຍະລັກ ​ໃຫ້​ແກ່​ຄວາມ​ຮູ້ສຶກ​ທີ່​ດີງາມ​ດັ່ງກ່າວ​ ເພາະວ່າການ​ລົງທຶນ​ສ້າງ​ຄົນ​ຮຸ່ນ​ໃໝ່​ແມ່ນ​ສ້າງ​ອະນາຄົດ​ທີ່​ສະຫວ່າງ​ສະ​ໄຫວ​ໃຫ້​ແກ່​ຊາວ​ໂລກ ​ແລະ ການ​ປະຕິບັດ​ໜ້າ​ທີ່​ວຽກ​ງານ​ສຳລັບ​ເດັກ​ແມ່ນ​ກຽດອັນ​ສູງ​ສົ່ງ ​ແລະ ຄວາມ​ພູມ​ໃຈ​ຂອງ​ທຸກໆ​ຄົນ.

ເນື່ອງໃນໂອກາດວັນເດັກນ້ອຍສາກົນໃກ້ຈະມາເຖິງນີ້, ຜູ້ຂຽນຂໍອວຍພອນໄຊອັນປະເສີດໃຫ້ ເດັກນ້ອຍທຸກຄົນ ຈົ່ງມີຄວາມເບີກບານມ່ວນຊື່ນ, ສຸຂະພາບແຂງແຮງ, ເປັນເດັກດີຂອງພໍ່-ແມ່, ຄູ-ອາຈານ, ສັງຄົມ ແລະ ດຸໝັ່ນຮໍ່າຮຽນ ໃຫ້ກາຍເປັນຜູ້ສືບທອດຂອງປະເທດຊາດໃນອະນາຄົດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments