ແຫລ່ງຂ່າວຈາກ ແຂວງໄຊສົມບູນ ໃຫ້ຮູ້ວ່າ: ປັດຈຸບັນການຈັດຕັ້ງພັກ-ລັດ ຂັ້ນແຂວງ, ຂັ້ນເມືອງ-ຕາແສງ ແລະ ໜ່ວຍງານກູ້ໄພຂອງລາວ ແລະ ໄທ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ຍັງສືບຕໍ່ເລັ່ງໃຫ້ການຊ່ວຍເຫລືອ ປະຊາຊົນ 7 ຄົນ ທີ່ຕິດຢູ່ໃນຖ້ຳບ້ານພັນໄຊ ເມືອງລ້ອງແຈ້ງ ແຂວງໄຊສົມບູນ, ແຕ່ການປະຕິບັດວຽກງານຕົວຈິງ ແມ່ນພົບອຸປະສັກຫລາຍຢ່າງເນື່ອງຈາກເປັນຖໍ້າທຳມະຊາດ, ທາງເຂົ້າລະອິດລະອ້ຽວ, ມີຫີນໜາມໜໍ່ ແລະ ມີຝົນຕົກຕໍ່ເນື່ອງ ເຮັດໃຫ້ລະດັບນໍ້າໃນຖໍ້າເພີ່ມສູງຂຶ້ນ ແລະ ເຮັດວຽກແຂ່ງກັບເວລາ. ເຖິງຢ່າງໃດກໍຕາມ, ການຈັດຕັ້ງຂອງແຂວງ, ເມືອງ, ກຳລັງ ປກຊ-ປກສ ແລະ ທີມກູ້ໄພ ໄດ້ເອົາໃຈໃສ່ພະຍາຍາມຢ່າງສຸດຄວາມສາມາດ ເພື່ອຊ່ວຍເຫຼືອປະຊາຊົນຈຳນວນດັ່ງກ່າວ. ເຫດການດັ່ງກ່າວ, ໄດ້ເກີດຂຶ້ນແຕ່ວັນທີ 20 ພຶດສະພາ 2026, ຊຶ່ງປະຊາຊົນ ຈໍານວນ 7 ຄົນ ຢູ່ບ້ານພັນໄຊ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ໄດ້ໄປຊອກຢູ່ຫາກິນຕາມວິຖີຊີວິດຂອງຊົນນະບົດ ໂດຍທັງ 7 ຄົນ ໄດ້ເຂົ້າໄປຊອກຫາກິນໃນຖໍ້າ ຊຶ່ງເປັນຖໍ້າທີ່ເລິກ ແລະ ແຄບ ພ້ອມທັງມີຝົນຕົກລົງມາຢ່າງຕໍ່ເນື່ອງ ເຮັດໃຫ້ບໍລິເວນປາກຖໍ້າ ແລະ ຮູຖໍ້າ ມີນໍ້າອັ່ງຂຶ້ນສູງ ຈຶ່ງເຮັດໃຫ້ທັງ 7 ຄົນ ບໍ່ສາມາດອອກມາຈາກຖໍ້າໄດ້.

ພາຍຫລັງທາງການແຂວງໄຊສົມບູນ ໄດ້ຮັບການລາຍງານຈາກອຳນາດການປົກຄອງທ້ອງຖິ່ນ ກໍໄດ້ຮີບຮ້ອນຫາລືໃຫ້ການຊ່ວຍເຫລືອ ໂດຍໄດ້ສະເໜີຫາລັດຖະບານຂໍທີມກູ້ໄພມາຊ່ວຍເຫລືອ. ຈາກນັ້ນ ຄະນະກໍາມະການປົກຄອງ ແຂວງໄຊສົມບູນ ແລະ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ລົງຊີ້ນໍາໂດຍກົງຢູ່ພາກສະໜາມ ທີ່ເມືອງລ້ອງແຈ້ງ ໂດຍສົມທົບກັບຄະນະນໍາຂອງເມືອງ ປຸກລະດົມທຸກພາກສ່ວນເຂົ້າຊ່ວຍເຫລືອໃນທັນທີ ໃນນັ້ນ, ໄດ້ນໍາໃຊ້ຈັກສູບນໍ້າລະບາຍນໍ້າອອກຈາກຖໍ້າ ໂດຍໄດ້ຮັບການຊ່ວຍເຫລືອຈາກການຈັດຕັ້ງສັງຄົມຫລາຍພາກສ່ວນ. ມາຮອດວັນທີ 25 ພຶດສະພາ 2026, ທີມກູ້ໄພທັງພາຍໃນ ແລະ ຕ່າງປະເທດ ໄດ້ສືບຕໍ່ຊ່ວຍເຫລືອຕາມແຜນ ແລະ ປະຕິບັດແຜນການດູດນໍ້າອອກ, ແຕ່ການຊ່ວຍເຫລືອຍັງບໍ່ທັນມີຄວາມຄືບໜ້າ ແລະ ຍັງບໍ່ພົບປະຊາຊົນຈຳນວນດັ່ງກ່າວ ເນື່ອງຈາກການຊ່ວຍເຫລືອພົບບັນຫາຫລາຍຢ່າງເປັນຕົ້ນແມ່ນເສັ້ນທາງເຂົ້າໄປຫາຈຸດເປົ້າໝາຍ. ແຫລ່ງຂ່າວຍັງໃຫ້ຮູ້ຕື່ມວ່າ: ເຫດການດັ່ງກ່າວນີ້, ບໍ່ໄດ້ເກີດຈາກສິ່ງຈູງໃຈ ຈາກພາກທຸລະກິດ, ແຕ່ເກີດຈາກການເຄີຍທໍາມາຫາກິນຕາມທໍາມະຊາດແບບດັ້ງເດີມຂອງປະຊາຊົນ ມາແຕ່ດົນນານແລ້ວ. ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ທຸກການຈັດຕັ້ງ-ສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ຈົ່ງຮັບຮູ້ ແລະ ເຂົ້າໃຈເຖິງຕົ້ນເຫດທີ່ເກີດຂຶ້ນ.

