Homeຂ່າວຕ່າງປະເທດສ.ອາເມລິກາ-ອີຣານ ບັນລຸສັນຍາໂດຍພື້ນຖານ

ສ.ອາເມລິກາ-ອີຣານ ບັນລຸສັນຍາໂດຍພື້ນຖານ

ວິທະຍຸ ໂທລະພາບສູນກາງຈີນ, ເມື່ອບໍ່ດົນມານີ້, ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ໄດ້ລົງບົດຄວາມຜ່ານສື່ສັງຄົມອອນລາຍວ່າ: ສ.ອາເມລິກາ ແລະ ອີຣານ ໄດ້ບັນລຸສັນຍາສະບັບໜຶ່ງ ໂດຍພື້ນຖານ. ທ່ານ ໂດນັນ ທຣຳ ໄດ້ກ່າວວ່າ: ຕົນຫາກໍສົນທະນາ ຜ່ານທາງໂທລະສັບກັບຜູ້ນຳອາຣັບບີ ຊາອູດິດ, ເອເມຣັດ ອາຣັບ, ກາຕາ, ຕູຣາເຄຍ, ເອຢິບ, ຊັອກດານີ, ບາເຣນ ແລະ ຫົວໜ້າເສນາທິການກອງທັບບົກປາກິດສະຖານ ເພື່ອປຶກສາຫາລືກ່ຽວກັບບັນຫາອີຣານ ແລະ ກ່ຽວກັບ “ບົດບັນທຶກຄວາມເຂົ້າໃຈສັນຕິພາບ” ສະບັບໜຶ່ງ. ສ.ອາເມລິກາ ແລະ ອີຣານ ໄດ້ບັນລຸສັນຍາສະບັບ ໜຶ່ງໂດຍພື້ນຖານ, ແຕ່ຍັງຕ້ອງລໍຖ້າ ສ.ອາເມລິກາ ແລະ ອີຣານ, ລວມເຖິງ ປະເທດ ອິສລາມທີ່ກ່ຽວຂ້ອງຕົກລົງກັນໃນຂັ້ນສຸດທ້າຍ. ນອກນີ້ຍັງໄດ້ສົນທະນາຜ່ານທາງໂທລະສັບກັບ ທ່ານ ເບນຈາມິນ ເນທັນຢາຮູ ນາຍົກ ລັດຖະມົນຕີ ອິດສະຣາແອນ. ປັດຈຸບັນ, ຂອດສຸດທ້າຍ ແລະ ຂໍ້ປີກຍ່ອຍທີ່ກ່ຽວຂ້ອງຂອງສັນຍາຍັງປຶກສາກັນຢູ່ໂດຍຈະເປີດເຜີຍໃນອີກບໍ່ດົນນີ້. ທ່ານ ໂດນັນ ທຣຳ ກ່າວຕື່ມວ່າ: ໃນສັນຍາດັ່ງກ່າວ, ນອກຈາກມີເນື້ອໃນຕ່າງໆ ຫລາຍຂໍ້ແລ້ວ, ຊ່ອງແຄບຮໍມຸສ ກໍຈະເປີດໃຫ້ກໍາປັ່ນເຂົ້າ-ອອກ ເຊັ່ນດຽວກັນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments