Homeຂ່າວພາຍໃນພ້ອມກັນອະນຸລັກປ່າໄມ້ ຫລຸດຜ່ອນຜົນກະທົບຈາກການປ່ຽນແປງດິນຟ້າອາກາດ

ພ້ອມກັນອະນຸລັກປ່າໄມ້ ຫລຸດຜ່ອນຜົນກະທົບຈາກການປ່ຽນແປງດິນຟ້າອາກາດ

ວັນປູກຕົ້ນໄມ້ແຫ່ງຊາດ ແມ່ນວັນທີ່ລັດຖະບານ ແລະ ປະຊາຊົນ ຮ່ວມກັນຈັດກິດຈະ ກຳປູກຕົ້ນໄມ້ ເພື່ອອະນຸລັກປ່າໄມ້, ຟື້ນຟູສິ່ງແວດລ້ອມ ແລະ ສ້າງຄວາມຂຽວງາມ ໃຫ້ແກ່ປະເທດຊາດ ຊຶ່ງຈະຖືກຈັດຂຶ້ນໃນເດືອນມິຖຸນາຂອງທຸກປີ ເພື່ອສອດຄ່ອງກັບລະດູຝົນ ທີ່ເໝາະສົມຕໍ່ການປູກຕົ້ນໄມ້ ຈຸດປະສົງເພື່ອສົ່ງເສີມການອະນຸລັກປ່າໄມ້, ຫລຸດຜ່ອນຜົນກະທົບຈາກ ການປ່ຽນແປງດິນຟ້າອາກາດ, ສ້າງຄວາມຮົ່ມເຢັນ ແລະ ປັບປຸງສິ່ງແວດລ້ອມ, ປຸກຈິດສຳນຶກໃຫ້ປະຊາຊົນຮັກ ແລະ ຫວງແຫນປ່າໄມ້.

ທ່ານ ບຸນທະວີ ປະທຸມທອງ ເຈົ້າຂອງສວນເບ້ຍໄມ້ເກສອນ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ສຳນັກຂ່າວສານ ປະເທດລາວ ເມື່ອບໍ່ດົນນີ້ວ່າ: ສວນເບ້ຍໄມ້ເກສອນ ໄດ້ນໍາເອົາເບ້ຍໄມ້ໃຫ້ໝາກ, ເບ້ຍໄມ້ປະດັບ, ໄມ້ມຸງຄຸນ, ໄມ້ອຸດສາຫະກຳ, ເບ້ຍໄມ້ຈັດສວນຄົວ ມາວາງສະແດງ ແລະ ຈຳໜ່າຍຢູ່ເດີ່ນຈອດລົດ ດ້ານໜ້າຂອງສູນການຄ້າລາວໄອເຕັກ ນະຄອນຫລວງວຽງຈັນ ເພື່ອກະກຽມສະໜອງເບ້ຍໄມ້ໃຫ້ກັບສັງຄົມ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ໂດຍເລີ່ມຂາຍມາແຕ່ຕົ້ນນເດືອນພຶດສະພາ, ມາຮອດປັດຈຸບັນ ສວນເບ້ຍໄມ້ເກສອນ ສາມາດຂາຍເບ້ຍໄມ້ ໄດ້ແລ້ວຫລາຍກວ່າ 500 ເບ້ຍ ແລະ ຄາດວ່າໃນວັນທີ 1 ເດືອນມິຖຸນາ ຈະສາມາດຂາຍເບ້ຍໄດ້ຫລາຍກວ່າ 1.000 ເບ້ຍ. ສຳລັບທ່ານໃດທີ່ຕ້ອງ ການເບ້ຍໄມ້ ສາມາດເຂົ້າສອບຖາມ ຫລື ເຂົ້າໄປທີ່ສວນເບ້ຍໄມ້ເກສອນໄດ້ ຊຶ່ຕັ້ງຢູ່ບ້ານໄຜລ້ອມ ເມືອງໄຊທານີ ຫລື ໂທ 02099996687.

