ທ່ານ ວົງເພັດ ອຸດົມລິດ ຜູ້ອຳນວຍການ ສວສ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ໄມໂຄ ຄາຣີ ເລຂາເອກສະຖານທູດອົສຕຣາລີ ໄດ້ເຄື່ອນໄຫວຢ້ຽມຢາມແຂວງຫຼວງນ້ຳທາ ຫວ່າງບໍ່ດົນມານີ້, ເພື່ອຕິດຕາມການນຳໃຊ້ສື່ການສອນ “ຝຶກເວົ້າພາສາລາວ” ສຳລັບນັກຮຽນ ປ.1.
ການຢ້ຽມຢາມໄດ້ສະແດງໃຫ້ເຫັນວ່າ: ສື່ການຮຽນດັ່ງກ່າວ ຊ່ວຍໃຫ້ເດັກທີ່ເວົ້າພາສາເຜົ່າຢູ່ເຮືອນ ສາມາດເຂົ້າໃຈພາສາລາວ ແລະ ມີສ່ວນຮ່ວມໃນຫ້ອງຮຽນໄດ້ດີຂຶ້ນ ພ້ອມທັງຊ່ວຍເສີມທັກສະການສອນໃຫ້ຄູ-ອາຈານ ຜ່ານການພັດທະນາວິຊາຊີບຢ່າງຕໍ່ເນື່ອງ.
ປັດຈຸບັນ, ບົດຮຽນຝຶກເວົ້າພາສາລາວ ໄດ້ຂະຫຍາຍນຳໃຊ້ໃນທົ່ວປະເທດ ນັບແຕ່ສົກຮຽນ 2024-2025 ແລະ ກຳລັງພັດທະນາຕໍ່ໃນຂັ້ນ ປ.2 ເພື່ອນຳໃຊ້ໃນສົກຮຽນ 2027-2028. ທ່ານ ໄມໂຄ ຄາຣີ ກ່າວວ່າ: ປະມານ 40% ຂອງນັກຮຽນໃນລາວ ເປັນເດັກທີ່ເວົ້າພາສາເຜົ່າ. ດັ່ງນັ້ນ, ການສົ່ງເສີມທັກສະພາສາລາວຕັ້ງແຕ່ເລີ່ມເຂົ້າຮຽນ ແມ່ນການລົງທຶນສຳຄັນເພື່ອໃຫ້ເດັກທຸກຄົນເຂົ້າເຖິງການສຶກສາຢ່າງເທົ່າທຽມ. ແຫຼ່ງຂ່າວ: ໂຄງການ ບີຄວາ

