ວິທະຍຸ ໂທລະພາບສູນກາງຈີນ, ງານວາງສະແດງການສົ່ງເສີມຕ່ອງໂສ້ການສະໜອງສາກົນຈີນ ຄັ້ງທີ 4 ຈັດຂຶ້ນ ລະຫວ່າງ ວັນທີ 22-26 ເດືອນມິຖຸນາປີນີ້ ທີ່ນະຄອນຫລວງປັກກິ່ງຂອງ ສປ ຈີນ. ໂດຍຜູ້ຮັບຜິດຊອບທີ່ກ່ຽວຂ້ອງ ຂອງຄະນະກຳມະການສົ່ງເສີມການຄ້າສາກົນຈີນ ເປີດເຜີຍໃຫ້ຮູ້ວ່າ: ກ່ອນຈັດພິທີເປີດງານວາງສະແດງການສົ່ງເສີມຕ່ອງໂສ້ການສະໜອງສາກົນຈີນ ຄັ້ງນີ້ຈະຈັດກອງປະຊຸມເວທີປຶກສາຫາລືຜູ້ນຳອຸດສາຫະກຳການຄ້າອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກ ຫລື APEC ຈີນ 2026. ກອງປະຊຸມເວທີປຶກສາຫາລືຜູ້ນຳອຸດສາຫະກຳການຄ້າ APEC ຈີນຄັ້ງນີ້ ຈະຈັດພິທີເປີດ ແລະ ກອງປະຊຸມສຳມະນາທີ່ມີຫົວຂໍ້ສະເພາະ 3 ຄັ້ງ, ພ້ອມທັງດຳເນີນການທົບທວນຜົນສໍາເລັດ ຂອງການດໍາເນີນງານທີ່ສໍາຄັນໃນໄລຍະກາງ ຂອງ “ຖະແຫລງການ ຂອງສະພາທີ່ປຶກສາອຸດສາຫະກຳການຄ້າອາຊີ-ປາຊີ ຟິກ ຫລື ABAC ກ່ຽວກັບການສະໜັບສະໜູນເຂດການຄ້າເສລີ ອາຊີ-ປາຊີຟິກ”, “ຖະແຫລງການຂອງ ABAC ກ່ຽວກັບການສະໜັບສະໜູນການເຊື່ອມໂຍງເຊື່ອມຈອດກັນ” ແລະ ອື່ນໆ ເພື່ອກະກຽມລະດົມກຳລັງຢ່າງເຕັມທີ່ສຳລັບການຍື່ນຂໍ້ສະເໜີທາງນະໂຍບາຍທີ່ມີຄຸນນະພາບສູງຈາກວົງການທຸລະກິດຕໍ່ກອງປະຊຸມຜູ້ນຳເສດຖະກິດ APEC ໃນຂັ້ນຕອນສຸດທ້າຍ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