ໂອກາດນີ້, ທ່ານ ບຸນທະວີ ປະທຸມທອງ ຍັງໄດ້ຍົກໃຫ້ເຫັນຂໍ້ຫຍຸ້ງຍາກ ໃນການເຮັດທຸລະກິດເບ້ຍໄມ້ ໂດຍສະເພາະການປ່ຽນແປງດິນຟ້າອາກາດ ແລະ ບັນຫາສັດຕູພືດ ທີ່ສົ່ງຜົນກະທົບຕໍ່ການປູກ ແລະ ການຂະຫຍາຍພັນໄມ້. ແນວໃດກໍຕາມ ທາງສວນຍັງສືບຕໍ່ພັດທະນາຄຸນນະພາບແນວພັນໄມ້ ເພື່ອຕອບສະໜອງຄວາມຕ້ອງການ ຂອງຕະຫລາດໃຫ້ດີຂຶ້ນ. ພ້ອມນີ້, ຍັງໄດ້ສະເໜີໃຫ້ລັດຖະບານ ຊ່ວຍຈັດສັນພື້ນທີ່ຕະຫລາດ ຂາຍເບ້ຍໄມ້ແບບຖາວອນ ເພື່ອຊ່ວຍສົ່ງເສີມການຜະລິດພືດພັນພາຍໃນປະເທດ ແລະ ຫລຸດຜ່ອນການນຳເຂົ້າຈາກຕ່າງປະເທດ ແລະ ສາມາດສ້າງລາຍໄດ້ໃຫ້ປະຊາຊົນ.

ພ້ອມກັນນີ້, ທ່ານ ນາງ ສະພາລັກ ພໍບຸບຜາ ເຈົ້າຂອງສວນເບ້ຍໄມ້ ໄຜນາຄຳ ໄດ້ໃຫ້ສຳພາດຕື່ມວ່າ: ສວນເບ້ຍໄມ້ໄຜນາຄຳ ໄດ້ນຳເອົາເບ້ຍໄມ້ຊະນິດຕ່າງໆ ມາວາງຈຳໜ່າຍຫລາຍກວ່າ 40 ຊະນິດ ເພື່ອຕອບສະໜອງຄວາມຕ້ອງການຂອງສັງຄົມ ເນື່ອງຈາກວ່າປັດຈຸບັນ ການປູກຕົ້ນໄມ້ກຳລັງເປັນ ທີ່ນິຍົມຫລາຍຂຶ້ນ ທັງການປູກໄມ້ປະດັບ ແລະ ໄມ້ໃຫ້ຮົ່ມເງົາ ຊຶ່ງຖືເປັນການປະກອບສ່ວນ ໃນການສ້າງສິ່ງແວດລ້ອມທີ່ດີໃຫ້ແກ່ສັງຄົມ. ໂອກາດນີ້, ທ່ານ ນາງ ສະພາລັກ ພໍບຸບຜາ ຍັງປຸກລະດົມ ແລະ ເຊີນຊວນໃຫ້ປະຊາຊົນ ຫັນມາຮ່ວມກັນປູກຕົ້ນໄມ້ ເພື່ອເພີ່ມພື້ນທີ່ສີຂຽວ ແລະ ຊ່ວຍອະນຸລັກສິ່ງ ແວດລ້ອມ, ການປູກຕົ້ນໄມ້ ບໍ່ພຽງແຕ່ຊ່ວຍສ້າງຄວາມຮົ່ມເຢັນ ແລະ ຄວາມສວຍງາມໃຫ້ແກ່ບ້ານເຮືອນ ແລະ ຊຸມຊົນເທົ່ານັ້ນ, ແຕ່ຍັງຊ່ວຍຟອກອາກາດ, ຫລຸດຜ່ອນຄວາມຮ້ອນ ແລະ ບັນເທົາຜົນກະ ທົບຈາກການປ່ຽນແປງດິນຟ້າອາກາດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments