ໃນໂອກາດວັນປູກຕົົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2026 ນີ້, ທົ່ວປະເທດ ມີແຜນ ການ ຈະສ້າງຂະບວນການປູກຕົ້ນໄມ້ ໃນເນື້ອທີ່ 7.300 ກວ່າເຮັກຕາ ໂດຍຈະນໍາໃຊ້ເບ້ຍໄມ້ 4.500.000 ກວ່າເບ້ຍ ແນໃສ່ເພື່ອສົ່ງເສີມການເພີ່ມພື້ນທີ່ສີຂຽວ, ຟື້ນຟູສະພາບແວດລ້ອມ ແລະ ສ້າງຈິດສຳນຶກໃຫ້ສັງຄົມ ເຫັນຄວາມສຳຄັນຂອງການອະນຸລັກທຳມະຊາດ.
ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ໃຫ້ຮູ້ໃນ ໃນວັນທີ 25 ພຶດສະພາ 2026 ວ່າ: ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ສົມທົບກັບຄະນະພັກ, ອົງການປົກຄອງທ້ອງຖິ່ນທົ່ວປະເທດ ກະກຽມແຜນການ ແລະ ຂະບວນການປູກໄມ້ຢູ່ທ້ອງຖິ່ນ ໃຫ້ເປັນຂະບວນຟົດຟື້ນ ໂດຍມີແຜນການເກັບແກ່ນພັນໄມ້ໃຫ້ໄດ້ 1 ແສນກວ່າກິໂລກຣາມ, ກ້າເບ້ຍໄມ້ 25 ລ້ານກວ່າເບ້ຍ ແລະ ປູກໄມ້ 50 ພັນກວ່າເຮັກຕາ. ສຳລັບ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ປະສານສົມທົບກັບ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫລວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຮ່ວມກັນສ້າງຂະບວນການປູກຕົ້ນໄມ້ ເພື່ອສະເຫລີມສະຫລອງວັນປູກຕົ້ນໄມ້ແຫ່ງຊາດ ຢູ່ນະຄອນຫລວງວຽງຈັນ ໃນເນື້ອທີ່ປະມານ 50 ເຮັກຕາ. ໃນນັ້ນ, ຊະນິດພັນໄມ້ ທີ່ຈະນຳໄປປູກ ມີ: ໄມ້ດູ່, ໄມ້ແຕ້ຂ່າ, ໄມ້ຍາງ, ໄມ້ແຄນ, ໄມ້ວິກ, ໄມ້ສັກ ແລະ ໄມ້ກະຖິນເທພາ ຈຳນວນ 80 ພັນກວ່າເບ້ຍ.
ສຳລັບ ການຈັດກິດຈະກຳໃນວັນປູກຕົ້ນໄມ້ແຫ່ງຊາດໃນປີນີ້, ເຊີນຊວນທຸກພາກສ່ວນທີ່ກ່ຽວ ຂ້ອງທັງພາກລັດ, ເອກະຊົນ ແລະ ພໍ່ແມ່ປະຊາຊົນ ພ້ອມກັນປູກຕົ້ນໄມ້ໂດຍໃຫ້ອີງໃສ່ເງື່ອນໄຂຕົວຈິງຂອງແຕ່ລະທ້ອງຖິ່ນ ໃຫ້ເນັ້ນໃສ່ເນື້ອໃນປຸກລະດົມ ຊຶ່ງການປູກຕົ້ນໄມ້ແມ່ນສາມາດປູກໄດ້ແຕ່ດຽວນີ້ ຈົນຮອດທ້າຍລະດູຝົນ ໃນບ່ອນທີ່ມີເງື່ອນໄຂ ໃນເນື້ອທີ່ດິນເປົ່າຫວ່າງຂອງຕົນ, ໃນຮົ້ວ, ສວນ, ທີ່ດິນປຸກສ້າງ, ເດີ່ນໂຮງຮຽນ, ສໍານັກງານອົງການ ແລະ ຕາມແຄມທາງ ຕາມເງື່ອນໄຂຕົວຈິງ. ພິເສດປີນີ້, ລັດຖະບານ ໄດ້ຮ່ວມກັບພາກທຸລະກິດ ຈັດກິດຈະກຳຫລາຍຮູບແບບ ໂດຍສະເພາະການຈັດງານມະ ຫະກຳແລ່ນ/ຍ່າງ ເພື່ອປ່າຂອງພວກເຮົາ ແລະ ອາກາດສົດໄສ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ, ວັນສິ່ງແວດລ້ອມໂລກ ຄົບຮອບ 53 ປີ ແລະ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 27 ປີ ໃນລະຫວ່າງວັນທີ 29 ພຶດສະພາ ຫາ ວັນທີ 1 ມິຖຸນາ 2026 ເຊີນຊວນທົ່ວປວງຊົນ ພ້ອມກັນເຂົ້າຮ່ວມ ໃຫ້ເປັນຂະບວນຟົດຟື້ນ, ຊຶ່ງກິດຈະກຳດັ່ງກ່າວ ຈະເປັນການໃຫ້ຄວາມຮູ້ ແລະ ນໍາສະເໜີເຕັກໂນໂລຊີ-ເຄື່ອງມືທັນສະໄໝ, ປູກຈິດສຳນຶກໃຫ້ເຫັນເຖິງຄວາມສຳຄັນຂອງການຮັກສາປ່າໄມ້ ແລະສິ່ງແວດລ້ອມ.

