Homeຂ່າວພາຍໃນຄະນະກໍາມະການປົກປ້ອງສັງຄົມຂັ້ນສູນກາງ ຈັດກອງປະຊຸມປະຈໍາປີ 2025

ຄະນະກໍາມະການປົກປ້ອງສັງຄົມຂັ້ນສູນກາງ ຈັດກອງປະຊຸມປະຈໍາປີ 2025

ກອງປະຊຸມປະຈໍາປີ 2025 ຂອງຄະນະກໍາມະການ ເພື່ອການປົກປ້ອງສັງຄົມ ຂັ້ນສູນກາງ ໄດ້ຈັດຂຶ້ນໃນວັນທີ 25 ພຶດສະພາ ນີ້ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພາຍໃຕ້ການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ປະທານຄະນະກໍາມະການປົກປ້ອງສັງຄົມຂັ້ນສູນກາງ, ມີຮອງລັດຖະມົນຕີ, ຮອງປະທານຄະນະກໍາມະການ, ຄະນະກໍາມະການປົກປ້ອງສັງຄົມຂັ້ນສູນກາງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ໂພໄຊ ໄຊຍະສອນ ໄດ້ຍົກໃຫ້ເຫັນເຖິງສະພາບການເຄັ່ງຮ້ອນໃນໄລຍະ 1 ປີຜ່ານມາ ທີ່ ສປປ ລາວ ຕ້ອງປະເຊີນກັບສິ່ງທ້າທາຍຫຼາຍດ້ານ ເປັນຕົ້ນບັນຫາເສດຖະກິດ-ການເງິນ, ບັນຫາເງິນເຟີ້, ຄ່າຄອງຊີບທີ່ສູງຂຶ້ນ, ບັນຫາຂາດແຄນສະບຽງອາຫານ, ນໍ້າມັນເຊື້ອໄຟ ແລະ ຜົນກະທົບຈາກໄພພິບັດທາງທໍາມະຊາດ. ບັນຫາເຫຼົ່ານີ້ໄດ້ສົ່ງຜົນກະທົບໂດຍກົງຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ຜູ້ອອກແຮງງານ ໂດຍສະເພາະແມ່ນກຸ່ມຄົນທີ່ທຸກຍາກ ແລະ ດ້ອຍໂອກາດ. ວຽກງານປົກປ້ອງສັງຄົມ ແມ່ນນະໂຍບາຍທີ່ສໍາຄັນ ແລະ ຈໍາເປັນຂອງລັດຖະບານ ໃນການສະໜັບສະໜູນໃຫ້ປະຊາຊົນຫຼຸດພົ້ນຈາກຄວາມທຸກຍາກ, ປ້ອງກັນບໍ່ໃຫ້ຕົກເຂົ້າສູ່ຄວາມທຸກຍາກຊໍາເຮື້ອ, ຫຼຸດຜ່ອນຄວາມດ້ອຍໂອກາດ ແລະ ສ້າງຄວາມໝັ້ນຄົງທາງດ້ານສັງຄົມ ເພື່ອໃຫ້ທຸກຄົນໄດ້ຮັບການບໍລິການຂັ້ນພື້ນຖານ, ມີລາຍໄດ້, ມີສຸຂະພາບຢ່າງທົ່ວເຖິງ ແລະ ເປັນທໍາ.

ກອງປະຊຸມຄັ້ງນີ້, ຈະໄດ້ຮ່ວມກັນສະຫຼຸບຕີລາຄາຢ່າງເລິກເຊິ່ງກ່ຽວກັບການຈັດຕັ້ງປະຕິບັດຍຸດທະສາດປົກປ້ອງສັງຄົມແຫ່ງຊາດ ໄລຍະ 1 ປີຜ່ານມາ, ຄົ້ນຄວ້າຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ສາເຫດ ເພື່ອຊອກຫາວິທີການ ແລະ ມາດຕະການແກ້ໄຂໃຫ້ມີປະສິດທິພາບ. ພ້ອມກັນນັ້ນ, ຜູ້ເຂົ້າຮ່ວມຈະໄດ້ຮ່ວມກັນພິຈາລະນາ ແລະ ຮັບຮອງເອົາ ຮ່າງບົດສະຫຼຸບການຈັດຕັ້ງປະຕິບັດຍຸດທະສາດການປົກປ້ອງສັງຄົມ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026.

ຂໍ້ມູນ-ພາບ: ຂ່າວສານ ຮສສ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments